ໃນລະຫວ່າງວັນທີ 18-21 ມິຖຸນາ 2025, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງການນໍາເຂົ້າ-ສົ່ງອອກສິນຄ້າຄຸນມິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ – Solidarity and Coordination for Common Development”.
ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮັບກຽດເຊີນເປັນແຂກກິດຕິມະສັກ ແລະ ໄດ້ຂຶ້ນກ່າວຄຳປາໄສ ຊຶ່ງທ່ານໄດ້ມີຄຳເຫັນວ່າ: ການຈັດງານວາງສະແດງດັ່ງກ່າວ ເພື່ອສ້າງກາລະໂອກາດໃຫ້ບັນດາພາກທຸລະກິດທີ່ມາຈາກປະເທດຕ່າງໆໃນໂລກ, ລວມທັງ ສປປ ລາວ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານດ້ານການຄ້າ-ການລົງທຶນ, ສົ່ງເສີມການທ່ອງທ່ຽວ ແລະສົ່ງເສີມການຮ່ວມມືດ້ານທຸລະກິດ ເພື່ອເຊື່ອມໂຍງຕະຫຼາດສິນຄ້ານຳກັນ. ການເຂົ້າຮ່ວມງານວາງສະແດງຄັ້ງນີ້ ບໍ່ແມ່ນພຽງແຕ່ສະແດງສິນຄ້າແຕ່ຍັງສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະ ກັນ ລະຫວ່າງ ບັນດາປະເທດ ກໍຄື ພາກສ່ວນເອກະຊົນ ແລະ ພາກລັດ ທີ່ຈະຮ່ວມສ້າງອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ.ປີ 2024 ທີ່ຜ່ານມາ, ສປປ ລາວ ໄດ້ຮັບກຽດເປັນປະທານໜູນວຽນອາຊຽນ ຊຶ່ງໄດ້ຈັດກອງປະຊຸມສຸດຍອດອາຊຽນ ຮ່ວມກັບປະເທດຄູ່ຮ່ວມເຈລະຈາຕ່າງໆ ແລະ ກອງປະຊຸມປິ່ນອ້ອມຫຼາຍກອງປະຊຸມທີ່ສໍາຄັນ ໂດຍສະເພາະກອງປະຊຸມລົງທຶນອາຊຽນ. ກອງປະຊຸມດັ່ງກ່າວໄດ້ກຳນົດທິດທາງການລົງທຶນອາຊຽນໃນໄລຍະໃໝ່ ໂດຍໄດ້ຍຶດຖືເອົາການພັດທະນາເສດຖະກິດ-ສັງຄົມ ຕາມທິດ “ສີຂຽວ ແລະ ຍືນຍົງ” ເປັນເປົ້າໝາຍຫຼັກຂອງການພັດທະນາໃນໄລຍະໃໝ່ເຫັນໄດ້ເຖິງກາລະໂອກາດ ກໍຄືທ່າແຮງຂອງການພັດທະນາແບບຍືນຍົງ.ສປປ ລາວ ໄດ້ວາງຍຸດທະສາດການເຕີບໂຕສີຂຽວແຫ່ງຊາດທີ່ໄດ້ຖືກຮັບຮອງໃນປີ2018ເຊິ່ງສະແດງໃຫ້ເຫັນທ່າແຮງແລະສົ່ງເສີມການຫັນປ່ຽນຕາມທິດດັ່ງກ່າວຄື: ໜຶ່ງ:ທ່າແຮງດ້ານພະລັງງານສະອາດ: ສປປ ລາວ ເປັນປະເທດທີ່ນໍາໜ້າໃນພາກພື້ນ ທີ່ພັດທະນາພະລັງງານສະອາດ ເພື່ອຕອບສະໜອງຄວາມຕ້ອງການພະລັງງານຂອງປະເທດ ແລະ ພາກພື້ນອາຊຽນໂດຍສະເພາະພະລັງງານທີ່ມາຈາກໄຟຟ້ານໍ້າຕົກ, ແສງຕາເວັນ, ພະລັງງານລົມ, ພະລັງງານແບບສູບກັບ (Pump Storage),ພະລັງງານສິ່ງເສດເຫຼືອ ແລະ ອື່ນໆ; ສອງ:ການຊື້ຂາຍສິນເຊື່ອກາກບອນ (Carbon Credit):ສປປ ລາວ ຖືກຈັດເປັນອັນດັບທີ 1 ໃນອາຊຽນແລະ ອັນດັບທີ8 ຂອງໂລກ ທີ່ຍັງມີປ່າໄມ້ປົກຫຸ້ມຫຼາຍກວ່າໝູ່. ສະນັ້ນ, ດ້ວຍວິໄສທັດທີ່ຈະບັນລຸການປົກຫຸ້ມຂອງປ່າໄມ້ໃຫ້ໄດ້70% ຈຶ່ງເປັນກາລະໂອກາດ ສໍາລັບການລົງທຶນທີ່ຕິດພັນກັບການປົກປັກຮັກສາ ແລະ ຟື້ນຟູພື້ນທີ່ປ່າໄມ້, ການຫຼຸດຜ່ອນການປ່ອຍອາຍກາໂບນິກໃນກົນໄກການຊື້-ຂາຍສິນເຊື່ອກາກບອນ; ສາມ: ລັດຖະບານ ແຫ່ງ ສປປ ລາວ ມີນະໂຍບາຍຊຸກຍູ້ການລົງທຶນໃນຂົງເຂດກະສິກຳທັນສະໄໝ, ກະສິກຳສະອາດ, ກະສິກຳປຸງແຕ່ງ ແລະ ການພັດທະນາລະບົບຕ່ອງໂສ້ມູນຄ່າເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ໜູນຊ່ວຍການທ່ອງທ່ຽວສີຂຽວ, ເຖິງແມ່ນວ່າ ຈະເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລກໍ່ຕາມ, ແຕ່ ສປປລາວ ມີທີ່ຕັ້ງພູມສາດທີ່ສຳຄັນ ແລະ ສິ່ງສຳຄັນປະເທດລາວ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ມີນະໂຍບາຍເປີດກວ້າງດຶງດູດການຄ້າ-ການລົງທຶນ, ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະແຫຼ່ງທ່ອງທ່ຽວທີ່ສວຍສົດງົດງາມ. ຄຽງຄູ່ກັບທ່າແຮງດັ່ງກ່າວນັ້ນ ກໍ່ຈຳເປັນຕ້ອງມີກຳລັງແຮງ ດ້ານທຶນຮອນ, ດ້ານເຕັກໂນໂລຊີ, Know-Howເຂົ້າຊ່ວຍ ເພື່ອບັນລຸແຜນຍຸດທະສາດການພັດທະນາສີຂຽວ-ຍືນຍົງ.
ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຊື້ອເຊີນບັນດາວິສາຫະກິດ ຈາກ ສປ ຈີນ ແລະ ປະເທດຕ່າງໆ ເຂົ້າໄປສຶກສາໂອກາດການລົງທຶນໃນຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ເປັນຕົ້ນ ການຜະລິດສິນຄ້າກະສິກຳສະອາດທີ່ມີມູນຄ່າສູງ, ອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ນະວັດຕະກໍາ, ການທ່ອງທ່ຽວສີຂຽວ, ພະລັງງານສະອາດ-ພະລັງງານທົດແທນ, ການພັດທະນາພື້ນຖານໂຄງລ່າງ, ໂລຈິສຕິກ, ທ່າບົກ, ການບໍລິການດ້ານການເງິນແລະ ອື່ນໆ, ຊຶ່ງສປປ ລາວ ພ້ອມທີ່ຈະຮ່ວມມືແລະອຳນວຍຄວາມສະດວກຢ່າງເຕັມທີ່ ໃຫ້ແກ່ການລົງທຶນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
ໃນໂອກາດເຂົ້າຮ່ວມງານວາງສະແດງຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບທ່ານເຈີນຮົ່ງຮາ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມຊຶ່ງການພົບປະຄັ້ງນີ້ ສອງຝ່າຍຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ; ແລະ ໄດ້ພົບປະກັບທ່ານ ຫວັງ ຢຸ້ຍໂປ່ ເຈົ້າແຂວງຢຸນນານ ຊຶ່ງການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ການເປັນປະເທດເພື່ອນມິດຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມສະຕາກຳ ລາວ-ຈີນ, ຈີນ-ລາວ.ພ້ອມກັນນີ້ ຍັງໃຫ້ກຽດສຳພາດແກ່ສຳນັກຂ່າວ ສປ ຈີນ ຈຳນວນໜຶ່ງ.
ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເດີທາງໄປຢ້ຽມຢາມສະຖານທີ່ຕ່າງໆ ເປັນຕົ້ນ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນຄຸນມິງ; ມະຫາວິທະຍາໄລຊົນເຜົ່າຢຸນນານ; ໂຮງຮຽນວິຊາຊີບການເຕັກນິກລົດໄຟຄຸນມິງ; ສຳນັກງານໃຫຍ່ຂອງກຸ່ມບໍລິສັດ ລົງທຶນກໍ່ສ້າງຢຸນນານ ແລະ ບໍລິສັດ ອາລູມິນຽມຢຸນນານ ຕື່ມອີກ.







