ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດການຈັດຕັ້ງ ສານປະຊາຊົນສູງສຸດ

Jun 26, 2025

ພິທີປະກາດການຈັດຕັ້ງ ສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໃຫ້ກຽດມອບ ລັດຖະດຳລັດ ປະທານປະເທດ ແຫ່ງ ສປປ ລາວ ໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ທ່ານ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງ – ພະນັກງານ ສານປະຊາຊົນສູງສຸດ ໄດ້ຜ່ານ ລັດຖະດຳລັດ ຂອງປະທານປະເທດ ແຫ່ງ ສປປ ລາວ ໂດຍອີງຕາມ ລັດຖະທຳມະນູນ ແຫ່ງ ສປປ ລາວ (ສະບັບປັບປຸງ) ໝວດທີ VI ມາດຕາ 68 ຂໍ້ 5, ອີງຕາມກົດໝາຍວ່າດ້ວຍສານປະຊາຊົນສູງສຸດ ສະບັບເລກທີ 22/ສພຊ, ລົງວັນທີ 10 ພຶດສະພາ 2017, ອີງຕາມ ໜັງສືສະເໜີຂອງ ປະທານສານປະຊາຊົນສູງສຸດ ສະບັບເລກທີ 555/ສປສສ, ລົງວັນທີ 16 ມິຖຸນາ 2025.
ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ມາດຕາ 1 ຍົກຍ້າຍ ທ່ານ ຄຳພັນ ບຸນພາຄົມ ກຳມະການປະຈຳພັກ ຮອງປະທານສານປະຊາຊົນສູງສຸດ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງຍຸຕິທຳ.
ໃນພິທີທີ່ມີຄວາມສຳຄັນນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ໂອ້ລົມຕໍ່ພິທີວ່າ:ຜ່ານຂະບວນວິວັດແຫ່ງການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ໂດຍສະເພາະແມ່ນກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍຜູ້ພິພາກສາ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ໃນຜ່ານມາແມ່ນເພື່ອແນໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອພ້ອມກັນປະຕິບັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ ຈຶ່ງໄດ້ມີການຍົກຍ້າຍບ່ອນປະຈຳການຂັ້ນການນຳຂອງສານປະຊາຊົນສູງສຸດ ໄປຮັບໜ້າທີ່ໃໝ່ຢູ່ຂະແໜງການອື່ນ ເພື່ອສືບຕໍ່ປະຕິບັດ ບັນດາໜ້າທີ່ການເມືອງອັນສຳຄັນ ທີ່ພັກ-ລັດມອບໝາຍໃຫ້; ສະນັ້ນ, ການຍົກຍ້າຍບ່ອນປະຈໍາການ ພະນັກງານນໍາພາ – ຄຸ້ມຄອງທຸກລະດັບ ແມ່ນຖືເປັນຫຼັກການນຳພາຂອງພັກ “ຮັບປະກັນຫຼັກການ, ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ຕໍ່ພະນັກງານທຸກລະດັບ”, ທັງແມ່ນວຽກປົກກະຕິ, ເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ເຮັດໃຫ້ການສັບຊ້ອນຈັດວາງກຳລັງແຮງຫັນເຂົ້າສູ່ວິຊາຊີບ, ຕາມຂະແໜງການ, ຕາມຄວາມຮູ້, ຄວາມສາມາດ, ຖືກກັບໜ້າວຽກ, ຖືກກັບວິຊາສະເພາະຕາມທິດ (ມືອາຊີບ) ຮັບປະກັນທາງດ້ານຄຸນທາດ ທາງດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້, ຄວາມສາມາດໃນການນໍາພາຄຸ້ມຄອງ ໃຫ້ສົມຄູ່ກັບຕໍາແໜ່ງທີ່ຖືກມອບໝາຍ.
ທີ່ມາ: ສປສສ