ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຈີນ ຕິດຕັ້ງກັບດັກແສງໄຟເຝົ້າລະວັງແມງໄມ້ສັດຕູພືດ

Jun 23, 2025

ກົມປູກຝັງ​ກະຊວງກະສິກຳ ແລະ ປ່າໄມ້​ ສົມທົບກັບ​ຂະແໜງປູກຝັງ​ ພະແນກ​ ກະສິກໍາ​ ແລະ​ ປ່າໄມ້ ​ແຂວງ​ຈໍາປາສັກ, ຫ້ອງການ​ກະສິກຳ​ ແລະ​ ປ່າໄມ້​ ເມືອງ ໂພນທອງ​ ໄດ້ຕິດຕັ້ງກັບດັກແສງໄຟ​ (Light trap) ຢູ່ບ້ານອຸປະຫຼາດ​ ເມືອງໂພນທອງ​ ຊຶ່ງເປັນແຂວງທີ 8​ ໃນ ປະ​ເທດລາວ ເມື່ອວັນທີ​ 20​ ມິຖຸນາ​ 2025,​ ແລະ ​ເປັນຈຸດທໍາອິດ ຂອງ ແຂວງຈໍາປາສັກ ເພື່ອຕິດຕາມເຝົ້າລະວັງແມງໄມ້ສັດຕູພືດ.
ກັບ​ດັບ​ແສງ​ໄຟດັ່ງ​ກ່າວ​ ນອນ​ຢູ່ໃນແຜນການຈັດຕັ້ງປະຕິບັດຂອງໂຄງການຮ່ວມມືຫ້ອງທົດລອງລາວ​ – ຈີນ ໂດຍ​ໄດ້​ຮັບການສະໜັບສະໜູນ ທາງດ້ານວິຊາການ ແລະ ງົບປະມານ ຈາກສະຖາບັນຄົ້ນຄ້ວາວິທະຍາສາດປ້ອງກັນພືດ ສປ ຈີນ. ທ່ານ​ ບຸນຊູ ສຸດມາລີ ຮອງຫົວໜ້າ​ກົມປູກຝັງ ກ່າວວ່າ: ໃນການຕິດຕັ້ງກັບດັກແສງໄຟ ເຂົ້າໃນການຕິດຕາມເຝົ້າລະວັງສັດຕູພືດຂອງເຂົ້າ, ສາລີ, ມັນຕົ້ນ, ພືດຜັກ ແລະ ໝາກໄມ້​ ກໍ່ເພື່ອເກັບກຳຂໍ້ມູນ, ເກັບຕົວຢ່າງມາວິໄຈ ຫາຊະນິດສັດຕູພືດທີ່ສໍາຄັນ, ລວມທັງຊອກຫາວິທີທາງໃນການປ້ອງກັນ ແລະ ກຳຈັດໃຫ້ທ່ວງທັນກັບສະພາບການ ໂດຍສະເພາະສັດຕູພືດທີ່ສໍາຄັນຄື: ບົ້ງຝູງ ສາລີ, ບົ້ງເຈາະຝ່າຍ, ບົ້ງກັດຄໍຮວງເຂົ້າ, ບົ້ງຝູງຢາສູບ, ບົ້ງຮໍາໃບ, ບົ້ງເຈາະໝາກຖົ່ວລຽນ, ເພ້ຍຈັກຈັ່ນສີນໍ້າຕານ, ຕັກແຕນຝູງໄມ້ປ່ອງ ແລະ ອື່ນໆ.​ ພາຍຫຼັງຕິດຕັ້ງກັບດັກແສງໄຟສໍາເລັດ ກໍ່ໄດ້ມອບ​ ແລະ​ ແນະນໍາວິທີການນໍາໃຊ້ ກັບດັກແສງໄຟ ໃຫ້ວິຊາການຜູ້ຮັບຜິດຊອບ​ ເພື່ອໃຫ້ມີຄວາມພ້ອມໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
ທີ່ມາ: ປະຊາຊົນ
May be an image of 1 person, turnstile, water heater, speaker and text