ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ອົງການເກັບກູ້ລະເບີດແມັກ ປະຈຳ ສປປ ລາວ ສຳລັບ 3 ໂຄງການຢູ່ແຂວງຄຳມ່ວນ ຈັດຂຶ້ນວັນທີ 20 ມິຖຸນາ 2025 ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການ ຄຊກລ ທ່ານ ອີລາຍ ເມຄະນິກ ຫົວໜ້າອົງການເກັບກູ້ລະເບີດແມັກ ປະຈໍາລາວ ມີທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ທ່ານນາງ Mel Barlow ເອກອັກຄະລັດຖະທູດແຫ່ງສະຫະລາຊະອານາຈັກອັງກິດ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສົມສະອາດ ອຸ່ນສີດາ ກ່າວວ່າ: ແຂວງຄໍາມ່ວນເປັນແຂວງໜຶ່ງທີ່ໄດ້ຮັບຜົນໜັກໜ່ວງຫຼາຍມີ 316 ບ້ານ ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ (ລບຕ) ເທົ່າກັບ 55,43% ຂອງຈໍານວນ 570 ບ້ານໃນທົ່ວແຂວງຄໍາມ່ວນ ມີ 121 ບ້ານທີ່ໄດ້ຮັບການສໍາຫຼວດທາງດ້ານວິຊາການມີເນື້ອທີ່ໄດ້ຮັບການກວດກູ້ 11.298 ເຮັກຕາ ໃນນີ້ມີເນື້ອທີ່ກະສິກຳ 9.365 ເຮັກຕາ ເນື້ອທີ່ພັດທະນາຕ່າງໆ 1.933 ເຮັກຕາ ພົບເຫັນ ແລະ ທໍາລາຍລະເບີດໄດ້ 236.532 ໜ່ວຍ.
ການລົງນາມຄັ້ງນີ້ມີ 3 ໂຄງການ ຄື ໂຄງການກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຄໍາມ່ວນ ໄລຍະ VII ພາຍໃຕ້ທຶນສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ການພັດທະນາແຫ່ງລາຊະອານາຈັກອັງກິດ (FCDO) ມູນຄ່າ 875.368 ໂດລາສະຫະລັດ ໂຄງການກວດກູ້ລະເບີດລູກຫວ່ານ ແລະ ເບີດຊະນິດອື່ນໆທີ່ຕົກຄ້າງໃນຊຸມຊົນທຸກຍາກເຂດຈຸດສຸມ ຫຼັງຄັງ-ວັງມະເນີ ເມືອງບົວລະພາ ແຂວງຄໍາມ່ວນ ໄລຍະ VII ທີ່ໄດ້ຮັບທຶນສະໜັບສະໜູນຈາກມູນນິທິຟຣີແມນເພົາເດເຊີນ (Freeman Foundation) ມູນຄ່າ 507.156 ໂດລາສະຫະລັດ ແລະ ໂຄງການທໍາລາຍລະເບີດເຄື່ອນທີ່ຢູ່ແຂວງຄໍາມ່ວນ ທີ່ໄດ້ຮັບທຶນສະໜັບສະໜູນຈາກທ່ານ Michael Ambler ປະເທດສະຫະລັດອາເມຣິກາ ມູນຄ່າ 91.471 ໂດລາສະຫະລັດ ໄລຍະການຈັດຕັ້ງປະຕິບັດໂຄງການນັບແຕ່ມື້ເຊັນອານຸມັດຈົນຮອດເດືອນມີນາ 2026.
ໂອກາດນີ້ທ່ານ ສົມສະອາດ ອຸ່ນສີດາ ໄດ້ສະແດງຄວາມຂອບໃຈມາຍັງຜູ້ໃຫ້ທຶນທັງ 3 ໂຄງການຄັ້ງນີ້ ເພື່ອຈັດຕັ້ງປະຕິບັດໜ້າວຽກທີ່ກຳນົດໄວ້ ໃຫ້ສໍາເລັດການນໍາແຂວງ ກໍ່ຄືຄະນະກຳມະການຄຸ້ມຄອງໂຄງການແຕ່ລະຂັ້ນ ຈະເປັນເຈົ້າການໃນການຊຸກຍູ້ ແລະ ຕິດຕາມຢ່າງໃກ້ຊິດຕິດແທດເພື່ອໃຫ້ການນໍາໃຊ້ງົບປະມານທີ່ໄດ້ຮັບຈາກ 3 ໂຄງການ ໃຫ້ເກີດດອກອອກຜົນ ແລະ ມີປະສິດຜົນສູງສຸດ ແຕ່ເຖິງຢ່າງໃດກໍຕາມວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກຍັງເປັນວຽກທ້າທາຍ ແລະ ຕ້ອງການໃຊ້ງົບປະມານ ມະຫາສານ ດັ່ງນັ້ນ ຮຽກຮ້ອງມາຍັງຜູ້ໃຫ້ທຶນ ຈົ່ງສືບຕໍ່ສະໜັບສະໜູນວຽກງານດັ່ງກ່າວນີ້ຕໍ່ໄປໃນອະນາຄົດ ເພື່ອເຮັດໃຫ້ລະເບີດທີ່ບໍ່ທັນແຕກໝົດໄປຈາກດິນແດນລາວ ກໍຄືແຂວງຄໍາມ່ວນ.
ທີ່ມາ: ວຽງຈັນໃໝ່



