ພິທີເຊັນສັນຍາຮ່ວມມື ການໃຫ້ບໍລິການຜ່ານລະບົບທະນາຄານພັດທະນາລາວ ຈຳກັດ ຂອງຄົນເຈັບທີ່ມາໃຊ້ບໍລິການໃນໂຮງໝໍມະໂຫສົດ ຈັດຂຶ້ນໃນວັນທີ 19 ມິຖຸນາ 2025 ທີ່ໂຮງໝໍມະໂຫສົດ ລະຫວ່າງ ທ່ານ ຊູຊາດ ວົງພະຈັນ ຜູ້ອໍານວຍການໂຮງໝໍມະໂຫສົດ ແລະ ທ່ານ ວຽງຄໍາ ວັນສີລາລົມ ຜູ້ອໍານວຍການຊີ້ນໍາສາຂາ ພາກນະຄອນຫຼວງວຽງຈັນ ທະນາຄານພັດທະນາລາວ ຈຳກັດ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາຄະນະອໍານວຍການ ແລະ ຫົວໜ້າສູນ ຫົວໃຈ-ເສັ້ນເລືອດ ຫ້ອງການກະຊວງສາທາລະນະສຸກ ແລະ ຫົວໜ້າກົມປິ່ນປົວ ແລະ ພື້ນຟູໜ້າທີ່ການ ຫົວໜ້າພະແນກ ຮອງພະແນກ ຄະນະສາມອົງການຈັດຕັ້ງມະຫາຊົນ ແລະ ທີມງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຊູຊາດ ວົງພະຈັນ ກ່າວວ່າ: ການເຊັນສັນຍາທີ່ສໍາຄັນໃນຄັ້ງນີ້ ເຊິ່ງແມ່ນການເຊັນສັນຍາຮ່ວມມືກັນ ລະຫວ່າງ ໂຮງໝໍມະໂຫສົດ ແລະ ທະນາຄານພັດທະນາລາວ ຈຳກັດ ໃນການນໍາໃຊ້ລະບົບບໍລິການຊໍາລະເງິນທີ່ທັນສະໄໝ ແລະ ປອດໄພ ໃຫ້ແກ່ຄົນເຈັບທີ່ມາໃຊ້ ບໍລິການໃນໂຮງໝໍຂອງເຮົາ ຂໍສະແດງຄວາມຂອບໃຈມາຍັງ ທະນາຄານພັດທະນາລາວ ຈຳກັດ ທີ່ໄດ້ເຫັນຄວາມສໍາຄັນ ແລະ ສົນໃຈເພື່ອເຂົ້າມາຮ່ວມມືກັບໂຮງໝໍມະໂຫສົດ ໃນການຍົກລະດັບຄຸນນະພາບການບໍລິການ ພ້ອມທັງເປັນການຫຼຸດ ຜ່ອນຂັ້ນຕອນ ແລະ ໄລຍະເວລາ ໃນການຮັບບໍລິການຂອງຄົນເຈັບ ພ້ອມທັງສ້າງທາງເລືອກໃໝ່ໆ ໃນການຊໍາລະເງິນຄ່າບໍລິການດ້ວຍຄວາມສະດວກ ແລະ ມີຄວາມປອດໄພ ຂ້າພະເຈົ້າເອງ ແມ່ນມີຄວາມເຊື່ອໝັ້ນວ່າ ການຮ່ວມມືໃນຄັ້ງນີ້ ຈະເປັນບາດກ້າວໜຶ່ງທີ່ສໍາຄັນ ໃນການພັດທະນາລະບົບການໃຫ້ບໍລິການທາງການແພດ ໃນໂຮງໝໍຂອງເຮົາ ທັງໃນດ້ານເຕັກໂນໂລຊີ ແລະ ການຄຸ້ມຄອງທາງການເງິນ ຢ່າງມີປະສິດທິພາບ ປະສິດທິຜົນທີ່ດີ.
ສະແດງຄວາມຂອບໃຈ ມາຍັງທ່ານລັດຖະມົນຕີກະຊວງ ສາທາລະນະສຸກ ທີ່ໄດ້ເປີດໂອກາດໃຫ້ເກີດ ມີການຮ່ວມມືດັ່ງກ່າວ ແລະ ຂໍໃຫ້ການຮ່ວມມືໃນຄັ້ງນີ້ ປະສົບຜົນສໍາເລັດຕາມຄາດໝາຍ ມີຄວາມຈະເລີນກ້າວໜ້າ ແລະ ສົ່ງຜົນອັນດີຕໍ່ກັບປະຊາຊົນບັນດາເຜົ່າ ເພື່ອໃຫ້ໄດ້ຮັບການບໍລິການທີ່ມີຄຸນນະພາບເກີດປະໂຫຍດ ຢ່າງສູງສຸດແກ່ຄົນເຈັບ ແລະ ປະຊາຊົນລາວ ຜູ້ມາບໍລິການຢູ່ໃນໂຮງໝໍພວກເຮົາ ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ມາຍັງທ່ານ ວຽງຄໍາ ວັນສີລາລົມ ພ້ອມດ້ວຍທີມງານ ແລະ ທຸກໆທ່ານ ທີ່ໄດ້ເສຍຫຼະເວລາອັນມີຄ່າ ເຂົ້າຮ່ວມໃນພິທີຄັ້ງນີ້.
ວຽງຈັນໃໝ່





