ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແກ່ນທ້າວ ຈັດກອງປະຊຸມຄະນະກໍາມະການຄຸ້ມຄອງໄພພິບັດ ປະຈໍາປີ 2024.

Jun 26, 2025

ກອງປະຊຸມ ຄະນະກໍາມະການຄຸ້ມຄອງໄພພິບັດ ປະຈໍາປີ 2025 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2025 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດຣ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນທ້າວ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ, ມີຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ອານຸເດດ ພິທັກ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໄພພິບັດ ປະຈໍາປີ 2024 ຕໍ່ກອງປະຊຸມ ວ່າ: ໃນໄລຍະຜ່ານມາມີໄພພິບັດເກີດຂຶ້ນ 8 ຄັ້ງ, ໄດ້ຮັບຜົນກະທົບ 17 ບ້ານ 220 ຄອບຄົວ ລວມມູນຄ່າເສຍຫາຍທັງໝົດ 3,457,000,000 ກວ່າກີບ. ໃນນີ້, ລົມພາຍຸລະດູຮ້ອນພັດເຮືອນ 3 ຄັ້ງ, ພັດສິ່ງປູກສ້າງ ແລະ ສວນພືດຂອງປະຊາຊົນ 3 ບ້ານ ໄດ້ຮັບຜົນກະທົບ 12 ຄອບຄົວ ມູນຄ່າເສຍຫາຍ 85,000,000 ກວ່າກີບ, ນໍ້າຖ້ວມເຮືອນ 5 ບ້ານ ໄດ້ຮັບຜົນກະທົບ 28 ຫຼັງຄາ ມູນຄ່າເສຍຫາຍ 75,000,000 ກ່ວາກີບ, ນໍ້າຖ້ວມສວນພືດ 11 ບ້ານ, ໄດ້ຮັບຜົນກະທົບ 180 ກວ່າຄອບຄົວ ມູນຄ່າເສຍຫາຍ 2,976,000,000 ກວ່າກີບ, ຟ້າຜ່າງົວປະຊາຊົນ ບ້ານນໍ້າເຕົ່າ 1 ຄອບຄົວ ມູນຄ່າເສຍຫາຍ 18,000,000 ກວ່າກີບ, ໄຟໄໝ້ເຮືອນປະຊາຊົນບ້ານກົກກະທອນ 1 ຫຼັງ ມູນຄ່າເສຍຫາຍ 300,000,000 ກີບ. ໃນປີ 2024 ປຸກລະດົມເງິນເຂົ້າກອງທຶນໄພພິບັດ ໄດ້ 50,000,000 ກວ່າກີບ ແລະ ຍອດຍົກມາແຕ່ປີ 2023 ຈໍານວນ 56,000,000 ກວ່າກີບ, ໄດ້ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຜູ້ປະສົມໄພພິບັດຕ່າງໆ 17,000,000 ກວ່າກີບ, ສົມທົບທຶນສ້ອມແປງຂົວ 20,000,000 ກີບ ແລະ ປະກອບສ່ວນຊ່ວຍເຫຼືອນໍ້າຖ້ວມຢູ່ 4 ເມືອງເໜືອຂອງແຂວງໄຊຍະບູລີ 6,000,000 ກີບ.
ຂ່າວ: ແກ່ນທ້າວ.