ວັນທີ 24 ມິຖຸນາ 2025, ວິທະຍາຄານການເມືອງປ້ອງກັນຄວາມສະຫງົບປະຊາຊົນ ແຫ່ງ ສສ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ນໍາໂດຍ ພົນຕີ ຮສ ປອ ຟານ ຊວນຕຸຍ ຫົວໜ້າອໍານວຍການ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບປະຊາຊົນ ແຫ່ງ ສສ ຫວຽດນາມ, ໃຫ້ກຽດຕ້ອນຮັບໂດຍ ພົນຈັດຕະວາ ປອ ສຸກນິລັນດອນ ກຸນລະວົງ ຫົວໜ້າອໍານວຍການ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ມີຄະນະພັກ-ຄະນະນໍາທັງສອງຝ່າຍ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ພົນຈັດຕະວາ ປອ ສຸກນິລັນດອນ ກຸນລະວົງ ໄດ້ກ່າວຕ້ອນຮັບຄະນະນໍາວິທະຍາຄານການເມືອງປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ແລະ ໄດ້ສະຫຼຸບຕີລາຄາການຮ່ວມມືລະຫວ່າງ ສອງວິທະຍາຄານ ໃນໄລຍະ 1 ປີຜ່ານມາ ວ່າ: ວິທະຍາຄານການເມືອງປ້ອງກັນຄວາມສະຫງົບປະຊາຊົນ ແຫ່ງ ສສ ຫວຽດນາມ ມີການພົວພັນຮ່ວມມືກັບ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ໂດຍໄດ້ຝຶກອົບຮົມໃຫ້ພະນັກງານຂັ້ນນໍາພາ-ບັນຊາ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ 10 ສະຫາຍ; ຝຶກອົບຮົມໃຫ້ຄູສອນທິດສະດີການເມືອງ 10 ສະຫາຍ ຝຶກອົບຮົມຂົງເຂດຄຸ້ມຄອງການສຶກສາ, ເສນາທິການ, ກໍ່ສ້າງກໍາລັງ ຈໍານວນ 7 ສະຫາຍ; ຝຶກອົບຮົມຄູ ທີ່ບໍ່ໄດ້ຜ່ານວິຊາຄູ 12 ສະຫາຍ; ຝຶກອົບຮົມ ພະນັກງານ ທີ່ຍັງບໍ່ໄດ້ເປັນຄູ-ອາຈານ ຈໍານວນ 7 ສະຫາຍ ໂດຍຮັບໄປຝຶກອົບຮົບຢູ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບປະຊາຊົນ ແຫ່ງ ສສ ຫວຽດນາມ.
ສ່ວນຝ່າຍວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ ແມ່ນໄດ້ຮັບເອົານັກສຶກສາລາວທີ່ສຶກສາ ຢູ່ວິທະຍານການເມືອງປ້ອງກັນຄວາມສະຫງົບປະຊາຊົນ ແຫ່ງ ສສ ຫວຽດນາມ ມາຝຶກງານ ຢູ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ 20 ສະຫາຍ ແລະ ໄດ້ລົງຕິດຕາມ, ກວດກາ, ປະເມີນ, ນຳພານັກສຶກສາລາວ ຮຸ່ນທີ D8 ທີ່ສຶກສາຢູ່ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ລົງຝຶກງານຢູ່ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບລາວ 10 ສະຫາຍ ຍິງ 4 ສະຫາຍ. ນອກນັ້ນ, ສອງວິທະຍາຄານການເມືອງ ຍັງມີການພົວພັນ, ປະສານສົມທົບ ແລະ ແລກປ່ຽນດ້ານວຽກງານວິຊາສະເພາະຢ່າງເປັນປົກກະຕິ.
ໃນພິທີດັ່ງກ່າວ, ທັງສອງຝ່າຍຍັງໄດ້ແລກປ່ຽນປະສົບການທາງດ້ານການເມືອງ, ວິຊາສະເພາະ ແລະ ວາງທິດທາງໃນການສືບຕໍ່ຮ່ວມມືໃນຕໍ່ໜ້າໃຫ້ມີຄວາມແໜ້ນແຟ້ນ, ມີຄວາມສາມັກຄີ ເພື່ອພ້ອມກັນເຮັດໜ້າທີ່ວຽກງານໃຫ້ປະສົບຜົນສໍາເລັດດີຂຶ້ນກວ່າເກົ່າ.
ພາບ-ຂ່າວ: ກະແຕ




