ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ຮສສ ຮວ່ມກັບຫຼາຍພາກສວ່ນປັບປຸງເນື້ອໃນການສະຫງວນອາຊີບໄວ້ໃຫ້ກັບພົນລະເມືອງລາວ.

Jun 25, 2025

ເພື່ອເປັນການການຜັນຂະຫຍາຍກົດໝາຍວ່າດ້ວຍການຈັດຫາງານ ຊຶ່ງເປັນກົດໝາຍທີ່ໄດ້ຮັບການສ້າງຂຶ້ນໃໝ່ ໃນປີ 2023 ໂດຍໄດ້ກໍານົດ ທີ່ໄດ້ກຳນົດກ່ຽວກັບການສະຫງວນອາຊີບໄວ້ໃຫ້ພົນລະເມືອງລາວ ໃນມາດຕາ 16, ໝວດທີ 1, ຂອງພາກທີ II ແລະ ມາດຕາ 7 ປະເພດອາຊີບສະຫງວນໃຫ້ພົນລະເມືອງລາວ , ເພື່ອເປັນການຮັກສາອາຊີບໃດໜຶ່ງໄວ້ໃຫ້ພົນລະເມືອງລາວ .
ໃນວັນທີ 23 ມິຖຸນາ 2025 ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ. ກົມການຈັດຫາງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍອາຊີບສະຫງວນໄວ້ໃຫ້ພົນລະເມືອງລາວ. ໃຫ້ກຽດກ່າວເປີດໂດຍທາ່ນ ພົງໄຊສັກ ອີນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ). ມີບັນດາທ່ານ ຫົວໜ້າ ຮອງຫົວໜ້າ ຫ້ອງການ, ບັນດາກົມ, ສະພາແຫ່ງຊາດ, ບັນດາກະຊວງທີ່ກຽ່ວຂ້ອງ, ທະນາຄານແຫ່ງ ສປປ ລາວ, ສະມາຄົມ, ກຸ່ມທຸລະກິດ, ພ້ອມຄະນະພະແນກ ແລະ ວິຊາການ ຈາກກະຊວງ ຮສສ ເຂົ້າຮວ່ມ.
ກອງປະຊຸມດັ່ງກ່າວ, ບັນດາຜູ້ເຂົ້າຮວ່ມທັງໝົດ ຍັງໄດ້ພ້ອມກັນປະກອບຄຳເຫັນ ເພື່ອປັບປຸງເນື້ອໃນ ແຕ່ລະໝວດ ແລະ ມາດຕາ ໂດຍສະເພາະ ໝວດທີ 2 ອາຊີບທີ່ສະຫງວນໄວ້ໃຫ້ພົນລະເມືອງລາວ, ໃນມາດຕາ 7 ປະເພດອາຊີບທີ່ສະຫງວນໃຫ້ພົນລະເມືອງລາວ ໃຫ້ມີຄວາມຊັດເຈນ ແລະ ສອດຄ່ອງ ກັບ ກົດໝາຍ ກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາ ຢ່າງເປັນລະບົບ ແລະ ມີປະສິດທິພາບ ແນໃສ່ສະຫງວນອາຊີບໄວ້ໃຫ້ພົນລະເມືອງລາວມີວຽກເຮັດງານທໍາ ພາຍໃນປະເທດ, ສາມາດປະກອບອາຊີບອິດສະຫລະ ແລະ ມີລາຍໄດ້ທີ່ໝັ້ນຄົງ ເພື່ອຮັກສາເອກະລັກ ແລະ ວັດທະນະທໍາ ພູມປັນຍາທີ່ເປັນຮີດຄອງປະເພນີ ໄວ້ໃຫ້ພົນລະເມືອງລາວ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ; ລວມທັງອາຊີບທີ່ີມີກຳລັງແຮງງານລາວພຽງພໍ ຕາມຄວາມຕ້ອງການຂອງຕະຫຼາດແຮງງານ ເພື່ອໃຫ້ອາຊີບເຫຼົ່ານັ້ນໄດ້ຢູ່ຄູ່ກັບຄົນລາວ ທັງເປັນການຊ່ວຍໃຫ້ແຮງງານລາວ ມີໂອກາດສູງຂຶ້ນໃນການມີວຽກເຮັດງານທໍາ ແລະ ສ້າງລາຍໄດ້ທີ່ໝັ້ນຄົງ.
ຂ່າວສານຮສສ