ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດກອງປະຊຸມສົນທະນາດ້ານສິດທິມະນຸດ ຄັ້ງທີ 14ຂຶ້ນໃນວັນທີ 13 ມິຖຸນາ 2025ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພູໂຂງ ສີສຸລາດ,ຫົວໜ້າກົມສົນທິິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ນາງ ເລລາ ເຟີນັນເດັດ-ສະເຕັມບຣິດ, ຫົວໜ້າຫ້ອງການຮັບຜິດຊອບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ,ກົມອາຊີ-ປາຊີຟິກ, ສໍານັກງານການຕ່າງປະເທດສະຫະພາບເອີຣົບ.
ໃນກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ສົນທະນາແລກປ່ຽນຂໍ້ມູນຂ່າວສານ ແລະ ແຈ້ງໃຫ້ກັນຊາບ ກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສິດທິມະນຸດ ຢູ່ ສປປ ລາວ ແລະ ສະຫະພາບເອີຣົບ ໃນໄລຍະໜຶ່ງປີຜ່ານມາ ໂດຍສະເພາະ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ; ສິດທິທາງດ້ານການເມືອງ ແລະ ພົນລະເມືອງ; ການສ້າງລັດທີ່ປົກຄອງດ້ວຍກົດໝາຍ; ການເຂົ້າເຖິງຂະບວນການຍຸຕິທໍາ; ຄວາມສະເໜີພາບ ຍິງ-ຊາຍ; ສິດທິເດັກ; ສິດທິຄົນພິການ; ການຮ່ວມມືກັບກົນໄກສິດທິມະນຸດ ສປຊ ໂດຍສະເພາະ ການເຂົ້າຮ່ວມກົນໄກທົບທວນປະຈໍາໄລຍະຫຼື UPR ຮອບວຽນທີ 4ຂອງ ສປປ ລາວ; ແລະ ສິດທິມະນຸດດ້ານອື່ນໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນກອງປະຊຸມສົນທະນາດັ່ງກ່າວ, ຝ່າຍລາວ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການປັບປຸງລັດຖະທໍາມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງກັບການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ; ຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ສອງວາລະແຫ່ງຊາດ; ພ້ອມທັງນໍາສະເໜີແຜນວຽກທີ່ ສປປ ລາວ ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດໃນປີ 2025 ໂດຍສະເພາະ ການພິຈາລະນາຮັບຮອງເອົາຂໍ້ສະເໜີແນະພາຍໃຕ້ກົນໄກທົບທວນປະຈໍາໄລຍະ ຮອບວຽນທີ 4 ແລະ ການປະຕິບັດພັນທະລາຍງານພາຍໃຕ້ສົນທິສັນຍາດ້ານສິດທິມະນຸດທີ່ສປປລາວ ເປັນພາຄີ, ຊຶ່ງຝ່າຍສະຫະພາບເອີຣົບໄດ້ຢືນຢັນຄືນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດຢູ່ ສປປ ລາວ.
ກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ, ກົງໄປກົງມາ, ບົນພື້ນຖານຄວາມສະເໝີພາບແລະ ເຄົາລົບນັບຖືຊຶ່ງກັນ ແລະ ກັນ. ການສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ແມ່ນກົນໄກແລກປ່ຽນດ້ານສິດທິມະນຸດທີ່ຈັດຂຶ້ນໃນແຕ່ລະປີ ໂດຍມີຈຸດປະສົງເພື່ອເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນໃຫ້ດີຂຶ້ນ, ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ.
ກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ຄັ້ງທີ 15 ຈະຈັດຂຶ້ນໃນປີ 2026 ທີ່ ບຣຸກແຊນ, ປະເທດແບນຊິກ.





