ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີເປີດງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ 2025

Jun 26, 2025

ພິທີເປີດງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ 2025 ຫລື Mekong Tourism Forum 2025 ພາຍໃຕ້ຫົວຂໍ້ “ເດີນທາງຮ່ວມກັນ ເຂັ້ມແຂງຂຶ້ນພ້ອມກັນ” ແລະ ແນະນໍາແຜນຍຸດທະສາດດ້ານການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງປີ 2026-2030 ຈັດຂຶ້ນຢ່າງເປັນທາງການໃນວັນທີ 26 ມິຖຸນາ 2025 ທີ່ແຂວງຫລວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ມີທ່ານ Mr. Asadullah Sumbal ຫົວໜ້າຫ້ອງການພາກພື້ນ, ທະນາຄານພັດທະນາອາຊີ ທ່ານ ນາງ ສຸວິມົນ ທະນະສະລາກິດ, ຫົວໜ້າຫ້ອງການປະສານງານດ້ານການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ແລະ ຜູ້ແທນຈາກ 6 ປະເທດ ອະນຸພາກພື້ນລຸ່ມແມ່ນໍ້າຂອງ.
ງານມະຫະກໍາທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ແລະກອງປະຊຸມປິນອ້ອມ ໄດ້ຈັດຂຶ້ນທຸກໆປີ ໂດຍປະເທດສະມາຊິກອະນຸພາກພື້ນແມ່ນໍ້າຜັດປ່ຽນກັນເປັນເຈົ້າພາບ, ສໍາລັບປີນີ້ລາວ ໄດ້ຮັບກຽດເປັນເຈົ້າພາບບັນດາກອງປະຊຸມ ແລະ ງານວາງສະແດງທ່ອງທ່ຽວ ໂດຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືໃນການວາງແຜນ ແລະ ພັດທະນາການທ່ອງທ່ຽວ, ເນັ້ນໜັກເຖິງຄວາມຮັບຜິດຊອບລວມຂອງບັນດາພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດຍຸດທະສາດການທ່ອງທ່ຽວປະເທດອະນຸພາກພື້ນແມ່ນໍ້າຂອງ 2030 ໃຫ້ເປັນແຜນງານທີ່ແບບຍືນຍົງ, ປຶກສາຫາລື ແລະ ແລກປ່ຽນບົດຮຽນດ້ານການພັດທະນາ ແລະ ການສົ່ງເສີມການທ່ອງທ່ຽວຮ່ວມກັນເພື່ອພ້ອມກັນກ້າວໄປສູ່ຈຸດໝາຍປາຍ ທາງການທ່ອງທ່ຽວທີ່ເຂັ້ມແຂງໃນອະນຸພາກພື້ນໃນອານາຄົດ.
ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທໍາ, ແລະ ການທ່ອງທ່ຽວ ມີຄໍາເຫັນວ່າ: ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງເປັນຂົງເຂດໜຶ່ງທີ່ມີທ່າແຮງອັນໃຫຍ່ຫຼວງ ແລະ ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນການທ່ອງທ່ຽວ, ມີສິ່ງມະຫັດສະຈັນ, ມໍລະດົກໂລກ ແລະ ສິ່ງດຶງດູດທາງດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດທີ່ຫຼາກຫຼາຍ ຊຶ່ງສາມາດພັດທະນາໃຫ້ເປັນຜະລິດຕະພັນການທ່ອງທ່ຽວທີ່ຫຼາກຫຼາຍ, ນອກຈາກນັ້ນຍັງມີສະຖຽນລະພາບທາງດ້ານການເມືອງທີ່ໝັ້ນຄົງ ແລະເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານໂຄງລ່າງພື້ນຖານການທ່ອງທ່ຽວ ໄດ້ກາຍເປັນຂະແໜງບູລິມະສິດຂອງຫຼາຍປະເທດ. ຍ້ອນແນວນັ້ນ ຈຶ່ງເຮັດໃຫ້ຂົງເຂດປະເທດອະນຸພາກພື້ນແມ່ນໍ້າຂອງກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວຂອງນັກທ່ອງທ່ຽວທົ່ວໂລກ. ສໍາລັບປີ 2024 ມີນັກທ່ອງທ່ຽວພາຍໃນປະເທດອະນຸພາກພື້ນ ບັນລຸເຖິງ 9.5 ລ້ານ ເທື່ອຄົນ ສ້າງລາຍຮັບໄດ້ປະມານ 158 ຕື້ໂດລາສະຫະລັດ ແລະ ມີການຈ້າງງານບັນລຸ 20 ລ້ານຄົນ. ຄາດວ່າຈະສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ສ້າງລາຍຮັບ ບັນລຸເຖິງ 200 ຕື້ໂດລາ ໃນປີ 2030. ສະເພາະ ສປປ ລາວ ໃນປີ 2024 ມີນັກທ່ອງທ່ຽວສາກົນບັນລຸເຖິງ 4 ລ້ານກວ່າເທື່ອຄົນສາມາດສ້າງລາຍຮັບໄດ້ 1,420 ລ້ານກວ່າໂດລາສະຫະລັດ ແລະ ນັກທ່ອງທ່ຽວພາຍບັນຸລ 3,9 ລ້ານ ເທື່ອຄົນ ແລະ ສາມາດສ້າງລາຍຮັບຫຼາຍກວ່າ 633 ລ້ານໂດລາສະຫະລັດ.
ໃນງານມະຫາກໍາການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ 2025 ຄັ້ງນີ້, ໄດ້ກໍານົດລາຍການ ແລະ ກິດຈະກຳທີ່ສໍາຄັນຕ່າງໆ ເພື່ອໃຫ້ຄະນະຜູ້ແທນໄດ້ຮູ້ຈັກ, ແລກປ່ຽນຄວາມຄິດເຫັນ ແລະ ແບ່ງປັນປະສົບການຕົວຈິງ ໃນການພັດທະນາ ແລະ ສົ່ງເສີມອຸດສາຫະກໍາການທ່ອງທ່ຽວ ລວມທັງກອງປະ ຊຸມປຶກສາຫາລືຂອບການຮ່ວມມືປະເທດອະນຸພາກພື້ນແມ່ນໍ້າຂອງຄັ້ງທີ່ 55, ແນະນໍາແຜນຍຸດທະສາດການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງຮອດປີ 2030, ກອງປະຊຸມປຶກສາຫາຫລືສະມາຄົມທຸລະກິດການທ່ອງທ່ຽວຂອງອະນຸພາກພື້ນແມ່ນໍ້າຂອງ ແລະ ກອງປະຊຸມຍ່ອຍອື່ນໆ ໂດຍລົງເລິກໃນແຕ່ລະຫົວຂໍ້ເຊັ່ນ: ອາຫານເພື່ອການທ່ອງທ່ຽວ, ການທ່ອງທ່ຽວກະສິກໍາ, ການທ່ອງທ່ຽວແບບອະນຸລັກ ແລະ ການທ່ອງທ່ຽວທາງມໍລະດົກ ແລະ ວັດທະນະທໍາ ນອກຈາກນີ້ຄະນະຜູ້ແທນກອງປະຊຸມ, ນັກຂ່າວ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ຍັງໄດ້ໄປທັດສະນະສຶກສາຢູ່ສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນຂອງແຂວງ ຫຼວງພະບາງຕື່ມອີກ.
ພາບ: ທະນູທອງ
May be an image of text