ໃນຕອນບ່າຍຂອງວັນທີ 23 ມິຖຸນາ 2025, ໄດ້ຈັດພິທີເປີດຢ່າງເປັນທາງການ ງານແຂ່ງຂັນກິລາເຂດ I 5 ເມືອງເໜືອແຂວງໄຊຍະບູລີ ປະກອບມີ ເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ, ເມືອງຄອບ ແລະ ເມືອງໄຊສະຖານ, ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VIII ແລະ ການຄັດເລືອກນັກກິລາເຂົ້າຮ່ວມການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ, ຢູ່ທີ່ເດີ່ນກິລາຂອງເມືອງຫົງສາ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳຫຼ້າ ຜີວວັນນາ ຫົວໜ້າຫ້ອງວ່າການແຂວງ ຮອງປະທານສະມາຄົມກິລາແຂວງ, ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ, ມີການນຳຂອງແຕ່ລະເມືອງ, ແຂກຖືກເຊີນ, ຄູຝຶກ – ນັກກິລາ, ພະນັກງານ, ທະຫານ, ຕຳຫຼວດ ແລະ ມວນຊົນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.
ທ່ານ ພົມມາ ພົມມະຫານ ຮອງເລຂາພັກເມືອງໄດ້ຂຶ້ນລາຍງານການກຽມຄວາມພ້ອມໃນການຈັດງານຄັ້ງນີ້ ອົງການປົກຄອງເມືອງໄດ້ນໍາພາຈັດຕັ້ງປະຕິບັດຕາມຄວາມຮັບຜິດຊອບຂອງຕົນ ເຊິ່ງໄດ້ກະກຽມແຕ່ລະດ້ານດັ່ງນີ້: ດ້ານເນື້ອໃນ, ດ້ານຂະບວນການ, ຄະນະຮັບຜິດຊອບສະຖານທີ່, ສີ, ແສງ, ສຽງ ແລະ ໂຄສົກ, ດ້ານເສດຖະກິດ ແລະ ຮັບແຂກ, ດ້ານການປ້ອງກັນຄວາມສະຫງົບ, ຄະນະຮັບຜິດຊອບຮັກສາສຸຂະພາບ, ການແຂ່ງຂັນກິລາເຂດ I ໃນຄັ້ງນີ້ໄດ້ກຳນົດມີ 3 ປະເພດກິລາຄື: ບານເຕະຊາຍ-ຍິງ, ບານສົ່ງຊາຍ, ກະຕໍ້ຫວາຍ, ບັນດາການນໍາ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມໃນງານຄັ້ງນີ້ມີທັງໝົດ 394 ທ່ານ, ຍິງ 127 ທ່ານ; ໃນນີ້: ເມືອງຄອບ ມີຄະນະນໍາ, ຄູຝຶກ ແລະ ນັກກິລາທັງໝົດ 97 ທ່ານ, ຍິງ 25 ທ່ານ, ເຂົ້າຮ່ວມການແຂ່ງຂັນມີ ຄື: ບານເຕະຊາຍ-ຍິງ, ບານສົ່ງຊາຍ, ກະຕໍ້ຫວາຍ, ເມືອງຊຽງຮ່ອນ ມີຄະນະນໍາ, ຄູຝຶກ ແລະ ນັກກິລາທັງໝົດ 82 ທ່ານ, ຍິງ 29 ທ່ານ, ເຂົ້າຮ່ວມການແຂ່ງຂັນ ມີຄື: ບານເຕະຊາຍ-ຍິງ, ບານສົ່ງຊາຍ-ຍິງ, ກະຕໍ້ຫວາຍ, ເມືອງເງິນ ມີຄະນະນໍາ, ຄູຝຶກ ແລະ ນັກກິລາທັງໝົດ 87 ທ່ານ, ຍິງ 30 ທ່ານ, ເຂົ້າຮ່ວມການແຂ່ງຂັນ ມີຄື: ບານເຕະຊາຍ-ຍິງ, ບານສົ່ງຊາຍ-ຍິງ, ກະຕໍ້ຫວາຍ, ເມືອງໄຊສະຖານ ມີຄະນະນໍາ, ຄູຝຶກ ແລະ ນັກກິລາທັງໝົດ 11 ທ່ານ, ເຂົ້າຮ່ວມການແຂ່ງຂັນ 1 ປະເພດ ຄື: ກະຕໍ້ຫວາຍ, ເມືອງຫົງສາ ມີຄູຝຶກ ແລະ ນັກກິລາທັງໝົດ 117 ທ່ານ, ຍິງ 43 ທ່ານ, ເຂົ້າຮ່ວມການແຂ່ງຂັນ ມີຄື: ບານເຕະຊາຍ 2 ທີມ, ບານເຕະຍິງ 1 ທີມ, ບານສົ່ງຊາຍ-ຍິງ ແລະ ກະຕໍ້ຫວາຍ. ໃນໂອກາດນີ້ ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ ໄດ້ກ່າວເປີດພິທີຢ່າງເປັນທາງການ, ຫຼັງຈາກນັ້ນຄະນະການນໍາພ້ອມດ້ວຍແຂກຖືກເຊີນກໍ່ໄດ້ ເຂົ້າຮ່ວມການຕັດແຖບຜ້າ, ລັ່ນຄ້ອງ 9 ບາດເພື່ອເປີດພິທີຢ່າງເປັນທາງການ ແລະ ຮັບຊົມການແຂ່ງຂັນກິລາບານເຕະຄູ່ເປີດສະໜາມລະຫວ່າງທີມເມືອງເງິນ ພົບກັບ ທີມເມືອງຫົງສາA ຜ່ານການແຂ່ງຂັນຜົນປະກົດວ່າ ທີມບານເຕະເມືອງເງິນເອົາຊະນະ ທີມບານເຕະເມືອງຫົງສາA 2 ຕໍ່ 1 ປະຕູ.
ຂ່າວ- ພາບ: ຖວທ ຫົງສາ







