ວັນທີ 25 ມີຖຸນາ 2025 ນີ້, ສະຫາຍ ພົນໂທ ຊູຈືຢົງ ຫົວໜ້າການທະຫານກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢູນນານ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາສຳຫຼວດຜົນສຳເລັດໂຄງການກໍ່ສ້າງຕຶກອາຄານຂອງກອງບັນຊາການທະຫານແຂວງບໍ່ແກ້ວ ທີ່ໄດ້ຮັບການຊ່ວຍຈາກກອງບັນຊາການຕຳຫຼວດລາດຕະເວນທາງນ້ຳ ແຂວງຢູນນານ ສປ ຈີນ, ຄິດເປັນມູນຄ່າມະຫາສານ, ເປັນກຽດຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພັນເອກ ບຸນຈັນ ສີທະບູນ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີ ຄະນະພັກ-ຄະນະບັນຊາ ກອງບັນຊາການ ຕະຫຼອດຮອດ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຈາກນັ້ນຄະນະທັງ 2 ຝ່າຍ ແມ່ນໄດ້ເດີນຊົມຜົນສຳເລັດຂອງ ໂຄງການດັ່ງກ່າວຄື: ສະໂມສອນ, ເຮືອນນອນໂສດ, ເຮືອນນອນກອງຮ້ອຍ 14 ແລະ ກວດເສັ້ນທາງສຳນັກງານ. ນອກຈາກນັ້ນ ຍັງໄດ້ໄປສຳຫຼວດຕຶກອາຄານ ທີ່ຍັງກໍ່ສ້າງບໍ່ທັນສຳເລັດອີກດ້ວຍ.
ໂດຍ: ວໍລະສິດ ພິດສະຫາຍ.
ກວດແກ້: ສົມປະເສີດ ສຸວັນນະຄໍາ







