ໃນຕອນບ່າຍ ວັນທີ 18 ມິຖຸນາ 2025 ທີ່ສະໂມສອນເມືອງເຟືອງ, ແຂວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງວຽງຈັນ ຊຶ່ງນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ໂດຍທ່ານ ຄຳພັນ ສິດທິດຳພາ, ເຈົ້າແຂວງໆວຽງຈັນ.
ໃນໂອກາດນີ້, ທ່ານ ເຈົ້າແຂວງໆວຽງຈັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງແຂວງ ເຫັນວ່າ: ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວ, ບັນດາຫົວໜ່ວຍການຜະລິດ ແລະ ບໍລິການຕ່າງໆ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນແຂວງ ໄດ້ພ້ອມກັນເອົາໃຈໃສ່ເຮັດການຜະລິດ ແລະ ການບໍລິການ ເພື່ອກະຕຸ້ນເສດຖະກິດ ແລະ ພັດທະນາສັງຄົມ ເຮັດໃຫ້ທົ່ວແຂວງ ສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຮັກສາສະຖຽນລະພາບທາງການເມືອງ ຢ່າງໜັກແໜ້ນ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ແລະ ພັດທະນາເສດຖະກິດຂອງແຂວງ ໃຫ້ສືບຕໍ່ຂະຫຍາຍຕົວ, ໃນນັ້ນ ເສດຖະກິດຂອງແຂວງ ຂະຫຍາຍຕົວໃນລະດັບ 3.8%, ລາຍຮັບສະເລ່ຍໃສ່ຫົວຄົນ ໄດ້ 17.54 ລ້ານກີບ/ປີ; ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ 902,057 ເທື່ອຄົນ, ເທົ່າກັບ 64.7% ຂອງແຜນການປີ, ສ້າງລາຍຮັບທົ່ວສັງຄົມໄດ້ 755 ຕື້ກີບ, ເທົ່າກັບ 73,3% ຂອງແຜນການປີ; ການປະຕິບັດຄາດໝາຍດ້ານການພັດທະນາ (SDGs) ຂອງຂະແໜງການສຶກສາ ໃນ 15 ຄາດໝາຍ ສາມາດບັນລຸແລ້ວ 9 ຄາດໝາຍ ແລະ ຂະແໜງສາທາລະນະສຸກ ໃນ 11 ຄາດໝາຍ ສາມາດບັນລຸແລ້ວ 9 ຄາດໝາຍ.
ພາຍຫຼັງຮັບຟັງການລາຍງານ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນພົບປະໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງວຽງຈັນ ໃນຄັ້ງນີ້; ໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ລວມທັງ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ໂດຍສະເພາະ ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງສູນກາງພັກ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໃນແກ້ໄຂບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຮັດໃຫ້ປະເທດເຮົາ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ກໍ່ນັບມື້ພົ້ນເດັ່ນຫຼາຍຂຶ້ນ; ພ້ອມກັນນັ້ນ ກໍ່ໄດ້ເນັ້ນຄືນ ຄວາມສຳຄັນຂອງວຽກງານຈຸດສຸມພັດທະນາ ໃນປີ 2025 ໂດຍສະເພາະ ເປັນປີມ້ວນທ້າຍ ໃນການບຸກບືນສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ທັງເປັນປີຄົບຮອບການສະເຫຼີມສະຫຼອງໃຫຍ່ 3 ວັນປະຫວັດສາດຂອງຊາດ ແລະ ເປັນໄລຍະດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ອັນສຳຄັນ, ທ່ານ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ອົງການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ ພ້ອມກັນຕັ້ງໜ້າປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ທາງດ້ານສັງຄົມໃຫ້ຫຼຸດລົງ; ສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ; ຊຸກຍູ້ສົ່ງເສີມ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງບັນດາທ້ອງຖິ່ນ ເຂົ້າໃນການພັດທະນາ ແລະ ຜະລິດເປັນສິນຄ້າ ຢ່າງແຂງແຮງ ຕາມທິດ “ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ” ໃນແຕ່ລະດ້ານ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ຕິດຕາມກວດກາ ແລະ ຄຸ້ມຄອງບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດຜ່ານມາ ໃຫ້ເຄື່ອນໄຫວ ແລະ ປະຕິບັດພັນທະ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ສືບຕໍ່ພັດທະນາວຽກງານດ້ານສັງຄົມ ໂດຍສະເພາະ ການປະຕິບັດຄາດໝາຍດ້ານການພັດທະນາ ໃຫ້ບັນລຸຕາມແຜນທີ່ກຳນົດໄວ້; ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ສະໜັບສະໜູນ ໃຫ້ໄດ້ຫຼາຍຂຶ້ນ; ສືບຕໍ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ພາຍໃນແຂວງ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ໃນໂອກາດເຄື່ອນໄຫວເຮັດວຽກຢູ່ເມືອງເຟືອງໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປຢ້ຽມຊົມແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ຂອງເມືອງເຟືອງຈຳນວນໜຶ່ງ ເປັນຕົ້ນ ວັດສິນໄຊຍາຣາມ, ຕູບເຟືອງ (ເຮືອນຈຳລອງ ແລະ ສິລະປະວັດທະນະທຳຊົນເຜົ່າຕ່າງໆ, ຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ…), ຫໍມູນເຊື້ອກົກແຕ້ ຈາລຶກຄວາມແຄ້ນ, ພ້ອມທັງ ປູກຕົ້ນໄມ້ ຮ່ວມກັບການນຳຂອງແຂວງວຽງຈັນ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.







