ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫະພັນນັກຮົບເກົ່າ ແຂວງໄຊຍະບູລີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນນັກຮົບເກົ່າທົ່ວແຂວງ ຄັ້ງທີ V ຢູ່ເມືອງຫົງສາ.

Jun 20, 2025

ໃນຕອນເຊົ້າວັນທີ 19 ມິຖຸນາ 2025 ນີ້, ທ່ານ ພັອ ຄຳເຟື່ອນ ບຸນມີ ຮອງປະທານຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນນັກຮົບເກົ່າ ທົ່ວແຂວງໄຊຍະບູລີ ຄັ້ງທີ V ຢູ່ທີ່ສະໂມສອນເມືອງຫົງສາ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງທ່ານ ພົມມາ ພົມມະຫານ ຮອງເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພະນັກງານຫ້ອງການສະຫະພັນນັກຮົບເກົ່າເມືອງເຂົ້າຮ່ວມ.
ທ່ານ ພັອ ຄໍາເຟື່ອນ ບຸນມີ ໄດ້ຍົກໃຫ້ເຫັນຜົນສໍາເລັດເນື້ອໃນສໍາຄັນດັ່ງນີ້: ຮັບຮອງເອົາບົດລາຍງານການເມືອງທັງ 2 ພາກຂອງຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງ ສະໄໝທີ IV ເຊິ່ງໄດ້ຕີລາຄາຢ່າງພາວະວິໄສ ຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ IV, ມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວແຂວງ ຄັ້ງທີ IV, ແຜນພັດທະນານັກຮົບເກົ່າແຂວງ ແລະ ເນື້ອໃນຄຳຂວັນ, ຂໍ້ແຂ່ງຂັນ 3 ດີ 6 ຮັກສາ ເຊິ່ງເປັນການປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ; ຮັບຮອງເອົາຄາດໝາຍສູ້ຊົນ ແຕ່ປີ 2025-2029 ສູ້ຊົນເຮັດໃຫ້ສະມາຊິກນັກຮົບເກົ່າ, ພະນັກງານ-ລັດຖະກອນ ໄດ້ຮັບການເຜີຍແຜ່, ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໂດຍສະເພາະ ແມ່ນມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ກົດລະບຽບຂອງສະຫະພັນນັກຮົບເກົ່າ, ຮັບຮອງເອົາແຜນພັດທະນານັກຮົບເກົ່າ ປີ 2025-2029 ລວມມີ 4 ແຜນງານ 14 ໂຄງການຄື: 1). ແຜນງານສຶກສາອົບຮົມການເມືອງ-ແນວຄິດ ມີ 5 ໂຄງການ, 2). ແຜນງານປັບປຸງລະບົບການຈັດຕັ້ງສະຫະພັນນັກຮົບເກົ່າ ມີ 4 ໂຄງການ, 3). ແຜນງານປົກປ້ອງສິດຜົນປະໂຫຍດຂອງນັກຮົບເກົ່າ ມີ 2 ໂຄງການ, 4). ແຜນງານຮ່ວມມື ແລະ ສົ່ງເສີມເສດຖະກິດນັກຮົບເກົ່າ ມີ 3 ໂຄງການ; ຮັບຮອງເອົາບົດສໍາຫຼວດການນຳພາລວມ ຂອງຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງ ສະໄໝທີ IV ໄລຍະ 5 ປີຜ່ານມາ. ໃນໂອກາດນີ້ຍັງໄດ້ມອບໃບຍ້ອງຍໍຂອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃຫ້ບຸກຄົນ ແລະ ກົມກອງ ທີ່ມີຜົນງານດີເດັ່ນເຂົ້າໃນການສ້າງສາພັດທະນາອົງການຈັດຕັ້ງສະຫະພັນນັກຮົບເກົ່າແຂວງໄຊຍະບູລີ ຕະຫຼອດໄລຍະ 5 ປີຜ່ານມາ, ສະເພາະເມືອງຫົງສາມີຈຳນວນ 16 ທ່ານ ແລະ 8 ກົມກອງ, ມອບໃບຍ້ອງຍໍຂອງປະທານສະຫະພັນນັກຮົບເກົ່າແຂວງ ໃຫ້ບຸກຄົນ ແລະ ກົມກອງ ທີ່ມີຜົນງານດີເດັ່ນເຂົ້າໃນການສ້າງສາພັດທະນາອົງການຈັດຕັ້ງສະຫະພັນນັກຮົບເກົ່າແຂວງໄຊຍະບູລີ ສະເພາະເມືອງຫົງສາ ມີຈຳນວນ 6 ທ່ານ ແລະ 2 ກົມກອງ, ໃບສົມມະນາບຸນຄຸນ 1 ໃບ.
ຂ່າວ- ພາບ ຖວທ ຫົງສາ