ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສາລະວັນ ສະຫລອງ ວັນແພດລາວ ແລະ ວັນບໍລິຈາກເລືອດໂລກ

Jun 19, 2025

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ແຂວງສາລະວັນ ຈັດກິດຈະກຳສະເຫລີມສະຫລອງ ວັນສາທາລະນະສຸກ (ວັນແພດລາວ) ຄົບຮອບ 60 ປີ ແລະ ວັນບໍລິຈາກເລືອດໂລກຄົບ 21 ປີ ໃນວັນທີ 18 ມິຖຸນາ 2025 ທີ່ໂຮງຮຽນວິທະຍາໄລຄູສາລະວັນ ໂດຍການເປັນປະທານ ຂອງທ່ານ ດຣ. ອາຄົມ ລໍ່າວິຈິດ ຫົວໜ້າ ພະແນກ ສາທາລະນະສຸກ ແຂວງ, ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ ພ້ອມດ້ວຍພະແນກການອ້ອມຂ້າງແຂວງ, ແພດໝໍ ແລະ ນັກສຶກສາເຂົ້າຮ່ວມ.
ທ່ານ ດຣ. ອາຄົມ ລໍ່າວິຈິດ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາ ຂອງວັນສາທາລະນະສຸກ ໂດຍຍົກໃຫ້ເຫັນສະພາບການທີ່ຜ່ານມາ, ເຊິ່ງສູນກາງພັກມີນະໂຍບາຍ ສ້າງເຂດປົດປ່ອຍໃຫ້ຄືກັນກັບລັດໜຶ່ງ, ດັ່ງນັ້ນໄລຍະຕໍ່ມາສູນກາງພັກ ແລະ ແນວລາວຮັກຊາດ ຈຶ່ງໄດ້ຕົກລົງແຍກຂະແໜງການສາທາລະນະສຸກອອກເປັນສອງການຈັດຕັ້ງຄື: ເສນາຮັກເພື່ອຮັບໃຊ້ກອງທັບ ແລະ ສາທາລະນະສຸກ ເພື່ອຮັບໃຊ້ພົນລະເຮືອນ ເພື່ອຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຂະແໜງການສາທາລະນະສຸກທົ່ວເຂດປົດປ່ອຍ, ພະແນກສາທາລະນະສຸກສູນກາງ ກໍໄດ້ຮັບການສ້າງຕັ້ງຂຶ້ນຢູ່ຖໍ້າແຫ່ງໜຶ່ງທີ່ເມືອງວຽງໄຊ ແຂວງຫົວພັນ ເຊິ່ງເປັນຖານທີ່ໝັ້ນຂອງການປະຕິວັດ. ໃນວັນທີ 18 ມິຖຸນາ 1965 ປະທານ ສຸພານຸວົງ ປະທານສູນກາງແນວລາວຮັກຊາດ ໄດ້ອອກມະຕິຕົກລົງແຕ່ງຕັ້ງທ່ານ ຕະລຸນະຈຸລະມະນີ ເປັນຫົວໜ້າ ແລະ ທ່ານ ຄໍາມ່ວນ ສີສຸວັນເປັນຮອງ ແລະ ພະນັກງານວິຊາການຈໍານວນໜຶ່ງ. ໃນຂະນະດຽວກັນນັ້ນ ໂດຍການເຫັນດີຂອງສູນກາງແນວລາວຮັກຊາດ ແລະ ການຮ່ວມມືຊ່ວຍເຫລືອຂອງທິມງານແພດຊ່ຽວຊານຫວຽດນາມ, ພະແນກສາທາລະນະສຸກສູນກາງໄດ້ກໍານົດແນວທາງດ້ານສາທາລະນະສຸກອອກເປັນ 5 ວຽກໃຫຍ່ຄື: ເອົາວຽກງານການກັນພະຍາດເປັນຕົ້ນຕໍ, ໄດ້ກໍານົດເອົາຫລັກອະນາໄມສາມສະອາດຄື: ກິນສະອາດ, ດຶ່ມສະອາດ ແລະ ຢູ່ສະອາດ, ເອົາວຽກງານປິ່ນປົວເປັນສໍາຄັນ, ການປີ່ນປົວການຊ່ວຍໜູນໃຫ້ການກັນພະຍາດ, ສົມທົບການແພດທັນສະໄໝ ແລະ ການແພດພື້ນເມືອງ, ສົບທົບການປິ່ນປົວດ້ວຍຢາຫລວງ ແລະຢາພື້ນເມືອງ ແລະ ຫັນເອົາວຽກງານສາທາລະນະສຸກໃຫ້ເປັນຂອງທົ່ວປວງຊົນ.
ໃນພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງປະຫວັດຄວາມເປັນມາຂອງວັນບໍລິຈາກເລືອດໂລກຄົບຮອບ 21 ປີ ຕື່ມອີກ ພ້ອມທັງຈັດກິດຈະກຳຮັບບໍລິຈາກເລືອດ ໂດຍມີຜູ້ມາບໍລິຈາກເລືອດແບບສະໝັກໃຈ 17 ຄົນແລະ ໄດ້ເລືອດ 17 ຖົງ ເທົ່າກັບ 5.950 ຊີຊີ.
ຂ່າວ-ພາບ: ແກ້ວວິໄລ ດວງຄໍາ