ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ໃຫ້ສໍາພາດຕໍ່ສື່ມວນຊົນ

Jun 25, 2025

ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ໄດ້ຕາງໜ້າໃຫ້ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ໃຫ້ສໍາພາດຕໍ່ສື່ມວນຊົນ ກ່ຽວກັບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ຂອງແຂວງບໍລິຄໍາໄຊ ທ່ານໄດ້ໃຫ້ຮູ້ວ່າ: ເສດຖະກິດຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວໃນລະດັບ 5%; ລວມຍອດຜະລິດຕະພັນພາຍໃນ GPP ປະຕິບັດໄດ້ 14.000 ຕື້ກີບ, ສະເລ່ຍລາຍຮັບ 43 ລ້ານກວ່າກີບຕໍ່ຫົວຄົນ; ການຈັດຕັ້ງປະຕິບັດລາຍຮັບງົບປະມານ 4 ເດືອນຕົ້ນປີ ເຫັນວ່າປະຕິບັດໄດ້ 65% ຂອງແຜນການປີ ຄາດວ່າ ປີ 2025 ຈະໄດ້ລື່ນແຜນ ຜ່ານມາແຂວງບໍລິຄໍາໄຊກໍ່ເປັນແຂວງໜຶ່ງທີ່ປະຕິບັດລື່ນແຜນໄດ້ 4 ປີລຽນຕິດ; ບັນດາພຶ້ນຖານໂຄງລ່າງກໍ່ໄດ້ຮັບການປັບປຸງ ແລະ ກໍ່ສ້າງຢ່າງຕໍ່ເນື່ອງ ຂົວຂ້າມແມ່ນໍ້າຂອງ ແຫ່ງທີ V ປາກຊັນ-ບຶງການ ມາຮອດປັດຈຸບັນປະຕິບັດໄດ້ 98,4% ແລະ ໄດ້ຈັດພິທີເຊື່ອມແຜ່ນດິນ ໃນວັນທີ 6 ເດືອນ 6 ຜ່ານມານີ້, ຄາດວ່າຈະໄດ້ເປີດນໍາໃຊ້ໃນທ້າຍປີ 2025, ກໍາລັງດໍາເນີນການກໍ່ສ້າງທາງເວັ້ນຕົວເມືອງປາກຊັນ, ສ້ອມແປງ ເສັ້ນທາງເລກ 8 (ພູໄຮ) ມາຮອດປັດຈຸບັນປະຕິບັດໄດ້ 52%, ທົ່ວແຂວງມີເສັ້ນທາງເບຕົງທີ່ນໍາໃຊ້ງົບປະມານຈາກພາກລັດ, ລະດົມທຶນທົ່ວສັງຄົມ ສົມທົບກັບທຶນຂອງປະຊາຊົນພາຍໃນບ້ານ ທີ່ກໍ່ສ້າງສໍາເລັດ ມີທັງໝົດ 26 ເສັ້ນ ຄວາມຍາວ 34,09 ກມ ມູນຄ່າທັງໝົດ 8.365 ຕື້ກີບ; ດ້ານການຜະລິດ: ທົ່ວແຂວງ ມີເນື້ອທີ່ນາແຊງ 40.000 ເຮັກຕ່າ ປີ 2024 ສາມາດເກັບກູ້ຜົນຜະລິດໄດ້ 118.842 ໂຕນ ສະເລ່ຍ 354 ກິໂລ ຕໍ່ຄົນ ຕໍ່ປີ; ມີເນື້ອທີ່ປູກຢາງພາລາ ທັງໝົດ 37,341 ຮຕ, ຜົນການຜະລິດຕໍ່ປີ ຈໍານວນ 73,495 ໂຕນ, ຮອດເດືອນ ພຶດສະພາ ປີ 2025 ສາມາດສົ່ງອອກໄດ້ 8.285 ໂຕນ.
ພ້ອມນີ້ທ່ານຍັງໄດ້ ຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າຊາວແຂວງບໍລິຄຳໄຊ ໃນສະພາບມີຄວາມຫຍຸ້ງຍາກຄື ປັດຈຸບັນຈົ່ງໄດ້ພ້ອມກັນອົດທົນສູ້ຊົນຮັກສາມູນເຊື້ອຄວາມສາມັກຄີ, ເຊື້ອໝັ້ນຕໍ່ການນຳພາຂອງພັກ-ລັດ ກໍ່ຄືການແກ້ໄຂບັນຫາດັ່ງກ່າວ ຂໍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງໄດ້ພ້ອມກັນສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ, ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ພ້ອມກັນປັບປຸງບູລະນະອຳນາດຂັ້ນຕ່າງໆໃຫ້ໜັກແໜ້ນ, ເຂັ້ມແຂງ ເປັນອໍານາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.
May be an image of 6 people, dais and text