ໃນຕອນເຊົ້າວັນທີ 24 ມິຖຸນາ 2025, ທີ່ ອົງການໄອຍະການປະຊາຊົນສູງສຸດໄດ້ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກຄັ້ງທີ 13 ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດສະໄໝທີV ຂຶ້ນ, ໂດຍການເປັນປະທານຂອງສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ມີສະຫາຍຮອງເລຂາ, ສະຫາຍຄະນະປະຈໍາພັກ, ບັນດາສະຫາຍກໍາມະການຄະນະບໍລິຫານງານພັກ, ບັນດາຄະນະໜ່ວຍພັກ,ຫົວໜ້າ-ຮອງຫົວໜ້າ ຫ້ອງການ, ບັນດາກົມ ແລະ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ເຂົ້າຮ່ວມ.
ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດໄດ້ຜ່ານຮ່າງບົດສະຫຼຸບປະຈຳໄຕມາດໂດຍໄດ້ເນັ້ນວ່າ: ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດໃນຄັ້ງນີ້ແມ່ນເຫດການ ການເມືອງທີ່ມີຄວາມໝາຍສຳຄັນເປັນຢ່າງຍິ່ງທັງແມ່ນຄວາມຈຳເປັນພາວະວິໄສແລະຄວາມຮຽກຮ້ອງຕ້ອງການເພື່ອພ້ອມກັນສະຫຼຸບຕີລາຄາການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານຂອງຄະນະບໍລິຫານງານພັກປະຈໍາໄຕມາດII (ເດືອນ 4, 5, 62025)ຕະຫຼອດໄລຍະທີ່ຜ່ານມາ, ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດແລະບົດຮຽນທີ່ຖອດຖອນໄດ້ພ້ອມທັງຄົ້ນຄວ້າກຳນົດທິດທາງແຜນການວຽກງານຈຸດສຸມປະຈໍາໄຕມາດ III (ເດືອນ 7, 8, 9 2025), ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງມີປະສິດທິພາບແລະປະສິດທິຜົນ, ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ມີຄຳເຫັນຊີ້ນຳໃຫ້ບັນດາຜູ້ແທນກອງປະຊຸມຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນເຂົ້າໃນການຕີລາຄາການນຳພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກຢ່າງພາວະວິໄສ, ຖືກຕ້ອງຕາມຄວາມເປັນຈິງ, ຢຶດໝັ້ນຕາມຫຼັກການ, ກົດລະບຽບແລະທັດສະນະຂອງພັກຢ່າງຖືກຕ້ອງ. ພ້ອມນັ້ນ, ຍັງໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍໃນຄະນະບໍລິຫານງານພັກ, ບັນດາໜ່ວຍພັກຈົ່ງໄດ້ຍົກສູງຄວາມຮັບຜິດຊອບໃນການສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນຳແລະຈັດຕັ້ງປະຕິບັດວຽກງານໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງແລະຮອບດ້ານຕາມຈິດໃຈຊີ້ນຳຂອງມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ ກໍຄືການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ ແລະ ແຜນພັດທະນາວຽກງານໄອຍະການ 5 ປີ 2021-2025.






