ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫວັນນະເຂດ ສະຫລອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ

Jun 21, 2025

ແຂວງສະຫວັນນະເຂດ ຈັດພິທີສະເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກ ປະຈຳປີ 2025 ໃນວັນທີ 20 ມິຖຸນາ 2025 ຢູ່ສູນການຄ້າສະຫວັນໄອເຕັກ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄໍາລາວັນຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ຮອງປະທານຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ, ມີຫົວໜ້າສະຖາບັນເລືອດແຫ່ງຊາດ, ຫົວໜ້າອົງການກາແດງແຂວງ, ບັນດາການນຳພັກ-ລັດແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງແຂວງ ເຂົ້າຮ່ວມ.
ທ່ານ ນາງ ສີສະຫວັດ ໂຄດທະວົງສາ ຫົວໜ້າອົງການກາແດງແຂວງສະຫວັນນະເຂດ ໄດ້ກ່າວວ່າ: ອົງການກາແດງແຂວງຮ່ວມກັບ 3 ອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ສ້າງຂະບວນການບໍລິຈາກເລືອດເປີດກວ້າງ ເນື່ອງໃນໂອກາດສະເຫລີມສະຫລອງວັນບໍລິໂລກເລືອດໂລກ 14 ມິຖຸນາ ປະຈຳປີ 2025 ເຊິ່ງປີນີ້ມີເປົ້າໝາຍໃນການບໍລິຈາກເລືອດ 300 ທ່ານຂຶ້ນໄປ ເພື່ອຊ່ວຍເຫລືອເພື່ອນມະນຸດຮ່ວມຊາດ ກໍຄື ຍາດພີ່ນ້ອງທີ່ພວມປິ່ນປົວຮັກສາຢູ່ໂຮງໝໍແຫ່ງຕ່າງໆໃນທົ່ວແຂວງ ທີ່ກຳລັງຄອງຄ່ອຍຖ້າການຊ່ວຍເຫລືອ. ຈຸດປະສົງໃນການສະເຫລີມສະຫລອງຄັ້ງນີ້ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ, ຂອບອົກຂອບໃຈ ຜູ້ບໍລິຈາກເລືອດທີ່ໄດ້ເສຍເລືອດ ດ້ວຍການໃຫ້ເລືອດ ເພື່ອຊ່ວຍຊີວິດຜູ້ອື່ນ, ທັງເປັນການສ້າງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຄວາມຈຳເປັນ ແລະ ຄວາມຕ້ອງການເລືອດໃນການປິ່ນປົວ ເຊິ່ງຕ້ອງການໃຫ້ມີການບໍລິຈາກເລືອດ ເພາະວ່າບໍ່ມີສິ່ງອື່ນໃດທີ່ມາທົດແທນໄດ້, ເພື່ອຍົກໃຫ້ເຫັນຜູ້ປະກອບສ່ວນໃນການບໍລິຈາກເລືອດ ຊ່ວຍຊີວິດຄົນເຈັບ ແລະ ຕໍ່ລະບົບສາທາລະນະສຸກ, ພ້ອມທັງໄດ້ສົ່ງເສີມໃຫ້ມີສ່ວນຮ່ວມຂອງທົ່ວສັງຄົມ ໃນການປະກອບສວ່ນບໍລິຈາກເລືອດ.
ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ກ່າວຕໍ່ພິທີວ່າ: ວັນທີ 14 ມິຖຸນາ ຂອງທຸກໆປີ ເປັນວັນແຫ່ງການສະເຫລີມສະຫລອງວັນຜູ້ບໍລິຈາກເລືອດໂລກ ຢູ່ປະເທດຕ່າງໆໃນທົ່ວໂລກ ເພື່ອເປັນການຂອບໃຈຕໍ່ຜູ້ບໍລິຈາກເລືອດຢູ່ທົ່ວໂລກ ທີ່ໄດ້ມອບຂອງຂວັນທີ່ມີຄ່າຕໍ່ຊີວິດຄືການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ເພື່ອຊ່ວຍຄົນເຈັບ ແລະ ສ້າງຈິດສຳນຶກໃນກ່ຽວກັບຄວາມຈຳເປັນ ຂອງການບໍລິຈາກເລືອດເປັນປະຈຳທີ່ສະໝ່ຳສະເໝີ.
ໂອກາດນີ້, ຄອບຄົວທ່ານເຈົ້າແຂວງສະຫວັນນະເຂດ ໄດ້ມອບຕຽງບໍລິຈາກເລືອດຈຳນວນ 5 ຊຸດ, 10 ຕຽງ ລວມມູນຄ່າ 88 ລ້ານກວ່າກີບ. ພ້ອມນີ້, ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຜູ້ບໍລິຈາກເລືອດ ຕື່ມອີກ.