ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານວາງສະແດງຜະລິດຕະພັນດ້ານການທ່ອງທ່ຽວ ໃນໂອກາດງານມະຫະກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ.

Jun 25, 2025

ບັນດາປະເທດລຸ່ມແມ່ນໍ້າຂອງ ຫລື GMS ປະກອບມີ ລາວ, ມຽນມາ, ກໍາປູເຈຍ, ໄທ, ຈີນ, ຫວຽດນາມ ແລະ ຜູ້ປະກອບການທ່ອງທ່ຽວພາຍໃນປະເທດ ຈໍານວນ 17 ຮ້ານ ໄດ້ຈັດງານວາງສະ ແດງຜະລິດຕະພັນດ້ານການທ່ອງທ່ຽວ ໃນໂອກາດງານມະຫະກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ລະຫວ່າງວັນທີ 24-27 ມິຖຸນາ 2025 ທີ່ໂຮງແຮມພູແມນແຂວງຫລວງພະບາງ ໂດຍເນັ້ນໜັກໃສ່ຜະລິດຕະພັັນການທ່ອງທ່ຽວທາງດ້ານວັດທະນະທຳ, ທຳມະຊາດ ແລະ ກະສີກຳ.
ທ່ານ ພູທອນ ດາລາລົມ, ຮອງຫົວຫນ້າກົມໂຄສະນາການທ່ອງທ່ຽວ ກະຊວງ ວັດທະນະທຳ ແລະທ່ອງທ່ຽວ ໃຫ້ສໍາພາດວ່າ: ຈຸດປະສົງຕົ້ນຕໍໃນການຈັດງານວາງສະແດງຄັ້ງນີ້ ເພື່ອໂຄສະນາ ແລະສົ່ງ ເສີມການທ່ອງທ່ຽວລາວ ໃຫ້ເຂົ້າເຖິງກຸ່ມເປົ້າໝາຍນັກທ່ອງທ່ຽວໃນບັນດາປະເທດລຸ່ມແມ່ນໍ້າຂອງຫລາຍຂື້ນ ເນື່ອງບັນດາປະເທດແມ່ນໍ້າຂອງເປັນຕະຫລາດການທ່ອງທ່ຽວສໍາຄັນຂອງລາວ ຊື່ງຄາດວ່າຈະສາມາດດຶງດູດນັກທ່ອງທ່ຽວໄດ້ຫລາຍສົມຄວນຈາກງານຄັ້ງນີ້ ທັງເປັນການເປີດກ້ວາງການພົວພັນຮ່ວມມືດ້ານການທ່ອງທ່ຽວໃນພາກພື້ນ ແລະສາກົນໃຫ້ແໜ້ນແຟ້ນຍີ່ງຂື້ນ ແນໃສ່ຟື້ນຟູ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອຸດສະຫະກຳການທ່ອງທ່ຽວໃນປະເທດອະນຸພາກພື້ນແມ່ນໍ້າຂອງ ພາຍຫລັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ 19.
ທ່ານ ພູທອນ ດາລາລົມ ໃຫ້ຮູ້ຕື່ມວ່າ: ຈຸດສໍາຄັນການໂຄສະນາໃນຄັ້ງນີ້ແມ່ນເນັ້ນໃສ່ການທ່ອງທ່ຽວໃນຮູບແບບອະນຸລັກປະຊາຊົນມີສ່ວນຮ່ວມ, ການທ່ອງທ່ຽວສີຂຽວໃນໄລຍະລະດູຝົນເປັນທ່າແຮງສໍາຄັນເພື່ອດຶງດູດນັກທ່ອງທ່ຽວ ເນື່ອງຈາກປະເທດລາວມີຈຸດພິເສດຕ່າງຈາກບັນດາເທດລຸ່ມແມ່ນໍ້າຂອງອື່ນໃນໄລຍະລະດູຝົນ ເປັນຕົ້ນທໍາມະຊາດທີ່ຂຽວງາມ, ປະຊາຊົນທຳການຜະລິດ, ມີອາຫານພື້ນບ້ານທີ່ເປັນເອກະລັກຂອງທ້ອງຖີ່ນ ຊື່ງຕ່າງຈາກຫລາຍປະເທດທີ່ບໍ່ແມ່ນລະດູການທ່ອງທ່ຽວ. ລະດູການທ່ອງທ່ຽວສີຂຽວ ເປັນໜື່ງໃນຫົວຂໍ້ສໍາຄັນທີ່ຈະຍົກຂື້ນມາແລກປ່ຽນໃນງານວາງສະແດງມະຫະກຳການທ່ອງທ່ຽວອານຸພາກພື້ນແມ່ນໍ້າຂອງ 2025 ທີ່ລາວເຮົາເປັນເຈົ້າພາບຈັດຂື້ນ ເພື່ອໃຫ້ບັນດາປະເທດອານຸພາກພື້ນແມ່ນໍ້າຂອງ ພ້ອມກັນນຳໄປຈັດຕັ້ງປະຕິບັດໃນຂອບການຮ່ວມມືການທ່ອງທ່ຽວອານຸພາກພື້ນແມ່ນໍ້າຂອງ.
May be an image of 6 people and text
May be an image of 2 people and text