ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ,ໃນວັນທີ 19 ມີຖຸນາ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ສະເໜີກົດໝາຍວ່າດ້ວຍການປູກຝັງ(ສ້າງໃໝ່),ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ,ສະນັ້ນເພື່ອເປັນບ່ອນອີງໃຫ້ແກ່ ສະມາຊິກສະພາແຫ່ງຊາດ ໄດ້ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງມີຈຸດສຸມ ທ່ານ ຈະເລີນ ເຢຍປາວເຮີ ໄດ້ສະເໜີບາງບັນຫາເຈາະຈີ້ມດັ່ງນີ້:
1. ມາດຕາ 14 ປັດໄຈການຜະລິດ ໄດ້ກຳນົດເນື້ອໃນ ມີ 8 ຂໍ້, ໄດ້ຜັນຂະຫຍາຍແຕ່ລະຂໍ້ ເປັນມາດຕາ ສະເພາະແຕ່ມາດຕາ 15 ຫາ ມາດຕາ 22 ຕໍ່ການກຳນົດເນື້ອໃນຂອງມາດຕາເຫຼົ່ານັ້ນ ບັນດາທ່ານເຫັນວ່າຄົບຖ້ວນ ແລະ ຮັດກຸມແລ້ວບໍ່ ຫຼື ຄວນຈະກຳນົດບັນຫາໃດຕື່ມ ເພື່ອໃຫ້ເນື້ອໃນຈະແຈ້ງ ແລະ ສອດຄ່ອງກັບການປະຕິບັດຕົວຈິງ?
2. ມາດຕາ 32 ມາດຕະຖານການຜະລິດ ເນື້ອໃນໄດ້ກຳນົດ ມີຊື່ມາດຕະຖານ ຄື ມາດຕະຖານການຜະລິດກະສິກຳອິນຊີ, ການຜະລິດກະສິກຳທີ່ດີ, ການຜະລິດສິນຄ້າພືດ ແລະ ການຜະລິດກະສິກຳທີ່ປອດໄພ ຊຶ່ງມາດຕະຖານດັ່ງກ່າວ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນຜູ້ກຳນົດ ບົນພື້ນຖານການກວດກາ ແລະ ການຢັ້ງຢືນ ໂດຍສອດຄ່ອງກັບພາກພື້ນ ແລະ ສາກົນຕໍ່ການກຳນົດເນື້ອໃນດັ່ງກ່າວ ບັນດາທ່ານເຫັນວ່າຈະແຈ້ງ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງແລ້ວບໍ່?
3. ພາກທີ 11, ໝວດທີ 5 ການປຸງແຕ່ງພືດ, ມາດຕາ 42 ການຫຸ້ມຫໍ່, ມາດຕາ 43 ການກວດກາ, ວິໄຈ ແລະ ຢັ້ງຢືນຄວາມປອດໄພຂອງຜົນຜະລິດພືດ, ມາດຕາ 44 ການສ້າງສາງ, ລານຕາກ, ໂຮງອົບ, ຫ້ອງເຢັນ ແລະ ໂຮງງານປຸງແຕ່ງພືດ ຊຶ່ງເປັນຂັ້ນຕອນກ່ອນທີ່ຈະໄປຮອດມືຜູ້ບໍລິໂພກ ຈຶ່ງມີຄວາມສໍາຄັນຫຼາຍ ຕໍ່ການກຳນົດເນື້ອໃນດັ່ງກ່າວ ບັນດາທ່ານເຫັນວ່າສອດຄ່ອງ ແລະ ຮັດກຸມແລ້ວບໍ່, ສາມາດຮັບປະກັນຄວາມປອດໄພຕໍ່ຜູ້ບໍລິໂພກແລ້ວ ຫຼື ບໍ່?
4. ມາດຕາ 46 ການກຳນົດໂຄງປະກອບລາຄາ ໃນການຄິດໄລ່ຕົ້ນທຶນການຜະລິດພືດ, ການຊື້, ຄ່າບໍລິການ, ການຈໍລະຈອນ, ລາຄາຈໍາໜ່າຍ ແລະ ຜົນກຳໄລຕົວຈິງຂອງສິນຄ້າ ພືດ ແລະ ຜະລິດຕະພັນພືດ ສົມທຽບໃສ່ຕົວຈິງໃນສັງຄົມປັດຈຸບັນ ເສດຖະກິດມີການເໜັງຕີງ, ລາຄາສິນຄ້າກໍມີການປັບປ່ຽນ ບັນດາທ່ານເຫັນວ່າການກໍານົດເນື້ອໃນມາດຕານີ້ ມີຄວາມເໝາະສົມແລ້ວບໍ່, ໄລຍະຜ່ານມາໃນການຄຸ້ມຄອງ, ກວດກາຂອງຂະແໜງການກ່ຽວຂ້ອງເປັນແນວໃດ, ຈະປັບປຸງບັນຫາໃດເພື່ອຮັບປະກັນໃຫ້ຜູ້ປະກອບການ ແລະ ຜູ້ບໍລິໂພກ ໄດ້ຮັບຜົນປະໂຫຍດເທົ່າທຽມກັນ?
5. ພາກທີ III ການສົ່ງເສີມວຽກງານປູກຝັງ ໄດ້ກຳນົດນະໂຍບາຍສົ່ງເສີມວຽກງານປູກຝັງ ມີ 15 ຂໍ້ ແລະ ໄດ້ຜັນຂະຫຍາຍແຕ່ລະຂໍ້ ເປັນມາດຕາສະເພາະແຕ່ມາດຕາ 57 ຫາ ມາດຕາ 72 ຕໍ່ການກໍານົດເນື້ອໃນມາດຕາດັ່ງກ່າວ ບັນດາທ່ານເຫັນວ່າເໝາະສົມແລ້ວບໍ່? ຫຼື ເຫັນຄວນໃຫ້ນະໂຍບາຍດ້ານໃດຕື່ມ ເພື່ອຮັບປະກັນການພັດທະນາວຽກງານປູກຝັງ ມີຄຸນນະພາບໃໝ່?
6. ມາດຕາ 85 ຫາ ມາດຕາ 89 ໄດ້ກຳນົດ ສິດ ແລະ ໜ້າທີ່ ຂອງຂະແໜງການກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ຂະແໜງການ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ກັບການຄຸ້ມຄອງວຽກງານປູກຝັງ ຕໍ່ການກຳນົດເນື້ອໃນດັ່ງກ່າວ ບັນດາທ່ານເຫັນວ່າສອດຄ່ອງ ແລະ ຄົບຖ້ວນແລ້ວບໍ່ ຫຼື ຄວນກຳນົດບັນຫາໃດຕື່ມ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານປູກຝັງ ມີປະສິດທິພາບ ແລະ ປະສິດທິຜົນ.



