ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບທູດ ຕີມໍ-ແລັດສະເຕ ເຂົ້າຢ້ຽມອຳລາ

Jun 19, 2025

ໃນຕອນເຊົ້າວັນທີ 18 ມິຖຸນາ 2025 ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ປະຈໍາ ສປປ ລາວ ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໂອກາດນີ້, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານທູດ ຟີໂລເມໂນ ອາລິໂຊ ດາ ຄຣູສ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະ 1 ປີ 4 ເດືອນ ຢ່າງຈົບງາມ ແລະ ໄດ້ຮັບຜົນສໍາເລັດຫລາຍດ້ານ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຕີມໍ-ແລັດສະເຕ ຕະຫລອດໄລຍະ 2 ທົດສະວັດກວ່າທີ່ຜ່ານມາ ທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ພາຍຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 29 ກໍລະກົດ 2002 ເປັນຕົ້ນມາ ໂດຍເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ໃນຊຸມປີຜ່ານມາ ໂດຍສະເພາະການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນຕົ້ນປີ 2024 ຜ່ານມາ ເຊິ່ງເປັນຂີດໝາຍສໍາຄັນ ແລະ ເປັນຄັ້ງປະຫວັດສາດ ທີ່ປະມຸກລັດຂອງຕີມໍ-ແລັດສະເຕ ເດີນທາງຢ້ຽມຢາມ ສປປ ລາວ. ພ້ອມກັນນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍຫລັງທີ່ ທ່ານທູດ ຟີໂລເມໂນ ອາລີໂຊ ດາ ຄຣູສ ເດີນທາງກັບຄືນປະເທດແລ້ວ, ທ່ານຈະສືບຕໍ່ສົ່ງເສີມຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມຮ່ວມກັນ, ພ້ອມທັງຊອກຫາຊ່ອງທາງໃນການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກໍາ, ການນໍາເຂົ້າ ແລະ ສົ່ງອອກນໍ້າມັນ ແລະ ອາຍແກັສ ແລະ ດ້ານອື່ນໆ ໃນຊຸມປີຕໍ່ໜ້າ.
ໃນຂະນະດຽວກັນ, ທ່ານທູດ ຟີໂລເມໂນ ອາລິໂຊ ດາ ຄຣູສ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການເຄື່ອນໄຫວວຽກງານ ແລະ ປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ, ພ້ອມທັງ ຢ້ຳຄືນຄໍາໝາຍໝັ້ນ ຈະສືບຕໍ່ຊຸກຍູ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ຕີມໍ-ແລັດສະເຕ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມຮ່ວມກັນ, ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດ ລາວ ແລະ ຕີມໍ-ແລັດສະເຕ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໃນຕອນທ້າຍ, ທ່ານທູດຕີມໍ-ແລັດສະເຕ ໄດ້ເຊື້ອເຊີນ ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ຢ້ຽມຢາມທາງການ ທີ່ ຕີມໍ-ແລັດສະເຕ ແລະ ຫວັງວ່າ ຈະມີໂອກາດໄດ້ຕ້ອນຮັບທ່ານລັດຖະມົນຕີ ໃນອະນາຄົດ.