ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

LaoTV ໄດ້ຮັບລາງວັນຊະນະເລີດ ໃນເວທີລະດັບຊາດ Lao Digital Award 2025 ໝວດຫໝູ່ Digital Content

Jun 24, 2025

LaoTV ຜະລິດຕະພັນຈາກ ບໍລິສັດ ສະຕາໂທລະຄົມ (ຢູນີເທວ) ໄດ້ຮັບລາງວັນຊະນະເລີດໃນເວທີລະດັບຊາດ Lao Digital Award 2025 ໝວດຫໝູ່ Digital Content ເຊິ່ງຈັດຂຶ້ນໃນວັນທີ 19-20 ມິຖຸນາ 2025 ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈັດໂດຍໂດຍ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.
ຄະນະຜູ້ບໍລິຫານ LaoTV ໄດ້ກ່າວເຖິງຄວາມຮູ້ສຶກພາຍຫລັງໄດ້ຮັບລາງວັນວ່າ: “ຮູ້ສຶກເປັນກຽດ ແລະ ພາກພູມໃຈຢ່າງຍິ່ງທີ່ LaoTV ໄດ້ຮັບການປະກາດຊື່ໃນລາງວັນຊະນະເລີດ ໝວດເນື້ອຫາດີຈິຕອນ ຂອງ Lao Digital Awards 2025. ລາງວັນນີ້ ບໍ່ພຽງແຕ່ເປັນຜົນຕອບແທນຄວາມພະຍາຍາມທີ່ບໍ່ຢຸດຢັ້ງຂອງທີມ ແຕ່ຍັງເປັນການຍອມຮັບຈາກສັງຄົມ ຕໍ່ການຫັນປ່ຽນສູ່ຍຸກດີຈິຕອນ ແລະ ການສ້າງສັນເນື້ອຫາທີ່ກຳລັງມຸ່ງໝັ້ນ ຕະຫລອດຈົນເຖິງການໄດ້ຮັບພະລັງໃຈອັນໃຫຍ່ຫລວງເພື່ອທີ່ຈະພັດນາໃຫ້ດີຍິ່ງຂຶ້ນຕໍ່ໄປ”
LaoTV ເປັນບໍລິການໂທລະພາບອອນລາຍ ທີ່ຊ່ວຍໃຫ້ທ່ານສາມາດເບິ່ງຊ່ອງໂທລະພາບຫລາຍກວ່າ 80 ຊ່ອງທັງພາຍໃນ ແລະ ຕ່າງປະເທດ, ເບິ່ງໄດ້ແບບສົດໆທຸກທີ່, ທຸກເວລາຜ່ານສະມາດໂຟນ, ແທັບເລັດ, LaoTV Box ແລະ Smart TV ທີ່ບໍ່ຕ້ອງເພິ່ງສັນຍານດາວທຽມອີກຕໍ່ໄປ. Lao TV ຍັງມີບົດບາດສຳຄັນໃນການເປີດໂອກາດໃຫ້ປະຊາຊົນ ໃນເຂດພື້ນທີ່ຫ່າງໄກ ສາມາດເຂົ້າເຖິງຂໍ້ມູນຂ່າວສານ, ສື່ຄວາມຮູ້ ແລະ ຕ່າງໆຄວາມບັນເທີງຕ່າງໆໃນລາຄາປະຢັດ.
ສາມາດດາວໂຫລດໄດ້ແລ້ວມື້ນີ້ ທັງໃນ IOS ແລະ Android ຫລື ເຂົ້າຮັບຊົມທີ່: https://laoapp.la/laotv
May be a graphic of text