ພິທີຈັດຂຶ້ນໃນວັນທີ 26 ມິຖຸນາ 2025 ຢູ່ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ທ່ານ ພົທ ຄຳກິ່ງຜຸຍຫຼ້າ ມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ໃນປີຜ່ານມາ ໄດ້ເອົາໃຈໃສ່ເຮັດວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມ ເຜີຍແຜ່ກົດໝາຍ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ, ໄດ້ອອກໃບຢັ້ງຢືນຮັບຮອງບໍລິສັດເຂົ້າຮ່ວມໂຄງການປູກພືດທົດແທນການປູກຝິ່ນ ຢູ່ແຂວງພາກເໜືອ ມີປະຊາຊົນໄດ້ຮັບຜົນປະໂຫຍດ 58.185 ຄອບຄົ.
ຕໍ່ກັບເປົ້າໝາຍຜູ້ເສບຢາເສບຕິດ (ຜູ້ຖືກເຄາະຮ້າຍ) ໄດ້ນໍາເຂົ້າສູນບໍາບັດ-ປິ່ນປົວ, ຟື້ນຟູສຸຂະພາບ ທີ່ມີໃນທົ່ວປະເທດ 14 ສູນ; ໃນປີ 2024 ມີທັງໝົດ 8.476 ຄົນ,ຍິງ 392 ຄົນ (ໃນນັ້ນປິ່ນປົວດີແລ້ວ ກັບຄືນສູ້ຄອບຄົວ ມີ 5.427 ຄົນ, ຍິງ 276 ຄົນ, ສືບຕໍ່ປິ່ນປົວ 3.049 ຄົນ, ຍິງ 96 ຄົນ); ສາມາດສ້າງບ້ານປອດຢາເສບຕິດ ໄດ້ 3.222 ບ້ານ; ສ້າງບ້ານປອດຄະດີ ໄດ້ 2.899ບ້ານ; ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບ ຕິດ ໄດ້ 5.917 ແຫ່ງ; ສ້າງສຳນັກງານອົງການ, ກໍາລັງປະກອບອາວຸດ ປອດຢາເສບຕິດ ມີຈໍານວນເພີ່ມຂຶ້ນໃນແຕ່ລະໄລຍະ.
ຄຽງຄູ່ກັນນັ້ນໄດ້ປະຕິບັດມາດຕະການທາງດ້ານກົດໝາຍ ສາມາດແກ້ໄຂ-ມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 4.158 ເລື່ອງ, ຈັບຜູ້ຖືກຫາໄດ້ 6.297 ຄົນ, ຍິງ 608 ຄົນ. ສາມາດຍຶດຢາເສບຕິດ, ພາຫະນະ ແລະ ຊັບສິນອື່ນໆເປັນຈຳນວນຫຼວງຫຼາຍ.
ສ່ວນຢາເສບຕິດທີ່ນຳມາຈູດທໍາລາຍໃນຄັ້ງນີ້ ແມ່ນຢາເສບຕິດ ຈາກຄະດີທີ່ສານໄດ້ຕັດສິນເດັດຂາດແລ້ວ; ເຊິ່ງປະກອບມີ ເຮໂລອິນ, ຢາໄອສ໌, ຢາບ້າ ແລະ ຢາເສບຕິດອື່ນໆ.
ພາບ: ຄຳໂຖ ໜັງສືພິມຄວາມສະຫງົບ







