ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

3 ອົງການຈັດຕັ້ງມະຫາຊົນ ບໍລິສັດ ເບຍລາວ ຈັດກິດຈະກຳແລກປ່ຽນ-ຖອດຖອນບົດຮຽນ ເພື່ອສົ່ງເສີມວັດທະນະທຳຂອງອົງກອນ.

Jun 24, 2025

ເມື່ອບໍ່ດົນມານີ້ ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກິດຈະກຳແລກປ່ຽນ ແລະ ຖອດຖອນບົດຮຽນ ນຳພາໂດຍ 3 ອົງການຈັດຕັ້ງມະຫາຊົນ ບໍລິສັດ ເບຍລາວ ລວມມີ: ຄະນະກຳມະບານ, ແມ່ຍິງ ແລະ ຊາວໜຸ່ມ, ໂດຍມີພະນັກງານຈາກໂຮງງານເບຍລາວ ນະຄອນຫຼວງວຽງຈັນ, ໂຮງງານເປັບຊີ ແລະ ໂຮງງານເບຍລາວ ແຂວງຈຳປາສັກ ເຂົ້າຮ່ວມກິດຈະກຳ ເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມຮ່ວມມືລະຫວ່າງກັນ.
ກິດຈະກຳດັ່ງກ່າວຈັດຂຶ້ນທີ່ ໂຮງງານເບຍລາວ ແຂວງຈຳປາສັກ ໂດຍມີເປົ້າໝາຍເພື່ອເສີມສ້າງຄວາມເຂົ້າໃຈໃນ ແນວທາງການດຳເນີນງານຂອງບໍລິສັດ, ນະໂຍບາຍຫຼັກ, ການເຮັດວຽກເປັນທີມ ແລະ ການສົ່ງເສີມວັດທະນະທຳອົງກອນໃຫ້ເຕີບໃຫຍ່ໄປໃນທິດທາງບວກ ຜ່ານການແລກປ່ຽນແນວຄິດ ແລະ ແບ່ງປັນປະສົບການຮ່ວມກັນຂອງສະມາຊິກໃນ 3 ອົງການຈັດຕັ້ງມະຫາຊົນ ໂດຍການຈັດກິດຈະກຳ ປູກຕົ້ນໄມ້ ເຊິ່ງເປັນການສະແດງອອກເຖິງຄວາມມຸ່ງໝັ້ນຂອງ ບໍລິສັດ ເບຍລາວ ໃນການສົ່ງເສີມ ແລະ ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ, ຖືເປັນໜຶ່ງໃນເສົາຫຼັກສຳຄັນຂອງຍຸດທະສາດດ້ານກິດຈະກຳເພື່ອສັງຄົມ – ສິ່ງແວດລ້ອມ ແລະ ວິໄສທັດຂອງ Together Towards Zero & Beyond (TTZAB), ອີກທັງຍັງສະທ້ອນເຖິງຈິດສຳນຶກໃນການສ້າງຄວາມຮັບຜິດຊອບຮ່ວມກັນ ແລະ ຄວາມສາມັກຄີໃນອົງກອນ ບໍ່ພຽງແຕ່ເປັນການສົ່ງເສີມວຽກງານວິຊາສະເພາະ, ສຸຂະພາບ, ຄວາມສາມັກຄີ, ແລະ ການສ້າງຂະບວນການ, ແຕ່ຍັງເປັນການສ້າງສາຍສຳພັນຢ່າງໜັກແໜ້ນ ລະຫວ່າງ ບໍລິສັດ ເບຍລາວ, ໜ່ວຍງານພາກລັດ, ແລະ ຄູ່ຄ້າທຸລະກິດ ເພື່ອພັດທະນາເສດຖະກິດ ແລະ ປະເທດຊາດໃນທິດທາງດຽວກັນ.