ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ທ່ານປະທານາທິບໍດີແຫ່ງ ສະມາພັນທະລັດສະວິດ

Jun 19, 2025

ໃນຕອນບ່າຍ, ວັນທີ 17 ມິຖຸນາ 2025, ທີ່ ນະຄອນຫລວງເບີນ, ສະມາພັນທະລັດ ສະວິດ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ນາງ ກາຣິນ ແຄເລີ ຊຸດເຕີ (Karin Keller Sutter), ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສະມາພັນທະລັດສະວິດ, ເຊິ່ງມີສະຖານທູດຕັ້ງຢູ່ ເຊີແນວ.
ໃນໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ປະທານາທິບໍດີ ໃນຄັ້ງນີ້ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ນາງ ກາຣິນ ແຄເລີ ຊຸດເຕີ ພ້ອມທັງສົ່ງຄໍາອວຍພອນມາຍັງລັດຖະບານ ແລະ ປະຊາຊົນສະວິດ. ພ້ອມກັນນັ້ນ, ທ່ານ ດາວວີ ວົງໄຊ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດ ແລະ ຄວາມຄືບຫນ້າໃນການພົວພັນຮ່ວມມືສອງຝ່າຍລາວ-ສະວິດ ໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນສະວິດ ທີ່ໄດ້ສະຫນັບສະຫນູນຊ່ວຍເຫລືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ກໍຄືຄວາມພະຍາຍາມໃນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໂດຍສະເພາະໃນຂົງເຂດການສຶກສາ ລວມທັງການຝຶກອົບຮົມວິຊາຊີບ ແລະ ທັກສະ, ສາທາລະນະສຸກ, ພະລັງງານ ແລະ ອື່ນໆ. ນອກຈາກນັ້ນ, ທ່ານ ເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຫມາຍຫມັ້ນທີ່ຈະສືບຕໍ່ຮັດແຫນ້ນການພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດ ໃນໄລຍະທີ່ດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດ.
ໃນໂອກາດດຽວກັນນີ້, ພະນະທ່ານ ປະທານາທິບໍດີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ດາວວີ ວົງໄຊ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສະມາພັນທະລັດ ສະວິດ ພ້ອມທັງໄດ້ສະແດງຄວາມສົນໃຈຕໍ່ຜົນສຳເລັດຂອງການຮ່ວມມືໃນໄລຍະຜ່ານມາ ແລະ ຂົງເຂດບູລິມະສິດໃນການພັດທະນາຂອງ ສປປ ລາວ ໂດຍສະເພາະ ການສຶກສາ ແລະ ການຝຶກອົບຮົມວິຊາຊີບໃຫ້ແກ່ໄວໜຸ່ມ. ໃນຕອນທ້າຍ, ພະນະທ່ານ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດໃນຄັ້ງນີ້.
ສະວິດ ໄດ້ໃຫ້ການຊ່ວຍເຫຼືອ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ແກ່ ສປປ ລາວ ນັບແຕ່ປີ 2006-2021 ລວມມູນຄ່າທັງໝົດ ປະມານ 242 ລ້ານ ໂດລາສະຫະລັດ. ປັດຈຸບັນ, ສະວິດ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ສໍາລັບສົກປີ 2022-2025 ມູນຄ່າປະມານ 65 ລ້ານ ໂດລາສະຫະລັດ, ໂດຍສຸມໃສ່ 3 ຂົງເຂດຄື: 1) ຂົງເຂດພັດທະນາເສດຖະກິດແບບມີສ່ວນຮ່ວມ, 2) ຂົງເຂດການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ, 3) ຂົງເຂດການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ຊຶ່ງມີເປົ້າໝາຍ ແນໃສ່ເພື່ອຫຼຸດຜ່ອນຄວາມທຸກຍາກ, ສະໜັບສະໜູນການ ພັດທະນາແບບຍືນຍົງ ແລະ ສົ່ງເສີມການຄຸ້ມຄອງພາກລັດໃນ ສປປ ລາວ. ສປປ ລາວ ແລະ ສະວິດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 4 ກັນຍາ 1963 ເປັນຕົ້ນມາ.