ວັນທີ 20 ມິຖຸນາ 2025, ມະຫາວິທະຍາໄລເສດຖະກິດການ ຄ້າສາກົນຈີນ ໄດ້ຈັດພິທີມອບ-ຮັບໃບປະກາສະນິຍະບັດໃຫ້ນັກ ສຶກສາ ປະຈໍາສົກສຶກສາ 2024-2025. ໃນນີ້ ມີນັກສຶກສາລາວ ຈໍານວນ 10 ຄົນ, ລວມມີລະດັບປະລິນຍາເອກ 1 ຄົນ ແລະ ປະ ລິນຍາໂທ 9 ຄົນ, ໃນ 5 ສາຂາວິຊາ ຄື: ການຮ່ວມມືເສດຖະກິດສາກົນ 3 ຄົນ, ການຄ້າສາກົນ 2 ຄົນ, ພົວພັນຕ່າງປະເທດ 2 ຄົນ, ພົວພັນສາກົນ 1 ຄົນ ແລະ ການພັດທະນາສາກົນ 1 ຄົນ.
ປັດຈຸບັນ, ນັກສຶກສາລາວທີ່ກຳລັງສຶກສາຢູ່ປະເທດຈີນ ມີທັງ ໝົດ 1 ໝື່ນກວ່າຄົນ. ມະຫາວິທະຍາໄລເສດຖະກິດການຄ້າສາ ກົນຈີນ ແມ່ນໜຶ່ງໃນຫຼາຍມະຫາວິທະຍາໄລຢູ່ນະຄອນຫຼວງປັກກິ່ງຂອງຈີນ ທີ່ມີນັກສຶກສາລາວມາສຶກສາຮໍ່າຮຽນຈໍານວນຫຼາຍໃນແຕ່ລະປີ. ປັດຈຸບັນສະເພາະນັກສຶກສາລາວທີ່ກຳລັງສຶກສາຢູ່ມະຫາວິທະຍາໄລດັ່ງກ່າວມີທັງໝົດ 69 ຄົນ ໃນລະດັບກຽມພາ ສາຈີນ, ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.
BT, ວສລ






