ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ

Jun 24, 2025

ພິທີປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງການໂຮມວຽກງານຈໍານວນໜຶ່ງຂອງກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 23 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ວັດທະນາທໍາ ແລະ ການທ່ອງທ່ຽວ, ພ້ອມດ້ວຍສະຫາຍການນຳຄະນະໂຄສະນາອົບຮົມສູນກາງພັກ, ການນຳກະຊວງວັດທະນະທຳ ແລະ ການທ່ອງທ່ຽວພ້ອມດ້ວຍພະນັກງານ-ລັດຖະກອນໃນຂົງເຂດສື່ມວນຊົນທີ່ໂອນຍ້າຍໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ໃນພິທີ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກໄດ້ຂຶ້ນຜ່ານບົດລາຍງານກະກຽມປັບປຸງການຈັດຕັ້ງ ແລະ ການໂຮມວຽກງານຈໍານວນໜຶ່ງຂອງກະຊວງ ຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກໃນໄລຍະຜ່ານມາ ແລະ ວຽກງານຕໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີ ແລະ ດ້ານຕັ້ງໜ້າ ເຊິ່ງກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ໄດ້ມີການນໍາພາຊີ້ນໍາ, ການຄຸ້ມຄອງ ທີ່ເປັນລະບົບ, ສາມາດເຮັດບົດບາດ, ໜ້າທີ່ຄຸ້ມຄອງມະຫາພາກກ່ຽວກັບວຽກງານຖະແຫຼ່ງຂ່າວ-ສື່ມວນຊົນ ກໍຄືການປະຕິບັດໜ້າທີ່ເປັນປາກກະບອກສຽງໃຫ້ແກ່ພັກ-ລັດ ໃນການໂຄສະນາ, ເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ, ລະບຽບກົດໝາຍຂອງລັດ ສະພາບການຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງສ່ອງແສງສະພາບຄວາມເປັນຈິງຂອງການພັດທະນາປະເທດຊາດ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ເປັນຢ່າງດີ ແລະ ກວ້າງຂວາງກວ່າເກົ່າ.
ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນເນັ້ນໜັກບາງບັນຫາສໍາຄັນ ເຊິ່ງ ພາຍຫຼັງການມອບໂອນແລ້ວ ມອບໃຫ້ຄະນະໂຄສະນາອົບຮົມສູນກາງພັກສືບຕໍ່ສຸມໃສ່ປັບປຸງກົງຈັກການຈັດຕັ້ງທີ່ມີວຽກສື່ມວນຊົນໃຫ້ສໍາເລັດໂດຍໄວ ເພື່ອຂັບເຄື່ອນວຽກງານໃຫ້ຕໍ່ເນື່ອງ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນຂຶ້ນຕື່ມ, ຕິດພັນການສຶກສາອົບຮົມການເມືອງແນວຄິດຂອງພະນັກງານ-ລັດຖະກອນໃຫ້ເຂົ້າໃຈແຈ້ງຕື່ມ ກ່ຽວກັບຈຸດປະສົງການປັບປຸງກົງຈັກການຈັດຕັ້ງ, ເພື່ອເຮັດໃຫ້ກົງຈັກກະທັດຮັດແຕ່ຮັບປະກັນໄດ້ຄຸນນະພາບດີຂຶ້ນ. ສະນັ້ນ, ການຊັບຊ້ອນບຸກຄະລາກອນເຂົ້າໃນຕໍາແໜ່ງງານຈະຕ້ອງມີຂຶ້ນ, ມີລົງ, ມີເຂົ້າ, ມີອອກ ອັນນີ້ແມ່ນເລື່ອງປົກກະຕິ. ຊັບຊ້ອນຈັດວາງບຸກຄະລາກອນ ເຂົ້າໃນບັນດາຕໍາແໜ່ງງານ ໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງ ຂອງພະນັກງານແຕ່ລະຄົນ; ຈັດຕັ້ງແບ່ງວຽກ, ແບ່ງງານ ແລະ ຄວາມຮັບຜິດຊອບພາຍໃນຄະນະພັກ, ຄະນະນໍາຄືນໃໝ່ ເພື່ອໃຫ້ສອດຄ່ອງຕາມໂຄງປະກອບກົງຈັກທີ່ໄດ້ປັບປຸງໃໝ່ ແລະ ດໍາເນີນຕາມລະບອບແບບແຜນການນໍາພາໃຫ້ແທດເຖິງເປັນປົກກະຕິ; ຊີ້ນໍາ ຕິດຕາມ ການປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມ ຢູ່ທ້ອງຖິ່ນໃຫ້ສໍາເລັດ ແລະ ປັບປຸງກົນໄກການເຄື່ອນໄຫວວຽກງານວິຊາສະເພາະໃຫ້ເປັນລະບົບໂລ່ງລ່ຽນ, ວ່ອງໄວ ແລະ ທັນສະພາບການ.
ຂ່າວ:ບຸນຍັງ ພຸດສະຫວັດ