ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫ້ອງວ່າການກະຊວງປ້ອງກັນປະເທດ ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

Jun 20, 2025

ວັນທີ 20 ມີຖຸນາ 2025, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025), ໂດຍການເປັນປະທານຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ, ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກອົງການ,ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກອົງການ,ຄະນະພັກ-ຄະນະບັນຊາ,ກົມ, ກອງ, ຫ້ອງການ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນທະວີ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ອີງຕາມ ກອງປະຊຸມຂອງກົມການເມືອງສູນກາງພັກ ກ່ຽວກັບການ ອະນຸມັດ ຍ້ອງຍໍຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ, ອີງຕາມ ໜັງສືສະເໜີ ຂອງຄະນະ ກຳມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ, ຄະນະ ເລຂາທິການສູນກາງພັກ ຕົກລົງ: ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວໃຫ້ ສະມາຊິກພັກ ປະຈຳການ ກະຊວງປ້ອງກັນປະເທດ ຈຳນວນ 1,019 ສະຫາຍ, ຍິງ 56 ສະຫາຍ, ໃນນີ້ມີສະມາຊິກພັກ ປະຈຳການຢູ່ ຫ້ອງວ່າການກະຊວງປ້ອງກັນປະເທດ ຈຳນວນ 41 ສະຫາຍ, ຍິງ 1 ສະຫາຍ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.
ພາບ-ຂ່າວ ນົກ ບຸນມາເລີດ