ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມວນຊົນຫລາຍກວ່າພັນຄົນ ຮ່ວມສະຫລອງວັນໂຍຄະສາກົນ

Jun 23, 2025

ສະຖານທູດອິນເດຍ ປະຈຳ ສປປ ລາວ ຈັດກິດຈະກຳສະເຫລີມສະຫລອງວັນໂຍຄະສາກົນ (IDY) ຄັ້ງທີ 11 ພາຍໃຕ້ຫົວຂໍ້ “ໂຍຄະສໍາລັບທຸກຄົນໃນໂລກ ແລະ ເພື່ອສຸຂະພາບຂອງທຸກຄົນ” ໃນວັນທີ 21 ມິຖຸນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ໂຢເກັສວາ ສັງວານ ເອກອັກຄະລັດຖະທູດ ອິນເດຍ ປະຈຳ ສປປ ລາວ, ທ່ານ ວິລາວົງ ບຸນສຸກໄທ ຮອງປະທານ-ເລຂາທິການຄະນະກຳມະທິການພາລາແລມປິກແຫ່ງຊາດລາວ, ຫົວໜ້າກົມກິລາມວນຊົນພາລະ ແລະ ສິລະປະສຶກສາ ກະຊວງ ສຶກສາທິການ ແລະ ກິລາ ພ້ອມດ້ວຍມວນຊົນໃນນະຄອນຫລວງວຽງຈັນ ແລະ ​ນັກ​ກິລາ​ໂຍຄະຫລາຍກວ່າ 1.000 ​ຄົນ​ເຂົ້າຮ່ວມ.
ທ່ານ ໂຢເກັສວາ ສັງວານ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງໂຍຄະໂລກ ໃນການສົ່ງເສີມສຸຂະພາບທາງກາຍ ແລະ ຈິດໃຈ ເຊິ່ງການສະເຫລີມສະຫລອງ ວັນໂຍຄະປີນີ້ພາຍໃຕ້ຫົວຂໍ້ ” ໂຍຄະສໍາລັບທຸກຄົນໃນໂລກ ແລະ ເພື່ອສຸຂະພາບຂອງທຸກຄົນ” ໂດຍເນັ້ນເຖິງຄວາມກ່ຽວຂ້ອງຂອງໂຍຄະ ແລະ ສຸຂະພາບ ຂອງຄົນໃນໂລກ ທີ່ເຊື່ອມຕໍ່ກັນໃນປັດຈຸບັນ.
ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໄດ້ຕົກລົງເອົາວັນທີ 21 ມິຖຸນາ ຂອງທຸກໆປີເປັນວັນໂຍຄະສາກົນ. ນັບແຕ່ປີ 2016 ເປັນຕົ້ນມາ ສະຖານທູດອິນເດຍ ແລະ ລັດຖະບານລາວ ໄດ້ມີການຮ່ວມມືກັນຈັດສະເຫລີມສະຫລອງວັນໂຍຄະສາກົນໃນທຸກໆປີ ເຊິ່ງໂຍຄະ ເປັນຂອງຂວັນອັນລ້ຳຄ່າຂອງປະເພນີບູຮານຂອງອິນເດຍ ທີ່ມອບໃຫ້ແກ່ມະນຸດ. ການຫລິ້ນກິລາໂຍຄະແມ່ນເພື່ອຜົນປະໂຫຍດຂອງທຸກຄົນ ແລະ ມີຜົນດີຕໍ່ສຸຂະພາບ, ເປັນການສ້າງຄວາມສາມັກຄີ ແລະ ເຮັດໃຫ້ຈິດໃຈມີຄວາມສະຫງົບ. ການປະຕິບັດໂຍຄະແມ່ນວິທີ ທີ່ຈະນໍາພາໄປສູ່ການມີສຸຂະພາບທີ່ດີ.
ທ່ານ ວິລາວົງ ບຸນສຸກໄທ ໄດ້ກ່າວວ່າ: ການຈັດກິດຈະກຳສະເຫລີມສະຫລອງ ວັນໂຍຄະສາກົນ ປຽບເໝືອນ ບຸນມະໂຫລານອັນຍິ່ງໃຫຍ່ ຂອງວົງຄະນະຍາດສາກົນ ຊຶ່ງໄດ້ເລີ່ມສະເຫລີມສະຫລອງກັນມາ ຕັ້ງແຕ່ປີ 2016 ມາຮອດປັດຈຸບັນ ມີຜູ້ຝຶກຫລິ້ນໂຍຄະເພີ່ມຂຶ້ນຢ່າງຕໍ່ເນື່ອງ. ພິເສດປີນີ້ການສະເຫລີມສະຫລອງວັນດັ່ງກ່າວຢູ່ ສປປ ລາວ ໄດ້ຈັດຂຶ້ນຢູ່ 4 ແຂວງ 1 ນະຄອນ ຫລວງວຽງຈັນ ກໍຄື: ແຂວງ ຫລວງພະບາງ, ວຽງຈັນ, ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ ຊຶ່ງນະຄອນຫລວງວຽງຈັນ ແມ່ນໄດ້ຈັດຂຶ້ນຢູ່ 3 ຈຸດ ລວມທັງກິດຈະກຳທີ່ເປັນທາງການໃນມື້ນີ້ ເພື່ອເຮັດໃຫ້ການສະເຫລີມສະຫລອງ ວັນໂຍຄະສາກົນ ໃຫ້ມີການໂຄສະນາເຜີຍແຜ່ເປັນຂະບວນການຟົດຟື້ນກວ້າງຂວາງ ແຕ່ສູນກາງລົງ ຮອດທ້ອງຖິ່ນ ເນື່ອງຈາກກິລາໂຍຄະເປັນກິລາປະເພດໜຶ່ງ ທີ່ມວນຊົນທຸກເພດ-ທຸກໄວ, ທຸກຊັ້ນຄົນໃນສັງຄົມ ສາມາດເຂົ້າເຖິງໄດ້ງ່າຍ ແລະ ເປັນກິລາຍອດນິຍົມປະເພດໜຶ່ງໃນທົ່ວໂລກ ທີ່ສາມາດຝຶກຫລິ້ນຢູ່ເຮືອນໃຜລາວໄດ້ຢ່າງສະດວກສະບາຍ. ອີກດ້ານໜຶ່ງ, ໂຍຄະ ຍັງໃຫ້ຜົນປະໂຫຍດຫລາຍຢ່າງ ຕໍ່ຄົນເຮົາ ຊຶ່ງນອກຈາກຈະເປັນການອອກກໍາລັງກາຍໂດຍທົ່ວໄປແລ້ວ, ແຕ່ຍັງເປັນການຊ່ວຍເສີມສ້າງພະລັງຈິດ-ພະລັງກາຍ ແລະ ຜ່ອນຄາຍຄວາມຕຶງຄຽດ ຂອງຄົນເຮົາ ໃຫ້ມີຄວາມເຂັ້ມແຂງຂຶ້ນ ຕື່ມອີກດ້ວຍ ແລະ ທັງເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ມິດຕະພາບ ແລະ ຄວາມຜາສຸກ, ລະຫວ່າງບັນດາປະຊາຊາດ ຢູ່ໃນໂລກ ແລະ ຫວັງວ່າບັນດາທ່ານທີ່ເຂົ້າມາຮ່ວມງານໃນມື້ນີ້ ຈະເປັນກໍາລັງແຮງອີກແຮງໜຶ່ງ ໃນການຊ່ວຍໂຄສະນາເຜີຍແຜ່ ແລະ ຊູກຍູ້ສົ່ງເສີມ ການຝຶກຫລິ້ນ ແລະ ຄຸນປະໂຫຍດຂອງ ກິລາໂຍຄະ ອອກສູ່ສັງຄົມ ໃຫ້ນັບມື້ນັບກວ້າງຂວາງຂຶ້ນໄປເລື້ອຍໆ.