ໃນວັນທີ 23 ມິຖຸນາ 2025 ນີ້, ຢູ່ທີ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຜີຍແຜ່ ແລະ ຝຶກອົບຮົມການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ ຂຶ້ນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ, ທ່ານ ວິລະກອນ ເກດຕະວົງ ຮອງຫົວໜ້າພະແນກຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ, ມີຫົວໜ້າດ່ານພາສີສາກົນພູດູ່, ມີຄະນະດ່ານພາສີ, ທີມງານພັດທະນາບຸກຄະລາກອນ ແລະ ເຈົ້າໜ້າທີ່ພາສີ ທັງສອງດ່ານເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ວິລະກອນ ເກດຕະວົງ ຮອງຫົວໜ້າພະແນກຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ໄດ້ກ່າວຕ້ອນຮັບ ແລະ ສະເໜີຈຸດປະສົງ. ຈາກນັ້ນ, ທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ໄດ້ມີຄໍາເຫັນວ່າ: ການເປີດນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ (Customs Warehouse Management System: CWMS) ໃນຄັ້ງນີ້ ແມ່ນອີງຕາມການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາປີ 2025, ການຍົກລະດັບ ແລະ ພັດທະນາບຸກຄະລາກອນ ໃນການຄຸ້ມຄອງວຽກງານຫັນເປັນທັນສະໄໝ, ໂດຍສອດຄ່ອງກັບລະບຽບການ ແລະ ນໍາໃຊ້ລະບົບດັ່ງກ່າວໄດ້ຢ່າງມີປະສິດທິພາບ, ຄ່ອງຕົວ, ເປັນເອກະພາບກັນໃນການຈັດຕັ້ງປະຕິບັດນໍາໃຊ້ລະບົບຕ່າງໆຂອງຂະແໜງພາສີ ໃຫ້ແກ່ບັນດາດ່ານໃນ ຂອບເຂດທົ່ວປະເທດ. ລະບົບຄຸ້ມຄອງສາງພາສີທັນສະໄໝ ເປັນລະບົບເອເລັກໂຕຣນິກ Web-Based Application ແບບລວມສູນ, ສາມາດເຂົ້ານໍາໃຊ້ໄດ້ທຸກ Platforms (Desktop, Mobile, Table…), ມີລະບົບຕິດຕາມແບບ Real-Time ເຊື່ອມຕໍ່ກັບລະບົບຄຸ້ມຄອງການຂົນສົ່ງຂ້າມແດນເອເລັກໂຕຣນິກ Cross Border Transport Management System (CBTM) ຂອງ LITFA ເພື່ອຮັບຂໍ້ມູນການຂົນສົ່ງ ການແຈ້ງພາສີກ່ອນລ່ວງໜ້າ ຂໍ້ມູນລາຍລະອຽດສິນຄ້າ ແລະ ສາມາດພັດທະນາເຊື່ອມຕໍ່ກັບລະບົບອື່ນຜ່ານ API ຮັບ-ສົ່ງ ຂໍ້ມູນທີ່ກ່ຽວພັນກັບຂະແໜງການທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິພາບ.
ກອງປະຊຸມ ຄັ້ງນີ້, ເພື່ອເຮັດໃຫ້ເຈົ້າໜ້າທີ່ພາສີ ຮັບຮູ້, ເຂົ້າໃຈ ກ່ຽວກັບລະບົບ, ການນໍາໃຊ້, ຂັ້ນຕອນຕ່າງໆ, ການຄຸ້ມຄອງ, ນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ, ການແຈ້ງຂໍ້ມູນນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ, ຂັ້ນຕອນການຊໍາລະຄ່າທໍານຽມບໍລິການຕ່າງໆ ແລະ ຮັບຟັງການເຜີຍແຜ່ເອກະສານ ທີ່ຕິດພັນກັບການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ ເຊັ່ນ: ຂໍ້ຕົກລົງ ສະບັບເລກທີ 0771/ກງ, ລົງວັນທີ 18 ມີນາ 2025, ຂໍ້ຕົກລົງ ສະບັບເລກທີ 1197/ກງ, ລົງວັນທີ 11 ເມສາ 2025, ແຈ້ງການແນະນໍາ ສະບັບເລກທີ 3869/ກພສ, ລົງວັນທີ 28 ເມສາ 2025 ແລະ ຄໍາແນະນໍາ ສະບັບເລກທີ 3856/ກພສ, ລົງວັນທີ 28 ເມສາ 2025.
ຂ່າວ: ແກ່ນທ້າວ.






