ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເອກອັກຄະລັດຖະທູດແຫ່ງ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ

Jun 24, 2025

ວັນທີ 23 ມີຖຸນາ 2025 ທີ່ໂຮງແຮມຣີເວີເຣຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ໄດ້ຕ້ອນຮັບ ການມາເຄື່ອນໄຫວຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ແຂວງຄໍາມ່ວນຂອງ ທ່ານ ນາງ ຟັ່ງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໂອກາດນີ້ ທ່ານ ເອກອັກຄະລັດຖະທູດ ໄດ້ແຈ້ງຈຸດປະສົງ ແລະ ແຜນການເຄື່ອນໄຫວໃຫ້ແກ່ກັນ ແລະ ກັນໄດ້ຮັບຊາບ.
ພ້ອມນັ້ນ, ຄະນະຜູ້ແທນດັ່ງກ່າວ ຍັງໄດ້ເດີນທາງໄປຢ້ຽມຢາມໂຮງຮຽນລ່ຽວຕົງ ທີ່ບ້ານທ່າແຂກກາງ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ອົງອາດ ພູມສະຫວັນ ປະທານສະມາຄົມຈີນ ແລະ ຄະນະອໍານວຍການໂຮງຮຽນ, ທັງໄດ້ຮັບຟັງລາຍງານສະພາບການເຄື່ອນໄຫວໂດຍຫຍໍ້ໃນຜ່ານມາ ໂດຍສະເພາະດ້ານຂໍ້ສະດວກ, ດ້ານຂໍ້ຫຍຸ້ງຍາກ ລວມເຖິງພາກສະເໜີຂໍການຊ່ວຍເຫຼືອດ້ານງົບປະມານປັບປຸງ ແລະ ຂະຫຍາຍກໍ່ສ້າງພື້ນຖານໂຄງລ່າງຂອງໂຮງຮຽນ ເພື່ອຮອງຮັບນັກຮຽນທີ່ເພີ່ມຂຶ້ນໃນແຕ່ລະປີ ເຊິ່ງໂຮງຮຽນລ່ຽວຕົງ ມີພະນັກງານຄູ 20 ຄົນ, ເປັນຄົນຈີນ 4 ຄົນ, ແຕ່ລະດັບຊັ້ນອານຸບານ 1 ຫາ ຊັ້ນປະຖົມປໍ5, ສົກຮຽນ 2024- 2025 ມີນັກຮຽນອະນຸບານ ແລະ ປະຖົມທັງໝົດ 310 ຄົນ. ພ້ອມນີ້ ທ່ານ ເອກອັກຄະລັດຖະທູດຍັງໄດ້ກ່າວສະແດງຄວາມຍິນດີຮັບເອົາການສະເໜີ ແລະ ຖືໂອກາດນີ້ມອບເງິນ ຈໍານວນ 10.000 ໂດລາສະຫະລັດ ເພື່ອປະກອບສ່ວນໃຫ້ໂຮງຮຽນແຫ່ງດັ່ງກ່າວ.
ໃນວັນດຽວກັນຄະນະ ກໍ່ໄດ້ສືບຕໍ່ຢ້ຽມຢາມທັດສະນະ ຢູ່ບໍລິສັດລາວຄາຍຢວນ ບໍ່ແຮ່ຈໍາກັດ ທີ່ບ້ານລໍາມະລາດ ເມືອງທ່າແຂກ ໂດຍມີ ທ່ານ ຫ່ານ ຫຸຍຫຼູ ປະທານ ບໍລິສັດ ລາວຄາຍຢວນໃຫ້ການຕ້ອນຮັບ ເພື່ອເກັບກຳຂໍ້ມູນສະພາບການດຳເນີນທຸລະກິດໃນຜ່ານມາໄດ້ມີການດໍາເນີນຈັດຕັ້ງປະຕິບັດຄືແນວໃດ, ດ້ານຂໍ້ສະດວກ-ຂໍ້ຫຍຸ້ງຍາກຕ່າງໆ ລວມເຖິງແຜນຈະພັດທະນາຂອງບໍລິສັດ, ການປະກອບສ່ວນສາທາລະນະປະໂຫຍດໃຫ້ທາງສັງຄົມກໍ່ຄືທ້ອງຖິ່ນ ເພື່ອເປັນຂໍ້ມູນ ແລະ ຊ່ວຍຫາວິທີທາງແກ້ໄຂໃນຕໍ່ໜ້າ.