ໃນລະດູການຜະລິດພືດລະດູຝົນ ປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 13,795 ເຮັກຕາ, ຄາດຄະເນຜົນຜະລິດ 226,681 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 2,607 ເຮັກຕາ, ຄາດຄະເນຜົນຜະລິດ 28,839 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 11,188 ເຮັກຕາ, ຄາດຄະເນຜົນຜະລິດ 197,842 ໂຕນ. ເມື່ອສົມທຽບເນື້ອທີ່ແຜນການປູກພືດສໍາຮອງລະດູຝົນ (ພືດລວມ) ຂອງປີນີ້ໃສ່ປີຜ່ານມາ ເນື້ອທີ່ຂອງປີນີ້ແມ່ນເພີ້ມຂຶ້ນ 534 ເຮັກຕາ (ແຜນການປີ 2024ມີ13,261ເຮັກຕາ) .
ມາຮອດປັດຈຸບັນການປູກພືດສໍາຮອງລະດູຝົນ (ພືດລວມ) ໄດ້ແລ້ວ 12,248 ເຮັກຕາ ເທົ່າກັບ 88.79%. ໃນນັ້ນ, ພືດທີ່ປູກເປັນສະບຽງອາຫານປູກໄດ້ແລ້ວ 1,735 ເຮັກຕາ ເທົ່າກັບ 66.54%, ພືດທີ່ປູກເປັນສິນຄ້າປູກໄດ້ແລ້ວ 10,513 ເຮັກຕາ ເທົ່າກັບ 93.97%. ສ່ວນເມືອງທີ່ມີເນື້ອທີ່ແຜນການປູກ (ພືດລວມ) ຫຼາຍປະກອບມີ 5 ເມືອງຄື: ເມືອງໄຊບົວທອງ 3,890 ເຮັກຕາ, ເມືອງຄູນຄໍາ 2,750 ເຮັກຕາ, ເມືອງຍົມມະລາດ 1,600 ເຮັກຕາ, ເມືອງນາກາຍ 1,500 ເຮັກຕາ ແລະ ເມືອງທ່າແຂກ 1,025 ເຮັກຕາ. ຄາດວ່າການປູກພືດສໍາຮອງລະດູຝົນ (ພືດລວມ) ໃນທົ່ວແຂວງຈະໃຫ້ສໍາເລັດ 100% ໃນເດືອນກັນຍາທີ່ຈະມາເຖິງນີ້.
ຂ່າວ-ພາບ : ແດງສະຫວັດ ແສນພານິດ .





