ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສສຊ ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຄໍາເຫັນຕໍ່ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X

Jun 25, 2025

ທ່ານ ພູທອນ ວໍລະເພັດ ສສຊ ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ກ່າວວ່າ: ການລາຍງານດັ່ງກ່າວໄດ້ສ່ອງແສງໃຫ້ເຫັນດ້ານດີ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດ ເປັນການສ້າງແລະປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X ໂດຍສະເພາະດ້ານຄົງຄ້າງເປັນຕົ້ນແມ່ນການຄົ້ນຄວ້າແຜນການສ້າງ ແລະ ປັບປຸງກົດໝາຍຂອງກະຊວງ ອົງການຈໍານວນໜຶ່ງແມ່ນຍັງບໍ່ທັນເລິກເຊິ່ງແທດເຖິງເທົ່າທີ່ຄວນ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນການສ້າງແລະປັບປຸງກົດໝາຍຈຶ່ງບໍ່ສາມາດຈັດຕັ້ງປະຕິບັດໄດ້ ແລະການປັບປຸງເນື້ອໃນບໍ່ທັນແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ສະນັ້ນ ຈຶ່ງເຮັດໃຫ້ການຄົ້ນຄວ້າ ການຮຽບຮຽງກໍຄືການປັບປຸງເນື້ອໃນຂອງຮ່າງກົດໝາຍຈໍານວນໜຶ່ງ ບໍ່ທັນກໍານົດເວລາ ພ້ອມກັນນັ້ນການຈັດຕັ້ງປະຕິບັດ ຂັ້ນຕອນໃນການສ້າງແລະປັບປຸງກົດໝາຍ ຕາມກົດໝາຍວ່າດ້ວຍການສ້າງນິຕິກໍາໄດ້ກໍານົດໄວ້ຍັງບໍ່ທັນຖືກຕ້ອງຕາມຂັ້ນຕອນ ເປັນຕົ້ນ ຂັ້ນຕອນການວິເຄາະ ວິໄຈ ຂັ້ນຕອນການທາບທາມ ແລະ ອື່ນໆ ຍ້ອນແນວນັ້ນຈຶ່ງເຮັດໃຫ້ບາງກົດໝາຍບໍ່ສາມາດນໍາເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດໄດ້ ດ້ວຍເຫດນີ້ ຈຶ່ງໄດ້ສະເໜີຂໍແລກປ່ຽນບາງຈຸດຕາມຄໍາຖາມເຈາະຈີ້ມ ກ່ຽວກັບຈໍານວນຮ່າງກົດໝາຍທີ່ກໍານົດໃນຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X (2026-2030) ຊຶ່ງມີຈໍານວນ 78 ສະບັບ ສ້າງໃໝ່ 19 ສະບັບ ແລະ ປັບປຸງ 59 ສະບັບ ເຫັນວ່າມີຈໍານວນຮ່າງກົດໝາຍທີ່ສະເໜີເຂົ້າຍັງມີຫຼາຍຢູ່ ເມື່ອມາສະເລ່ຍໃສ່ກັບ 8 ກອງປະຊຸມສະພາຊຸດທີ 9 ແລະ ຊຸດທີ 10 ກໍມີແຕ່ 8 ກອງປະຊຸມທີ່ຮັບຮອງພິຈາລະນາ ສ່ວນກອງປະຊຸມຄັ້ງປະຖົມມະລືກ ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 10 ແມ່ນຖືວ່າບໍ່ໄດ້ຮັບຮອງກ່ຽວກັບກົດໝາຍ ເຫັນວ່າກວມເອົາ 9 ຫາ 10 ກົດໝາຍ.
ສະນັ້ນ, ຈຶ່ງເຫັນວ່າ ຄວນຄັດຈ້ອນເອົາຮ່າງກົດໝາຍອອກຕື່ມ ເພື່ອໃຫ້ເຫຼືອຢູ່ປະມານ 60 ສະບັບ 60 ກົດໝາຍ ຖ້າສະເລ່ຍໃສ່ 8 ກອງປະຊຸມຈະຖືກຢູ່ປະມານ 7 ຫາ 8 ກົດໝາຍເຫັນວ່າເໝາະສົມ; ພ້ອມນີ້ກ່ຽວກັບການກໍານົດຮ່າງກົດໝາຍໃໝ່ນັ້ນ ຈະຄວນສ້າງເປັນກົດ
ໝາຍ ຫຼື ຈະສ້າງເປັນນິຕິກໍາໃຕ້ກົດໝາຍເພື່ອຈັດຕັ້ງປະຕິບັດໄປກ່ອນນັ້ນ ຕໍ່ກັບບັນຫາດັ່ງກ່າວ ສະເໜີມີຄໍາເຫັນກ່ຽວກັບບາງຮ່າງກົດໝາຍ ຊຶ່ງເຫັນຄວນສ້າງເປັນນິຕິກໍາໃຕ້ກົດ
ໝາຍກ່ອນເພື່ອຈັດຕັ້ງປະຕິບັດ ເປັນຕົ້ນແມ່ນຮ່າງກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ ເພາະວ່າຮ່າງກົດໝາຍສະບັບນີ້ໃນກອງປະຊຸມໄລຍະຜ່ານມາ ແມ່ນໄດ້ທາບທາມຮ່າງກົດໝາຍດັ່ງກ່າວແລ້ວ ເຫັນວ່າຜູ້ແທນຍັງບໍ່ທັນໃຫ້ການສະໜັບສະໜູນ ກ່ຽວກັບຮ່າງກົດໝາຍດັ່ງກ່າວ; ແລະ ຮ່າງກົດໝາຍວ່າດ້ວຍການປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ຕໍ່ຮ່າງກົດໝາຍນີ້ ແມ່ນເຫັນດີ ແຕ່ວ່າອາດຈະສ້າງເປັນນິຕິກໍາໃຕ້ກົດໝາຍກ່ອນໄດ້ຫຼືບໍ ເພາະວ່າຖ້າສ້າງຂຶ້ນມາແລ້ວ ປະຕິບັດບໍ່ໄດ້ກໍຈະສ້າງຄວາມສັບສົນຫຍຸ້ງຍາກໃຫ້ແກ່ການຈັດຕັ້ງປະຕິບັດ ໂດຍສະເພາະບັນຫາເລືອດນີ້ແມ່ນຕິດພັນກັບບຸກຄົນ.
May be an image of 16 people, people studying and text