ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ໃກ້ຈະມາເຖິງນີ້. ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຖະແຫຼງຂ່າວການກະກຽມສະເຫຼີມສະຫຼອງວັນດັ່ງກ່າວ ພາຍໃຕ້ຄໍາຂວັນ 70 ປີ ມີໄຊ ເຕີບໃຫຍ່ ເຂັ້ມແຂງ ພັດທະນາແມ່ຍິງກ້າວໄກທັນສະໄໝ ຕໍ່ສື່ມວນຊົນ ໃນວັນທີ 24 ມິຖຸນານີ້ ທີ່ ສສຍລ ວ່າ: ໃນວັນທີ 20 ກໍລະກົດ ຂອງທຸກໆປີ ສສຍລ, ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ໄດ້ພ້ອມໃຈກັນເຂົ້າຮ່ວມສະເຫຼີມສະຫຼອງວັນດັ່ງກ່າວ ຊຶ່ງເປັນອົງການຈັດຕັ້ງມະຫາຊົນໜຶ່ງໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ທີ່ພັກເປັນຜູ້ໃຫ້ກຳເນີດ, ຝຶກຝົນຫຼໍ່ຫຼອມ, ກໍ່ສ້າງ-ບຳລຸງ ແລະ ຊຸກຍູ້ສົ່ງເສີມ ເພື່ອໃຫ້ແມ່ຍິງໄດ້ເຮັດໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍ ຕິດພັນກັບພາລະກິດປະຕິວັດ ກໍຄືການພັດທະນາແມ່ຍິງ ແນໃສ່ປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ປົກປັກຮັກສາມູນເຊື້ອທີ່ເປັນເອກະລັກຂອງແມ່ຍິງລາວ ໃນໄລຍະໃໝ່. ຂະບວນການພັດທະນາແມ່ຍິງ ແນໃສ່ສົ່ງເສີມຄວາມກ້າວໜ້າ ແລະ ປະຕິບັດຄວາມສະເໝີພາບຍິງ-ຊາຍ ໄດ້ບຸກທະລຸເຂົ້າໃນທຸກຂົງເຂດວຽກງານ; ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ກໍຄືກົດລະບຽບຂອງສະຫະພັນແມ່ຍິງລາວ ທີ່ຮັບປະກັນຄວາມສອດຄ່ອງກັບແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ແມ່ຍິງໄດ້ເຂົ້າເຖິງການບໍລິການດ້ານການສຶກສາ, ສາທາລະນະສຸກ ແລະ ແຫຼ່ງທຶນ, ແມ່ຍິງໄດ້ກາຍເປັນກຳລັງສຳຄັນໃນຂົງເຂດທຸລະກິດ, ການຜະລິດເປັນສິນຄ້າ-ການບໍລິການ, ການຊຸກຍູ້ສົ່ງເສີມສີໄມ້ລາຍມື-ວິຊາອາຊີບວຽກເຮັດງານທຳການຊອກຫາແຫຼ່ງລາຍໄດ້ໃຫ້ແກ່ຄອບຄົວ, ຊຸມຊົນ ແລະ ປະກອບສ່ວນໃນການແກ້ໄຂຄວາມທຸກຍາກ. ສະນັ້ນ, ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນດັ່ງກ່າວ ໃນປີນີ້ມີຄວາມໝາຍສໍາຄັນ, ມີເນື້ອໃນເລິກເຊິ່ງ, ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ ສສຍລ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 444/ສສຍລ, ລົງວັນທີ 20 ພຶດສະພາ 2025 ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ເພື່ອທົບທວນຄືນເສັ້ນທາງແຫ່ງການຕໍ່ສູ້ອັນລະອິດລະອ້ຽວຕະຫຼອດໄລຍະ 70 ປີ ທີ່ພັກໄດ້ນໍາພາປວງຊົນລາວບັນດາເຜົ່າຕໍ່ສູ້ມີໄຊ ເພື່ອປົດປ່ອຍຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເວົ້າສະເພາະໃນຕະຫຼອດໄລຍະ 50 ປີ ແຫ່ງການຟື້ນຟູລະບອບໃໝ່, ບູລະນະລະບອບປະຊາທິປະໄຕປະຊາຊົນ; ສືບຕໍ່ຮໍ່າຮຽນເອົາຜົນງານ ແລະ ຄຸນງາມຄວາມດີຂອງຜູ້ນໍາແຕ່ລະຍຸກແຕ່ລະສະໄໝ ໂດຍສະເພາະແມ່ນຄຸນສົມບັດສິນທໍາປະຕິວັດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ແນໃສ່ສຶກສາອົບຮົມ ແລະ ເຜີຍແຜ່ ເຊື່ອມຊຶມປະຫວັດການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ພ້ອມທັງລະນຶກເຖິງມູນເຊື້ອ, ຄຸນງາມຄວາມດີ, ຜົນງານອັນໃຫຍ່ຫຼວງຂອງພະນັກງານປະຕິວັດອາວຸໂສ, ວິລະສະຕີ, ແມ່ນັກຮົບ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຊີວິດ ແລະ ເລືອດເນຶື້ອເຂົ້າໃນຂະບວນການປະຕິວັດໃນແຕ່ລະໄລຍະ; ເປັນການປູກຈິດສຳນຶກ ໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດມີຄວາມຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ແລະ ເລິກເຊິ່ງ; ປຸກລະດົມສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ເປັນເຈົ້າການຮ່ຳຮຽນເອົາແບບຢ່າງ, ການເສຍສະຫຼະໂດຍບໍ່ຫວັງຜົນຕອບແທນ ແລະ ເຂົ້າຮ່ວມປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບການຈັດຕັ້ງປະຕິບັດວິໄສທັດ ປີ 2030, ແຜນຍຸດທະສາດ ປີ 2025, ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ (2021-2025), ໄລຍະທ້າຍສະໄໝ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເພີ່ມທະວີຄວາມຮັບຜິດຊອບສູງສຸດຂອງການນໍາແມ່ຍິງແຕ່ລະຂັ້ນ ແລະ ສະມາຊິກສະຫະພັນແມ່ຍິງ ໃນການປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຄຽງຄູ່ກັບການປະຕິບັດບົດບາດ, ໜ້າທີ່ ແລະ ວຽກງານວິຊາສະເພາະຂອງຂະແໜງການ, ທ້ອງຖິ່ນຕິດແໜ້ນກັບການສ້າງຄອບຄົວ, ບ້ານ, ເມືອງແມ່ຍິງ 3 ດີ ການສ້າງບ້ານພັດທະນາຕາມທິດ 3 ສ້າງ ໃຫ້ເປັນຂະບວນການກວ້າງຂວາງ ແລະ ມີຄວາມໝາຍເລິກເຊິ່ງ.
ສໍາລັບກິດຈະກໍາທີ່ຈະຈັດຕັ້ງປະຕິບັດໃນການສະເຫຼີມສະຫຼອງວັດດັ່ງກ່າວປີນີ້ປະກອບມີ: ສະຫະພັນແມ່ຍິງແຕ່ລະຂັ້ນໄດ້ຈັດຕັ້ງກອງປະຊຸມສໍາມະນາ-ປາຖະກະຖາ, ໃນຫົວຂໍ້ຄື: ມູນເຊື້ອຂອງແມ່ຍິງລາວ ໃນຂະບວນການຕໍ່ສູ້ ເພື່ອເອກະລາດຂອງຊາດ ແລະ ການເສີມຂະຫຍາຍ ເຂົ້າສູ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ບົດບາດຂອງແມ່ຍິງລາວໃນການຮັກສາ ແລະ ສົ່ງເສີມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ; ຈັດງານຕະຫຼາດນັດ ວາງສະແດງຜະລິດຕະພັນສິນຄ້າ, ສີໄມ້ລາຍມື ແລະ ຜົນງານການເຄື່ອນໄຫວຂອງແມ່ຍິງບັນດາເຜົ່າ, ຂະບວນການບໍລິຈາກເລືອດ, ກວດສຸຂະພາບ ພ້ອມທັງຈັດຕັ້ງການເຄື່ອນໄຫວຢ້ຽມຢາມພະນັກງານປະຕິວັດອາວຸໂສບຳນານ, ອະດີດການນໍາເພດຍິງ ແລະ ຢ້ຽມຢາມສະຖານທີ່ປະຫວັດສາດ, ວັດທະນະທຳຕາມເງື່ອນໄຂຕົວຈິງ. ໃນນັ້ນ, ສສຍລ ຍັງຈະມີຫຼາຍກິດຈະກໍາ ເປັນຕົ້ນໃນວັນທີ 7-13 ກໍລະກົດ ຈະໄດ້ຈັດງານຕະຫຼາດນັດວາງສະແດງສິນຄ້າ, ຜະລິດຕະພັນກະສິກໍາ-ສີໄມ້ລາຍມືຂອງເອື້ອຍນ້ອງແມ່ຍິງ ແລະ ຜົນງານການເຄຶ່ອນໄຫວຂອງກະຊວງ-ອົງການ ຢູ່ທີ່ສູນການຄ້າລາວໄອເຕັກ; ວັນທີ 9-11 ກໍລະກົດ ມີກິດຈະກໍາການກວດສຸຂະພາບຕາໂດຍບໍ່ເສຍຄ່າ ຊຶ່ງເລີ່ມແຕ່ເວລາ 9:00 ໂມງ-16:00 ໂມງ ຢູ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ແລະ ກິດຈະກໍາການບໍລິຈາກເລືອດ ໃນວັນທີ 11 ກໍລະກົດ ເລີ່ີມແຕ່ເວລາ 9:00 ໂມງ ຫາ 15:30 ໂມງ ຢູ່ໄອເຕັກມໍ (ຊັ້ນ 5). ນອກຈາກນັ້ນ, ໃນວັນທີ 11 ກໍລະກົດ ໄດ້ຈັດກອງປະຊຸມສໍາມະນາ-ປາຖະກະຖາ ໃນຫຼາຍຫົວຂໍ້ເຊັ່ນ: ບົດບາດຂອງແມ່ຍິງລາວ ໃນຂະບວນການຕໍ່ສູ້ ເພື່ອເອກະລາດຂອງຊາດ ແລະ ການເສີມຂະຫຍາຍເຂົ້າສູ່ພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ, ການເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ແລະ ການປົດປ່ອຍແມ່ຍິງອອກຈາກແອກຄອບຄົວ. ການສົ່ງເສີມການຟ້ອນລໍາວົງລາວ, ເດີນແບບຊຸດເຄື່ອງນຸ່ງປະຈໍາຊາດ ທີ່ສະທ້ອນເຖິງລາຍນາກ ແລະ ບັນດາເຜົ່າ ລວມທັງການສະແດງຂອງອະນຸຊົນ, ເຍົາວະຊົນ; ວັນທີ 23 ກໍລະກົດ ຈະຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ທີ່ຫໍປະຊຸມແຫ່ງຊາດ. ນອກຈາກນັ້ັນ, ຈະຈັດຕັ້ງການເຄື່ອນໄຫວຢ້ຽມຢາມພະນັກງານປະຕິວັດອາວຸໂສບຳນານ, ອະດີດການນໍາເພດຍິງ ແລະ ຢ້ຽມຢາມສະຖານທີ່ທາງດ້ານປະຫວັດສາດ ທາງດ້ານວັດທະນະທຳ ຕາມຄວາມເໝາະສົມ ແລະ ເງື່ອນໄຂຕົວຈິງ. ພ້ອມນັ້ນ, ໃນໄລຍະການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ, ສສຍລ ເຊີນຊວນທຸກພາກສ່ວນໃນສັງຄົມ, ສະຖາບັນຄອບຄົວ, ສະມາຊິກສະຫະພັນແມ່ຍິງລາວ, ແມ່ຍິງລາວບັນດາເຜົ່າ ເຂົ້າຢ້ຽມຊົມຫໍມູນເຊື້ອແມ່ຍິງລາວ ທີ່ສູນອົບຮົມແມ່ຍິງລາວ ບ້ານສະພານທອງກາງ ແລະ ຫ້ອງສິນສາຍໄໝ ຢູ່ບ້ານຊຽງຍືນ ນະຄອນຫຼວງວຽງຈັນ ຊຶ່ງຈະເປີດໃຫ້ເຂົ້າຢ້ຽມຊົມໃນໂມງລັດຖະການ.
ທ່ານ ນາງ ສິລິກິດ ບຸບຜາ ຍັງຕາງໜ້າໃຫ້ຄະນະສະຫະພັນແມ່ຍິງທຸກຂັ້ນ, ແມ່ຍິງລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ການນໍາພັກ, ລັດຖະບານ ແລະ ສະພາແຫ່ງຊາດ ຊຶ່ງຍາມໃດກໍເອົາໃຈໃສ່ສ້າງທຸກເງື່ອນໄຂໃຫ້ແກ່ການເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມບໍາລຸງສ້າງສະມາຊິກສະຫະພັນແມ່ຍິງລາວບັນດາເຜົ່າ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວໃນທຸກດ້ານ. ທັງສ້າງຄວາມເຊື່ອໝັ້ນ ແລະ ຖືສໍາຄັນຕໍ່ບົດບາດຂອງແມ່ຍິງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ແລະ ຂໍອວຍພອນໄຊອັນປະເສີດ ແລະ ຢື້ຢາມຖາມຂ່າວອັນສະໜິດສະໜົມ ຂອງຄະນະສະຫະພັນແມ່ຍິງທຸກຂັ້ນ ໄປເຖິງແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງຄວາມຮູ້ຄວາມສາມາດ ບຸກໜ້າບືນຕົວປະກອບສ່ວນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ແຜນພັດທະນາແມ່ຍິງແຫ່ງຊາດ ໃຫ້ສໍາເລັດຜົນ ໂດຍສະເພາະ ພ້ອມກັນຈັດຕັ້ງປະຕິບັດຄຳຂວັນ “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ກໍຄືຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ ຊຶ່ງເປັນການປະກອບສ່ວນສໍາຄັນໃນການພັດທະນາຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ ເຮັດໃຫ້ຖານະບົດບາດຂອງແມ່ຍິງເຮົາສູງຂຶ້ນຕື່ມອີກທັງພາຍໃນ ແລະ ເວທີສາກົນ.
ຊົມເຊີຍວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຢ່າງສຸດໃຈ !
ຂ່າວ-ພາບ: ວັນເພັງ



