ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດ ແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ.

Jun 20, 2025

ພິທີ ປະກາດການຈັດຕັ້ງ ຍົກຍ້າຍ, ແຕ່ງຕັ້ງ, ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ຜູ້ເກົ່າ ແລະ ຜູ້ໃໝ່ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ສີຄານ ແກ່ນມະນີ ຮອງເລຂາພັກເມືອງ, ຮັກສາການເຈົ້າເມືອງແກ່ນທ້າວ, ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ຄະນະຄຸ້ມຄອງດ່ານສາກົນ, ຫົວໜ້າໜ່ວຍງານ, ພະນັກງານປະຈໍາດ່ານສາກົນຂົວມິດຕະພາບນໍ້າເຫືອງ ແລະ ນາຍບ້ານພາຍໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1179, ລົງວັນທີ 3 ມິຖຸນາ 2025 ວ່າດ້ວຍການຖອນນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງ ຖອນ ພັອ ບຸນຫຼ້າ ສຸລິຍາ ຈາກຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ກັບຄືນມາເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ຜ່ານຂໍ້ຕົກລົງຂອງເຈົ້າແຂວງໄຊຍະບູລີ ສະບັບເລກທີ 1013 ລົງວັນທີ 11 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ເຈົ້າແຂວງໄຊຍະບູລີ ຕົກລົງແຕ່ງຕັ້ງທ່ານ ອຸ່ມ ພານຸເດດ ເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແລະ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງແກ່ນທ້າວ ສະບັບເລກທີ 231, ລົງວັນທີ 18 ມິຖຸນາ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກດ່ານສາກົນຂົວມິດຕະພາບນໍ້າເຫືອງ ເຊິ່ງໄດ້ບົ່ງຕົວແຕ່ງຕັ້ງສະຫາຍ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເປັນເລຂາໜ່ວຍພັກດ່ານສາກົນຂົວມິດຕະພາບນໍ້າເຫືອງ. ຈາກນັ້ນ, ທ່ານ ພັອ ບຸນຫຼ້າ ສຸລິຍາ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ຜູ້ເກົ່າ ໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາໃນໄລຍະຜ່ານມາ ແລະ ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ກັບ ທ່ານ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ຜູ້ໃໝ່ ຢ່າງເປັນທາງການ.
ຕອນທ້າຍ ທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ຍັງໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ເນັ້ນໃຫ້ສະຫາຍທີ່ຖືກແຕ່ງຕັ້ງເອົາໃຈໃສ່ເພີ່ມທະວີການສຶກສາອົບຮົບການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກວຽກງານ, ເອົາໃຈໃສ່ວຽກງານກໍ່ສ້າງພັກ ແລະ ສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອົາໃຈໃສ່ແບບແຜນວິທີເຮັດວຽກ, ປະຕິບັດລະບອບລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ປະຕິບັດໜ້າທີ່ການເມືອງ ແລະ ເອົາໃຈໃສ່ປະຕິບັດ 2 ວາລະແຫ່ງຊາດ ໃຫ້ມີຜົນສໍາເລັດ.