ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກ​ບ​ຣິກ​ສ​ ສ້າງ​ພື້ນ​ທີ່​ການ​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ​ເກົ່າ​ ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ

Jun 20, 2025

ເມື່ອ​ບໍ່​ດົນ​ມາ​ນີ້, ບ​​ຣາ​ຊິ​ນ ໃນ​ຖາ​ນະ​ເປັນ​ປະ​ເທ​ດ​ປະ​ທານ​ໝູນ​ວຽນ​ຂອງບ​ຣິກ​ສ ໄດ້​ປະ​ກາດ​ວ່າ: ຫວຽດ​ນາມໄດ້​ເຂົ້າ​ຮ່ວມ​ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກບ​ຣິກ​ສ​ ດ້ວຍ​ການ​ເປັນ​ປະ​ເທ​ດ​ຄູ່​ຮ່ວມບ​ຣິກ​ສ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ​ອາ​ຊ​ຽ​ນ ແລະ ປ​ະ​ເທດສະ​ມາ​ຊິກບ​ຣິກ​ສ ​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ​ເກົ່າ, ຈາກ​ອິນ​ໂດ​ເນ​ເຊຍ​ເຂົ້າ​ເປັນ​ປະ​ເທດ​ສະ​ມາ​ຊິກ​ບ​ຣິກ​ສ, ຮອດ​ມາ​ເລ​ເຊຍ, ໄທ ແລະ ຫວຽດ​ນາມ ​ກາຍ​ເປັນ​ປະ​ເທດ​ຄູ່​ຮ່ວມບ​ຣິກ​ສ ກໍ​ຄື ລາວ​​ທີ່ສະ​ແຫວງ​ຫາ​ການ​ຮ່ວມ​ມື​ກັບ​ບ​ຣິ​ກ​ສ​ຢ່າງ​ຕັ້ງ​ໜ້​າ. ທັງ​ໝົດ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກບ​ຣິກ​ສ​ ກຳ​ລັງ​ເປີດ​ປະ​ຕູ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ເພື່ອ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​​ແຫ່ງການ​ພັດ​ທະ​ນາ​ທີ່ກວ້າງ​ຂວາງກວ່າ​ເກົ່າ.
ນັບ​ແຕ່​​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້​ນ​ເປັນ​ຕົ້ນ​ມາ, ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກບ​ຣິກ​ສ ​ໄດ້​ຍຶດ​ໝັ້ນ​ແນວ​ຄິດ​ເປີດກວ້າງ, ກວມ​ລວມ, ​ຮ່ວມ​ມື ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ ໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ຂອງ​ປະ​ເທດ​​ໃນເຂດ​ໂລກ​ໃຕ້. ກົນ​ໄກ​ການ​ຮ່ວມ​ມື​ນີ້​ ໄດ້​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊ​ຽນ ​ໃນ​ການ​ຍົກ​ລະ​ດັບ​ສິດ​ໃນ​ການ​ປະ​ກອບ​ຄຳ​ເຫັນໃນ​ເວ​ທີ​ສາ​ກົນ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບຫຼາຍ​ຂົ້ວ. ພາຍ​ໃຕ້​ສະ​ຖາ​ນະ​ການ​ສາ​ກົນ​ທີ່​ສະຫຼັບ​ສັບ​ຊ້ອນ​ໃນ​ປັດ​ຈຸ​ບັນ, ການ​ແຂ່ງ​ຂັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່ ​ໄດ້​ສ້າງ​ຄວາມ​ກົດ​ດັນ​ຢ່າງຫຼວງຫຼາຍ​ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ອາ​ຊ​ຽ​ນ, ຍົກ​ຕົວ​ຢ່າງ: ອາ​ເມ​ຣິ​ກາ​ປະ​ຕິ​ບັດ “ຍຸດ​ທະ​ສາດ​ອິນ​ໂດ-ປາ​ຊີ​ຟິກ”, ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊ​ຽນ ​ຈຳ​ເປັ​ນ​ຕ້ອງ​ມີ​ຄວາມ​ລະ​ມັດ​ລະ​ວັງຫຼາຍກວ່າ​ເກົ່າ​ ໃນ​ການ​ວາງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ. ໂດຍ​ຜ່ານ​ກົນ​ໄກ​ການ​ຮ່ວມ​ມືບ​ຣິກ​ສ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊ​ຽນ​ ສາ​ມາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ ກັບ​ກຸ່ມ​ເສດ​ຖະ​ກິດ​ຈະ​ເລີນ​ໃໝ່​ອື່ນໆ, ເປີດກວ້າງ​ພື້ນ​ທີ່​ການ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຍາດ​ເອົາ​ສິດ​​ໃນ​ການປະ​ກອບ​ຄຳ​ເຫັນ​ໃຫ້ຫຼາຍກວ່າ​ເກົ່າ ເພື່ອ​ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ​ຕົນ​ໃນ​ເວ​ທີ​ສາ​ກົນ.
​ປະ​ເທດ​ສະ​ມາ​ຊິກບ​ຣິກ​ສ​ມີ​ປະ​ຊາ​ກອນ​ທັງ​ໝົດ​ປະ​ມານ 3 ຕື້ 500 ລ້ານ​ຄົນ ເຊິ່ງ​ກວມ​ເອົາຫຼາຍກວ່າ 40% ​ຂອງ​ປະ​ຊາ​ກອນ​ທົ່ວ​ໂລກ, ມີ​ຕະຫຼາດ​ໃຫຍ່​ພິ​ເສດ ແລະ ມູນ​ຄ່າ​ການ​ຄ້າ​ກວມ​ເອົາ 25% ຂອງ​ໂລກ. ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ​ຕ້ອງ​ບຸກ​ເບີກ​ພື້ນ​ທີ່​ການ​ຮ່ວມ​ມື ແລະ ສະ​ແຫວງ​ຫາ​ຈຸດ​ເຕີບ​ໂຕ​ໃໝ່​ດ້ານ​ເສດ​ຖະ​ກິດ. ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດ​ສະ​ມາ​ຊິກ​ບ​ຣິກ​ສ ​ກໍ​ໄດ້​ສ້າງ​ເວ​ທີ​ອັນ​ສຳ​ຄັນ​ແບບ​ນີ້​ ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ. ຍົກ​ເອົາ​ຫວຽດ​ນາມ​ເປັນ​ຕົວ​ຢ່າງ, ຫຼັງ​ຈາກ​ກາຍ​ເປັນ​ປະ​ເທດ​ຄູ່​ຮ່ວມບ​ຣິກ​ສ​ແລ້ວ ຈະ​ຊຸກ​ຍູ້​ການ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ​ລະ​ຫວ່າງ​ຫວຽດ​ນາມ​ ກັບ​ຄອບ​ຄົວ​ບ​ຣິກ​ສ, ສ້າງ​ຕະຫຼາດ​ທີ່ກວ້າງ​ຂວາງກວ່າ​ເກົ່າ ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ແລະ ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ຂອງ​ຫວຽດ​ນາມ, ດຶງ​ດູດ​ການ​ລົງ​ທຶນ​ທີ່​ມີ​ຄຸນ​ນະ​ພາບ​ດີກວ່າ​ເກົ່າ ແລະ ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ ເພື່ອ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຫວຽດ​ນາມດ້ວຍ​ຄຸນ​ນະ​ພາບ​ສູງ ​.
ໃນ​ດ້ານ​ການ​ບໍ​ລິ​ຫານ​ທົ່ວ​ໂລກ, ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກບ​ຣິກ​ສ​ໄດ້​ສ້າ​ງ​ຕັ້ງ​ຂຶ້ນ​ເປັນ​ເວ​ລາເກືອບ 20 ປີ​ແລ້ວ ໄດ້​ກາຍ​ເປັນ​ກຳ​ລັງ​ທີ່​ມີ​ລັກ​ສະ​ນະ​ສ້າ​ງ​ສັນ ​ໃນ​ການ​ຊຸກ​ຍູ້​ການ​ປ່ຽນ​ແປງ​ຂອງ​ລະ​ບົບ​ການ​ບໍ​ລິ​ຫານ​ທົ່ວ​ໂລກ. ໂດຍ​ຜ່ານ​ການ​ຮ່ວມ​ມື​ກັບ​ປະ​ເທດບ​ຣິກ​ສ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ​ສາ​ມາດ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຕົນ​ເອງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໃນ​ຂະ​ນະ​ທີ່ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງວ່ອ​ງ​ໄວ ພ້ອມ​ທັງ​ສາ​ມາດ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ໝັ້ນ​ທ່ຽງ​ພາຍ​ໃຕ້​ສະ​ພາບ​ແວດ​ລ້ອມ​ການ​ເມືອງ ແລະ ເສດ​ຖະ​ກິດ​ສາ​ກົນ​ທີ່​ມີ​ການ​ປ່ຽນ​ແປງຢ່າງຫຼວງຫຼາຍ.
ເຖິງວ່າ​ປະ​ເທດ​ລ​າວ​ຍັງ​ບໍ່​ທັນ​​ໄດ້ເຂົ້າ​ຮ່ວມ​ກົນ​ໄກ​ການ​ຮ່ວ​ມ​ມືບ​ຣິກ​ສ​ກໍ​ຕາມ, ແຕ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ໄດ້​ສະ​ແຫວງ​ຫາ​ການ​ຮ່ວມ​ມື​ດັ່ງ​ກ່າວ​ມາ​ໂດຍ​ຕະຫຼອດ. ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ປ​ະ​ເທດ​ສະ​ມາ​ຊິກບ​ຣິກ​ສ​ ໃນ​ປີ 2024, ທ່ານ​ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ລາວ​ ເຄີຍ​ກ່າວ​ວ່າ: ປະ​ເທດ​ສະ​ມາ​ຊິກບ​ຣິກ​ສ​ ມີ​ບົດ​ບາດ​ນັບ​ມື້​ສຳ​ຄັນ​ໃນ​ເວ​ທີ​ສາ​ກົນ, ປະ​ເທດ​ລາວ​ຫວັງ​ຢາກ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຂອງ​ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດ​ສະ​ມາ​ຊິກບ​ຣິກ​ສ.
​ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດສະ​ມາ​ຊິກບ​ຣິກ​ສ ໄດ້​ເປີດກວ້າງ​ພື້ນ​ທີ່​ການ​ຮ່ວ​ມ​ມື ແລະ ນຳ​ເອົາ​ໂອ​ກາດ​ການ​ພັດ​ທະ​ນາ​ໃໝ່​​ ມາໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ໂດຍ​ອີງ​ໃສ່​ທ່າ​ແຮງ​ດ້ານ​ຕ່າງໆ​ຂອງ​ຕົນ. ໃນ​ອະ​ນາ​ຄົດ, ສອງ​ຝ່າຍ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຫຼາຍຂົງ​ເຂດກວ່າ​ເກົ່າ ແລະ ດ້ວຍລະ​ດັບ​ທີ່​ເລິກ​ເຊິ່ງກວ່າ​ເກົ່າ ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.