ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X

Jun 25, 2025

ທ່ານ ຄໍາແພງ ວິລະພັນ ປະທານກຳມາທິການກົດໝາຍ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຂຶ້ນຜ່ານບົດລາຍງານການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ(2026-2030) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 25 ມິຖຸນາ 2025, ພາຍໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ທ່ານ ຄໍາແພງ ວິລະພັນໄດ້ລາຍງານວ່າ: ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X (2026-2030) ເປັນການກໍານົດໜ້າວຽກກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດຂອງສະພາແຫ່ງຊາດ ເພື່ອປະກອບສ່ວນສ້າງລັດແຫ່ງ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ, ເຮັດໃຫ້ວຽກງານສ້າງ ແລະ ປັບປຸງກົດໝາຍ ແທດເໝາະກັບສະພາບການ ແລະ ຄວາມສາມາດຕົວຈິງຂອງສະພາແຫ່ງຊາດ ຊຸດທີ X ແລະ ເພື່ອຮັບປະກັນໃຫ້ການກະກຽມແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X ໃຫ້ມີປະສິທິພາບ ແລະ ປະສິດທິຜົນ ສາມາດຈັດຕັ້ງປະຕິບັດໄດ້ ຄະນະປະຈຳສະພາແຫ່ງຊາດ ໄດ້ອອກຄໍາແນະນໍາຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະ 2026-2030 ແລະ ອົງການທີ່ກ່ຽວຂ້ອງ ສະເໜີແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2026-2030 ຕໍ່ຄະນະປະຈໍາສະພາແຫ່ງຊາດ.
ການຄົ້ນຄວ້າ ສ້າງ ແລະ ປັບປຸງກົດໝາຍໃນ 5 ປີ ຕໍ່ໜ້າ ຕ້ອງຮັບປະກັນຄວາມສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໂຄງການການເມືອງ ຄັ້ງທີ III ຂອງພັກ ກໍຄືລັດຖະທຳມະນູນ ສະບັບປັບປຸງ ປີ 2025. ສະນັ້ນ, ກຳມາທິການກົດໝາຍ ຈຶ່ງໄດ້ປະສານສົມທົບກັບບັນດາກໍາມາທິການຂອງສະພາແຫ່ງຊາດ, ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງແຕ່ຫົວທີ ເພື່ອສັງລວມການສະເໜີແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ຊຸດທີ X ໃນແຕ່ປີ (2026-2030) ຕາມໜັງສືສະເໜີຂອງພາກສ່ວນຕ່າງໆ ເພື່ອສັງລວມເຂົ້າເປັນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X. ກົດໝາຍທີ່ກຳນົດເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X, ຜ່ານການຄົ້ນຄວ້າ, ສັງລວມໜັງສືສະເໜີ ແລະ ການຢັ້ງຢືນຄວາມກຽມພ້ອມຂອງບັນດາອົງການທີ່ມີສິດ ສະເໜີສ້າງ ແລະ ປັບປຸງກົດໝາຍນັ້ນ ມີກົດໝາຍຈໍານວນ 78 ສະບັບ, ສ້າງໃໝ່ 19 ສະບັບ, ປັບປຸງ 59 ສະບັບ.
ຂ່າວ,ພາບ: ບຸນອູ້ມ