ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຜີຍແຜ່-ແນະນໍາ ການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ ໃຫ້ເຈົ້າໜ້າທີ່ 2 ດ່ານຢູ່ເມືອງເງິນ

Jun 26, 2025

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງເງິນ ແຂວງໄຊຍະບູລີ ເຜີຍແຜ່ ແລະ ຝຶກອົບຮົມການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ ໃຫ້ເຈົ້າໜ້າທີ່ ດ່ານພາສີສາກົນນໍ້າເງິນ ແລະ ເຈົ້າໜ້າທີ່ ດ່ານພາສີສາກົນປາງມອນ ໃນວັນທີ 26 ມິຖຸນາ 2025 ທີ່ດ່ານສາກົນນໍ້າເງິນ ໂດຍການເປັນປະທານຂອງທ່ານ ຕຸ້ຍ ຄຳວັນດີ ຫົວໜ້າພາສີດ່ານສາກົນນໍ້າເງິນ, ມີທ່ານ ໄອ່ຄໍາ ບຸນນະມີ ຫົວໜ້າພາສີດ່ານສາກົນປາງມອນ ພ້ອມດ້ວຍທີມງານພັດທະນາບຸກຄະລາກອນ ແລະ ເຈົ້າໜ້າທີ່ພາສີທັງສອງດ່ານ ເຂົ້າຮ່ວມ.
ທ່ານ ຕຸ້ຍ ຄຳວັນດີ ໄດ້ກ່າວວ່າ: ການເປີດນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ (CWMS) ໃນຄັ້ງນີ້ ໄດ້ເຜີຍແຜ່-ແນະນຳໃຫ້ເຈົ້າໜ້າທີ່ ດ່ານພາສີສາກົນນໍ້າເງິນ ແລະ ພາກສ່ວນທຸລະກິດ ໃນການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ ໂດຍອີງຕາມການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາປີ 2025, ການຍົກລະດັບ ແລະ ພັດທະນາບຸກຄະລາກອນ ໃນການຄຸ້ມຄອງວຽກງານຫັນເປັນທັນສະໄໝ, ໂດຍສອດຄ່ອງກັບລະບຽບການ ແລະ ນໍາໃຊ້ລະບົບດັ່ງກ່າວໄດ້ຢ່າງມີປະສິດທິພາບ, ຄ່ອງຕົວ, ເປັນເອກະພາບກັນໃນການຈັດຕັ້ງປະຕິບັດນໍາໃຊ້ລະບົບຕ່າງໆ ຂອງຂະແໜງພາສີ ໃຫ້ແກ່ບັນດາດ່ານໃນ ຂອບເຂດທົ່ວປະເທດ. ລະບົບຄຸ້ມຄອງສາງພາສີທັນສະໄໝ ເປັນລະບົບເອເລັກໂຕຣນິກ Web-Based Application ແບບລວມສູນ, ສາມາດເຂົ້ານໍາໃຊ້ໄດ້ທຸກແພລັດຟອມ (Desktop, Mobile, Table…), ມີລະບົບຕິດຕາມແບບເວລາຕົວຈິງ (Real-Time) ເຊື່ອມຕໍ່ກັບລະບົບຄຸ້ມຄອງການຂົນສົ່ງຂ້າມແດນເອເລັກໂຕຣນິກ (CBTM) ຂອງ LITFA ເພື່ອຮັບຂໍ້ມູນການຂົນສົ່ງ ການແຈ້ງພາສີກ່ອນລ່ວງໜ້າ ຂໍ້ມູນລາຍລະອຽດສິນຄ້າ ແລະ ສາມາດພັດທະນາເຊື່ອມຕໍ່ກັບລະບົບອື່ນຜ່ານ API ຮັບ-ສົ່ງ ຂໍ້ມູນທີ່ກ່ຽວພັນກັບຂະແໜງການທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິພາບ.
ຈຸດປະສົງຂອງການເຜີຍແຜ່ຄັ້ງນີ້ ກໍເພື່ອເຮັດໃຫ້ເຈົ້າໜ້າທີ່ພາສີ ຮັບຮູ້, ເຂົ້າໃຈກ່ຽວກັບລະບົບ, ການນໍາໃຊ້, ຂັ້ນຕອນຕ່າງໆ, ການຄຸ້ມຄອງ, ນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ, ການແຈ້ງຂໍ້ມູນນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ, ຂັ້ນຕອນການຊໍາລະຄ່າທໍານຽມບໍລິການຕ່າງໆ ແລະ ຮັບຟັງການເຜີຍແຜ່ເອກະສານ ທີ່ຕິດພັນກັບການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ ເຊັ່ນ: ຂໍ້ຕົກລົງ ສະບັບເລກທີ 0771/ກງ, ຂໍ້ຕົກລົງ ສະບັບເລກທີ 1197/ກງ, ແຈ້ງການແນະນໍາ ສະບັບເລກທີ 3869/ກພສ ແລະ ຄໍາແນະນໍາ ສະບັບເລກທີ 3856/ກພສ.