ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນັກສຶກສາ ສາຂາຄູພາສາຈີນ ຮຸ່ນທໍາອິດ 53 ຄົນ ໄດ້ຮັບປະກາສະນີຍະບັດ

Jun 23, 2025

ພິທີມອບ-ຮັບໃບປະກາສະນີຍະບັດນັກສຶກສາ ສາຂາຄູພາສາຈີນຮຸ່ນທໍາອິດຫຼັກສູດ 2+2 ຂອງມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດຂຶ້ນໃນວັນທີ 21 ມິຖຸນານີ້ ທີ່ມະຫາວິທະຍາໄລຊົນເຜົ່າກວາງ ຊີ ສປ ຈີນ ໂດຍການເຂົ້າຮ່ວມຂອງທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ທ່ານ ວົງປາໂນ ສີປະເສີດ ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈໍານະຄອນໜານໜິງ, ທ່ານ ປ້ຽນເສິນຫຼິນ ເລຂາຄະນະພັກມະຫາວິທະຍາໄລຊົນເຜົ່າກວາງຊີ, ທ່ານນາງ ເຫວີຍຊືເຈີນ ອະທິການບໍດີມະຫາວິທະຍາໄລຊົນເຜົ່າກວາງຊີ, ທ່ານ ຫູຈືຜິງ ຮອງຫົວໜ້າສູນຮ່ວມມືພາສາຈີນ-ພາສາຕ່າງປະເທດ ກະຊວງສຶກສາທິການຈີນ ແລະ ທ່ານ ຫຼົວຢ້າວກວາງ ຫົວໜ້າຫ້ອງການພົວພັນສາກົນ ພະແນກສຶກສາແຂວງກວາງຊີເຂົ້າຮ່ວມ.
ໃນພິທີ, ທ່ານ ເດຊານຸລາດ ແສນດວງເດດ ໄດ້ກ່າວສະແດງຄວາມຂອບໃຈມາຍັງຝ່າຍຈີນທຸກພາກສ່ວນທີ່ໄດ້ໃຫ້ການຊ່ວຍເຫຼືອ ມຊ ໃນການສ້າງບຸກຄະລາກອນ ແລະ ສະແດງຄວາມຊົມເຊີຍຕໍ່ນັກສຶກສາຮຸ່ນທໍາອິດທີ່ສາມາດອົດທົນຜ່ານຜ່າອຸປະສັກຈົນສາມາດສອບເສັງຈົບ ແລະ ໄດ້ຮັບປະກາສະນີຍະບັດ ໝົດທຸກຄົນ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາຈົ່ງສືບຕໍ່ມານະຈິດໃນການສືບຕໍ່ຊອກຮູ້ຮໍ່າຮຽນຮູ້ບຸນຄຸນ,​ ເປັນຄົນດີຂອງສັງຄົມກຽມພ້ອມຮັບໃຊ້ຊາດ ຮັບໃຊ້ປະຊາຊົນ. ນອກຈາກນັ້ນ, ທ່ານ ວົງປາໂນ ສີປະເສີດ, ທ່ານ ປ້ຽນເສິນຫຼິນ, ທ່ານນາງ ເຫວີຍຊືເຈີນ, ທ່ານ ຫູຈືຜິງ ກໍໄດ້ຂຶ້ນກ່າວຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນ ງານການຮ່ວມມືລະຫວ່າງ ມຊ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີໃນການສ້າງບຸກຄະລາກອນດ້ານຄູພາສາຈີນ ຊຶ່ງເປັນສາຂາທີ່ ສປປ ລາວ ພວກເຮົາຍັງຂາດ ແຄນ.
ໃນພິທີດັ່ງກ່າວ, ທ່ານ ເດຊານຸລາດ ແສນດວງເດດ ແລະ ທ່ານນາງ ເຫວີຍຊືເຈີນ ໄດ້ຂຶ້ນມອບປະກາສະນີຍະບັດຮ່ວມກັນໃຫ້ນັກສຶກສາ ສາຂາຄູພາສາຈີນຈໍານວນ 53 ຄົນ ຍິງ 34 ຄົນ. ຕອນທ້າຍຕາງໜ້ານັກສຶກສາໄດ້ຂຶ້ນກ່າວສະແດງຄວາມຂອບໃຈ ແລະ ຂຶ້ນຮ້ອງເພງມະຫາວິທະຍາ ໄລຊົນເຜົ່າກວາງຊີ ແລະ ເພງລາກ່ອນ ຊຶ່ງໄດ້ສ້າງບັນຍາກາດ ແລະ ຄວາມປະທັບໃຈໃນພິທີດັ່ງກ່າວ.