ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່ສັນຍາໂຄງການສໍາຫລວດແຮ່ທອງ ແລະ ແຮ່ຕິດພັນ ຢູ່ເຂດເມືອງໄຊເສດຖາ

Jun 25, 2025

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື ເຜີຍແຜ່ສັນຍາໂຄງການສໍາຫລວດແຮ່ທອງ ແລະ ແຮ່ຕິດພັນ ຢູ່ເຂດເມືອງໄຊເສດຖາ ແຂວງອັດຕະປື ໃນວັນທີ 24 ມິຖຸນາ 2025 ໂດຍການເປັນ ປະທານຂອງທ່ານ ສຸດໃຈ ກົມມະເມືອງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງອັດຕະປື, ທ່ານ ພອນໄຊ ໄກສອນເສນາ ຮອງເຈົ້າເມືອງໆໄຊເສດຖາ, ທ່ານ ໂດລາ ເຊັງເຊີນ ຫົວໜ້າ ຫ້ອງການ ບໍລິສັດ ລິໄຊ ການຄ້າ ຈຳກັດຜູ້ດຽວ ພ້ອມດ້ວຍພະແນກການອ້ອມຂ້າງ ແລະ ອຳນາດ ປົກຄອງບ້ານໃນ 2 ບ້ານເຂົ້າຮ່ວມ.
ທ່ານ ວຽງແກ້ວ ໄຊຍະລາດ ຫົວໜ້າຂະແໜງທໍລະນີສາດ ແລະ ແຮ່ທາດ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ໃຫ້ຮູ້ວ່າ: ໂຄງການສໍາຫລວດແຮ່ທອງ ແລະ ແຮ່ຕິດພັນ ໃນເນື້ອທີ່ 85 ກວ່າກິ ໂລຕາແມັດ ຢູ່ເຂດເມືອງໄຊເສດຖາ ຂອງບໍລິສັດ ລືໄຊການຄ້າ ຈຳກັດຜູ້ດຽວ ແມ່ນໄດ້ເຊັນສັນຍາກັບ ລັດຖະບານລາວ ໃນວັນທີ 20 ມີນາ 2025, ເຊິ່ງບໍລິສັດ ຈະປະສານສົມທົບກັບຂະແໜງການກ່ຽວຂ້ອງ ດໍາເນີນການສໍາຫລວດໃນເຂດສໍາປະທານ ໃນໄລຍະເວລາ 3 ປີ ນັບແຕ່ມື້ໄດ້ຮັບອະນຸຍາດເປັນຕົ້ນໄປ ແລະ ມີຄວາມຮັບຜິດຊອບໃນການປະຕິບັດພັນທະຕ່າງໆ ຕາມລະບຽບກົດໝາຍ ເປັນຕົ້ນ ຄ່າສໍາປະທານສໍາຫລວດ, ພາສີ-ອາກອນເກັບຈາກເຄື່ອງນໍາເຂົ້າ, ອາກອນມູນຄ່າເພີ່ມ, ອາກອນລາຍໄດ້ຈາກພະນັກງານ-ກຳມະກອນ, ການຄຸ້ມຄອງ ແລະ ການບູລະນະຟື້ນຟູດ້ານ ສິ່ງແວດລ້ອມ ທີ່ໄດ້ຮັບຜົນກະທົບຈາກການດໍາເນີນການສໍາຫລວດ.
ການເຜີຍແຜ່ຄັ້ງນີ້ ກໍເພື່ອເຮັດໃຫ້ຂະແໜງການ, ອົງການປົກຄອງເມືອງ-ບ້ານ ແລະ ປະຊາຊົນ ທີ່ອາໄສຢູ່ໃນຂອບ ເຂດຂອງໂຄງການ ມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຈະແຈ້ງ ທັງເປັນການສ້າງຄວາມເປັນເອກະພາບທາງດ້ານທັດສະນະຕໍ່ເນື້ອໃນສັນຍາ, ຂອດການປະສານງານ, ຂັ້ນຕອນການຈັດຕັ້ງປະຕິບັດ, ຄວາມຮັບຜິດຊອບ ຂອງພາກລັດ ແລະ ບໍລິສັດ ເພື່ອສ້າງຄວາມໂປ່ງໃສ ແລະ ສົ່ງເສີມການມີສ່ວນຮ່ວມຂອງທ້ອງຖິ່ນຢ່າງແທ້ຈິງ, ຮັບປະກັນເຮັດໃຫ້ການດໍາເນີນກິດຈະການຕ່າງໆ ໃນການສໍາຫລວດສໍາເລັດຕາມແຜນການທີ່ວາງໄວ້.
ຂ່າວ: ວັດທະນາ