ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການ​ບໍ​ລິ​ໂພກ​ໃນ​ຕະຫຼາດ​ກາງ​ຄືນ​ຂອງ​ຈີນ​​ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫລາຍ

Jun 26, 2025

ເມື່ອ​ຕາ​ເວັນ​ຄ້ອຍ​ຄ່ຳລົງ​ແລງ, ມີ​ເສດ​ຖະ​ກິດ​ຢ່າງ​ໜຶ່ງ​​ມີ​ຄວາມຄຶກ​ຄື້ນ​ຂຶ້ນ. ຢູ່​ເມືອງ​ເຈິ້ງ​ຕິ້ງ​ແຂວງ​ເຫີ​ເປີຍ​ຂອງ​ຈີນ, ເດີ່ນ​ຈອດ​ລົດ​ທຳ​ມະ​ດາ​ໃນ​ຕອນ​ກາງ​ເວັນ ໄດ້​ກາຍມາ​ເປັນ​ຕະຫຼາດ​ກາງ​ຄືນ​​ມີ 60 ກວ່າ​ຮ້ານ​ທີ່​ມີ​ຄວາມອຶກ​ກະ​ທຶກ​ຄຶກ​ຄື້ນ: ມີ​ຮ້ານ​ປີ້ງ​ຊີ້ນ, ມີ​ຮ້ານ​ຂາຍ​ໝີ່ ແລະ ອື່ນໆ. ລູກ​ຄ້າ​ຍ່າງ​ໄປໆ​ມາໆ ແລະ ມີ​ສຽງ​ເວົ້າ​ສຽງ​ຫົວທີ່​ມ່ວນ​ຊື່ນ​ດັງ​ຂຶ້ນ​ບໍ່​ຂາດ. ມີ​ຊາວ​ເນັດຫຼາຍ​ຄົນ​ໄດ້​ໃຊ້​ຄຳ​ສັບ “ອັດ​ສະ​ຈັນ” ມາ​ພັນ​ລະ​ນາ​ກ່ຽວ​ກັບ​ຕະຫຼາດ​ກາງ​ຄືນ​ແຫ່ງ​ນີ້! ຕະຫຼາດ​ແຫ່ງ​ນີ້ ພວມ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕອນ​ກາງ​ຄືນ​ທີ່ມີ​ຄວາມ​ອຶກ​ກະ​ທຶກ​ຂອງ​ຈີນ.
ໃນ​ຊຸມ​ປີ​ຜ່ານ​ມາ, “ເສດ​ຖະ​ກິດ​ຕອນ​ກາງ​ຄືນ” ​ໄດ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຢ່າງ​ຄຶກຄື້ນ ເຊິ່ງ​ໄດ້​ກາຍ​ເປັນ​ຫົວ​ຈັກ ທີ່​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ ແລະ ໄດ້​ເຮັດ​ໃຫ້​ຕົວ​ເມືອງ​ຕ່າງໆ​ມີ​ຊີ​ວິດ​ຊີ​ວາ​ຂຶ້ນ. ອີງ​ຕາມ “ບົດ​ລາຍ​ງານ​ສຳຫຼວດ​ຄວາມ​ຊິນ​ເຄີຍ​ດ້ານ​ການ​ບໍ​ລິ​ໂພກ​ຂອງ​ຊາວ​ເມືອງ​ຈີນ” ທີ່​ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ປີ 2024 ໃຫ້​ຮູ້​ວ່າ, ການ​ບໍ​ລິ​ໂພກ​ໃນ​ຕົວ​ເມືອງ​ຕ່າງໆ​ຂອງ​ຈີນ​ມີ 60% ໄດ້​ເກີດ​ຂຶ້ນ​ຢູ່​ຕອນ​ກາງ​ຄືນ, ມູນ​ຄ່າ​ການ​ບໍ​ລິ​ໂພກ​​ໃນລະ​ຫວ່າງເວ​ລາ 18 ໂມງ​ຫາ 22 ໂມງ​​ທຸກ​ມື້ຂອງ​ສູນ​ການ​ຄ້າ​ຂະ​ໜາດ​ໃຫຍ່​ຂອງ​ຈີນ ​ກວມຫຼາຍກວ່າ​ເຄິ່ງ​ໜຶ່ງ​ຂອງຍອດ​ມູນ​ຄ່າ​ການ​ບໍ​ລິ​ໂພກຂອງວັນ​ນັ້ນ; ການ​ປະ​ກອບ​ສ່ວນ​ຂອງ​ການ​ບໍ​ລິ​ໂພກ​ໃນ​ຕອນ​ກາງ​ຄືນ​ໄດ້​ສູງກວ່າການ​ບໍ​ລິ​ໂພກ​ໃນ​ຕອນ​ກາງ​ເວັນ 3 ເທົ່າ​​ ສຳ​ລັບ​ການ​ບໍ​ລິ​ໂພກດ້ານ​ການ​ທ່ອງ​ທ່ຽວ.
ເມື່ອ​ສັງ​ເກດ​ຈາກ​ຂະ​ໜາດ​ຕະຫຼາດ​ແລ້ວ​ເຫັນ​ວ່າ: ຂະ​ໜາດ​ຕະຫຼາດ​ເສດ​ຖະ​ກິດ​ຕອນ​ກາງ​ຄືນ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຈາກ 22.540 ຕື້ຢວນໃນປີ 2018 ມາເປັນ 50.250 ຕື້ຢວນ​ໃນ​ປີ 2024, ໄດ້​ເພີ່ມ​ຂຶ້ນ 21,7% ຕໍ່​ປີ. ຕົວ​ເລກ​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ເວ​ລາ​ການ​ບໍ​ລິ​ໂພກ​ໄດ້​ແກ່​ຍາວ​ອອກ, ສ​ະ​ຖານ​ທີ່​ກາ​ນ​ບໍ​ລິ​ໂພກ​ໄດ້​ຂະ​ຫຍາຍກວ້າງ​ອອກ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄດ້​ມີ​ໂອ​ກາດ​ໃໝ່.
ປັດ​ຈຸ​ບັນ, ​ເສດ​ຖະ​ກິດ​ຕອນ​ກາງ​ຄືນ​ຂອງ​ຈີນ​​ບໍ່ມີ​ພຽງ​ແຕ່​ຂະ​ແໜງ​​ອາ​ຫານ​ການ​ກິນ ແລະ ການ​ຊື້​ເຄື່ອງເທົ່າ​ນັ້ນ​, ຍັງ​ໄດ້​ກວມ​ເອົຂະ​ແໜງ​​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ແລະ ວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຊີ​ອີກ​ດ້ວຍ. ຢູ່​ຕະຫຼາດ​ກາງ​ຄືນ​ລາ​ຊະ​ວົງ​ຖັງ​ຂອງ​ນະ​ຄອນ​ຊີ​ອານ​ຂອງ​ຈີນ, ການ​ສະ​ແດງ​ແບບ​ລາ​ຊະ​ວົງ​ຖັງ​ໄດ້​ປະ​ສານ​ສົມ​ທົບ​ກັບ​ໄຟ​ແສງ​ສີທີ່​ທັນ​ສະ​ໄໝ, ​ສາ​ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວໄດ້ຫຼາຍກວ່າ 3 ແສນ​ເທື່ອ​ຄົນຕໍ່​ວັນ, ໂຄງ​ການ​ທ່ອງ​ທ່ຽວ​ຕອນ​ກາງ​ຄືນ​ແບບ​ນີ້​ໄດ້​ເຮັດ​ໃຫ້​ມູນ​ຄ່າ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ຕ່າງໆ​​ເພີ່ມ​ຂຶ້ນ 40%; ຢູ່​ຕາມ​ເສັ້ນ​ທາງ​ໃນ​ໃຈ​ກາງ​ນະ​ຄອນຫຼວງ​ປັກ​ກິ່ງ, ຜູ້​​ຂີ່​ລົດ​ຖີບ​ຕ່າງໆ​​ສາ​ມາດ​ສຳ​ຜັດ​ກັບຮອງ​ຮອຍ​ປະ​ຫວັດ​ສາດ​ໃນ​ຕອນ​ກາງ​ຄືນ; ລະ​ຄອນ​ຈີນ ແລະ ຕ່າງ​ປະ​ເທດ​ທີ່​ມີ​ຊື່​ສຽງ​ໄດ້​ຜັດ​ປ່ຽນ​ກັນ​ສະ​ແດງຢູ່​ໃນ​ໂຮງ​ລະ​ຄອນ​ນະ​ຄອນ​ເສິງ​ຕູ. ທັງ​ໝົດ​ນີ້​ເຮັດ​ໃຫ້​ເສດ​ຖະ​ກິດ​ຕອນ​ກາງ​ຄືນ​ຂອງ​ຈີນ​ເຕັມ​ໄປ​ດ້ວຍ​ສີ​ສັນ​ແຫ່ງ​ວັດ​ທະ​ນະ​ທຳ ແລະ ວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຊີ.
ເສດ​ຖະ​ກິດ​ຕອນ​ກາງ​ຄືນ​ໄດ້ຮັບ​ການ​ພັດ​ທະ​ນາ​ຢ່າງ​ຄຶກ​ຄື້ນ ຍັງ​ໄດ້​ເຮັດ​ໃຫ້​ເກີດ​ມີ​ການ​ປະ​ກອບ​ອາ​ຊີບ​ໃໝ່ ແລະ ຮູບ​ແບບ​ທຸ​ລະ​ກິດ​ໃໝ່. 600 ກວ່າຮ້ານໃນ​ຕະຫຼາດ​ກາງ​ຄືນ​ເມືອງ​ຈິ້ງ​ຕິ້ງ​ໄດ້​ເຮັດ​ໃຫ້ 2.000 ກວ່າ​ຄົນ​ມີ​ວຽກ​ເຮັດ​ງານ​ທຳ. ຊາວ​ໜຸ່ມ​ໄດ້​ເລີ່ມ​ຕົ້ນ​ເປັນ “​ຜູ້​ປະ​ກອບ​ການໃນ​ຕະຫຼາດ​ກາງ​ຄືນ” ໃນ​ແອັບ​ວິ​ດີ​ໂອ​ສັ້ນ ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ສິນ​ຄ້າ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ໃນ​ຕະຫຼາດ​ກາງ​ຄືນ​ໄປ​ສູ່​ທົ່ວ​ໂລກ ດ້ວຍ​ວິ​ທີ​ການ​ໄລ​ສົດ, ການ​ໃຫ້​ຄະ​ແນນ​ຕໍ່​ອາ​ຫານ​ການ​ກິນ ແລະ​ອື່ນໆ ເຊິ່ງ​ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ກາງ​ຄືນ​ມີ​ຜົນ​ຕອບ​ຮັບ​ນັບ​ມື້​ນັບ​ຂະ​ຫຍາຍກວ້າງ​ອອກ.
ສິ່ງ​ທີ່​ສຳ​ຄັນ​ກວ່າ​ນັ້ນ​ກໍ​ຄື: ເສ​ດ​ຖະ​ກິດ​ກາງ​ຄືນ​ພວມ​ໄດ້​ກາຍ​ເປັນ​ສິ່ງ​ສຳ​ຄັນ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳ​ລັງ​ດຶງ​ດູດ​ຂອງ​ຕົວ​ເມືອງ. ​ຢູ່​ນະ​ຄອນ​ຊຽງ​ໄຮ້, ໄຟ​ແສງ​ສີ​ທີ່​ຮຸ່ງ​ເຮືອງ​ຢູ່​ເຂດ​​ວາຍ​ທານ ​ກັບ ຕຶກ​ອາ​ຄານ​ທີ່​ທັນ​ສະ​ໄໝ​ຢູ່​ຄຸ້ມ​ລູ​ເຈຍ​ຈຸຍ​ສ່ອງ​ແສງ​ສະ​ທ້ອນ​ກັນ, ການ​ຂີ່​ເຮືອ​ທ່ຽວ​ໜອງ​ຊີ​ຫູ​ໃນ​ຕອນ​ກາງ​ຄືນ​​ຢູ່​ນະ​ຄອນ​ຫາງ​ໂຈ່ວ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງວັດ​ທະ​ນະ​ທຳ​ທີ່​ມີ​ສະ​ເໜ່​ໃນ​ລາ​ຊະ​ວົງ​ຊົ້ງ​ຂອງ​ຈີນ. ພາບ​ວິວ​ທິວ​ທັດ​ແບບ​ນີ້​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມີ​ສະ​ເໜ່​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຕ່າງໆ​ຂອງ​ຕົວ​ເມືອງ​ຂອງ​ຈີນ​ເທົ່າ​ນັ້ນ, ຫາກ​ຍັງ​ສາ​ມາດ​ດຶງ​ດູດ​ຜູ້​ທີ່ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ທຶນ ແລະ ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​ມາ​ທ່ອງ​ທ່ຽວ, ເຮັດ​ວຽກ ຫຼື ລົງ​ທຶນ​ຢູ່​ຕົວ​ເມືອງ​ເຫຼົ່າ​ນີ້.
​ຢູ່​ຈີນ, ຍັງ​ມີຫຼາຍ​ຕົວ​ເມືອງ​ມີ​ຕະຫຼາດ​ກາງ​ຄືນ​ທີ່​ຄຶກ​ຄື້ນ​ປານຕະຫຼາດ​ກາງ​ຄືນ​ຂອງ​ເມືອງ​ເຈິ້ງ​ຕິ້ງ​. ຈາກ​ອາ​ຫານ​ທີ່​ແຊບ​ນົວ​ເຖິງ​ວັດ​ທະ​ນະ​ທຳ​ທີ່​ມີຫຼາກຫຼາຍ​ສີ​ສັນ, ຈາກ​ການ​ປະ​ກອບ​ອາ​ຊີບ​ເຖິງ​ການ​ປະ​ດິດ​ສ້າງ​ໃໝ່, ເສດ​ຖະ​ກິດ​ຕອນ​ກາງ​ຄືນ​ທີ່​ໄດ້​ເຕີບ​ໂຕ​ຢ່າງ​ຄຶກ​ຄື້ນ ພວມ​ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈີນ​ດ້ວຍ​ຄຸນ​ນະ​ພາບ​ສູງ ແລະ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ຂອງ​ປະ​ຊາ​ຊົນ​ຈີນ.