ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານສີຈິ້ນຜິງເນັ້ນໜັກວ່າ: “ການອະນຸລັກດິນປູກຝັງຕ້ອງປະຕິບັດຄືກັບການ ອະນຸລັກວັດຖຸບູຮານ.”

Jun 26, 2025

ວັນ​ທີ 25 ມິ​ຖຸ​ນາ 2025 ເປັນ​ວັນ​ທີ່​ດິນ​ແຫ່ງ​ຊາດ​ຈີນ​ ຄົບ​ຮອບ 35 ປີ, ໃນ​ໄລ​ຍະ​ປະ​ຕິ​ບັດແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14, ຄຳ​ຂວັນ​ຂ​ອງວັນ​ທີ່​ດິນ​ແຫ່ງ​ຊາດ​ຈີນ​ແມ່ນ “ການ​ນຳ​ໃຊ້​ທີ່​ດິນ​​ແບບປະ​ຢັດ ​ແລະ ມີ​ປະ​ສິດ​ທິ​ພາບ​ສູງ, ຮັກສາ​ເສັ້ນຕ້ອງ​ຫ້າມ​ດ້ານດິນປູກຝັງ​​ຢ່າງ​ເຂັ້ມ​ງວດ ”
ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ເປັນ​ສິ່ງ​ສຳ​ຄັນ​ຂອງ​ຊາດ, ທ່ານ ​ສີ​ຈິ້ນ​ຜິງ​ປະ​ທານ​ປະ​ເທດ​ຈີນໄດ້​ຖື​ເອົາ​ດິນ​ປູ​ກ​ຝັງ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ເພິ່ນ​ເນັ້ນ​ໜັກ​ວ່າ: “ການ​ອະ​ນຸ​ລັກ​ດິນ​ປູກ​ຝັງ​ຕ້ອງ​ປະ​ຕິ​ບັດ​​ຄື​ກັບການ​ອະ​ນຸ​ລັກ​ວັດ​ຖຸ​ບູ​ຮານ ແລະ ​ຕ້ອງ​ປະ​ຕິ​ບັດ​ຄື​ກັບອະ​ນຸ​ລັກ​ໝີ​ແພນ​ດາ.”
ເຖິງວ່າ ຈີນ​ມີ​ດິນ​ແດນ​ອັນ​ກວ້າງ​ໃຫຍ່​ໄພ​ສານ​ກໍ​ຕາມ, ແຕ່​ວ່າ​ເນື້ອ​ທີ່​ດິນ ແລະ ເນື້ອ​ທີ່​ດິນ​ປູກ​ຝັງ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ແມ່ນ​ມີ​ໜ້ອຍ​ທີ່​ສຸດ. ສະ​ນັ້ນ ຈຶ່ງ​ຕ້ອງອາ​ໄສ​ເນື້ອ​ທີ່​ດິນ​ປູກ​ຝັງ​ກວມພຽງ 9% ຂອງ​ໂລກ ​ເພື່ອລ້ຽງ​ຊີບ​ປະ​ຊາ​ກອນກວມ​ເກືອບ 20% ຂອງ​ໂລກ.
ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ຄ​ອມ​ມູ​ນິດ​ຈີນ​ເມື່ອ​ປີ 2012 ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເພີ່ມ​ການໃຫ້​ຄວາມ​ສຳ​ຄັນ​​ຫຼາຍ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ​ຕໍ່​ດິນ​ປູກ​ຝັງ.
ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ ກອງ​ປະ​ຊຸມ​ສະ​ພາ​ເປິກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນປະ​ຈຳ​ປີ2022, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເນັ້ນ​ໜັກ​ວ່າ: “ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ບຸກຄົນ​ໃດໆ​ດຳ​ເນີນ​ການ​ປັບ​ປ່ຽນ​ສວຍ​ໂອ​ກາດ, ​ມີ​ເລ່​ລ່ຽມ ​ແບບ ‘ຫຼານ​ຂາຍ​ນາ​ປູ່​ໂດຍ​ບໍ່​ເສຍ​ດາຍ​ຫຍັງ​ເລີຍ’ ໃນ​ການ​ປົກ​ປັກ​ຮັກ​ສາ​ດິນ​ປູກ​ຝັງ”.
ອີງ​ຕາມ​ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ມີ​ປະ​ຊາ​ກອນ​ຈຳ​ນວນ 1,4 ຕື້ກວ່າ​ຄົນ, ແຕ່​ລະ​ມື້​ຕ້ອງ​ບໍ​ລິ​ໂພກ​ສະ​ບຽງ​ອາ​ຫານ 700.000 ໂຕນ, ນ້ຳ​ມັນ​ປຸງ​ແຕ່​ອາ​ຫານ 98.000 ໂຕນ, ພືດ​ຜັກ 1.920.000 ໂຕນ, ຊີ້ນ 230.000 ໂຕນ. ຖ້າ​ຢາກ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ບໍ​ລິ​ໂພກ​ຈຳ​ນວນ​ຫຼວງ​ຫຼາຍ​ປານ​ນີ້, ແຕ່​ລະ​ປີ, ເນື້ອ​ທີ່​​ປູກ​ພືດ​ພັນ​ທັນ​ຍາ​ຫານ, ຝ້າຍ, ພືດ​ຜະ​ລິດ​ນ້ຳ​ມັນ, ພືດ​ຜະ​ລິດ​ນ້ຳ​ຕານ ແລະ ພືດ​ຜັກ ແມ່ນ​ຕ້ອງ​ຮັກ​ສາໃຫ້​ຢູ່​ໃນ​ລະ​ດັບ​ປະ​ມານ153-160 ລ້ານ​ເຮັກ​ຕາ ຢ່າງ​ໝັ້ນ​ທ່ຽງ. ຖ້າ​ຄິດ​ໄລ່​ຕາມ​ດັດ​ຊະ​ນີ​ການ​ປູກ​ຝັງ​ໃນ​ລະ​ດັບ 1,3% ແລ້ວ​ສາ​ມາດ​ໄດ້​ຜົນ​ວ່າ: ​ເນື້ອ​ທີ່ດິນ​ປູກ​ຝັງ​ຕ້ອງ​ຮັກ​ສາ​ໃຫ້​ຢູ່​ໃນ​ລະ​ດັບ 120 ລ້ານ​ເຮັກ​ຕາ ເຊິ່ງ​ເປັນ​ຕົວ​ເລກຕ່ຳ​ສຸດ ໂດຍ​ບໍ່​ໃຫ້ຫຼຸດ​ຕ່ຳ​ລົງກວ່າ​ນີ້​ອີກ, ນີ້​ກໍ​ແມ່ນ ເສັ້ນ​ຕ້ອງ​ຫ້າມ​ດ້ານ​ດິນ​ປູກ​ຝັງທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເນັ້ນ​ໜັກ​ຢູ່​ເລື້ອຍໆ.
ຈີນ​ໄດ້​ປັບ​ປຸງ​ ແລະ ​ປະ​ກາດ​ໃຊ້​ກົດ​ໝາຍວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ທີ່​ດິນ​ ແລະ​ ​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍວ່າ​ດ້ວຍການ​ຄຸ້ມ​ຄອງ​ທີ່​ດິນຕາມ​ລຳ​ດັບ, ​ທ້ອງ​ຖິ່ນ​ຕ່າງ​ໆ​ໄດ້​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ວັດ​ແທກ​ດິນ, ປະ​ຕິ​ບັດລະ​ບຽບ​ການ​ “ຫົວ​ໜ້າກຸ່ມ​ດິນ​ນາ” ​ໂດຍໄດ້​ແບ່ງຄວາມ​ຮັບ​ຜິດ​ຊອບ​ດິນ​ທຸກ​ຕອນໃຫ້​ບຸກ​ຄົນ​ຢ່າງ​ລະ​ອຽດ ແລະ​ອື່ນໆ. ນັບ​ແຕ່​ປີ2012ເປັນ​ຕົ້ນ​ມາ, ​ຈີນ​ໄດ້​ປະ​ຕິ​ບັດ​ລະ​ບຽບ​ການ​​ອະ​ນຸ​ລັກ​ດິນ​ປູກ​ຝັງ​ຢ່າງ​ເຂັ້ມ​ງວດ​ທີ່​ສຸດ. ບໍ່​ພຽງ​ແຕ່​ໄດ້​ປະ​ຕິ​ບັດ​ລະ​ບຽບ​ການ​ທີ່ພັກ-ລັດມີຄວາມຮັບຜິດຊອບ​ແບບດຽວກັນຕໍ່ການ​ອະ​ນຸ​ລັກ​ດິນ​ປູກ​ຝັງ​ເທົ່າ​ນັ້ນ, ຍັງ​ໄດ້ນຳ​ໃຊ້​ມາດ​ຕະ​ການ​ໄມ້​ແຂງນຳ​ອີກ, ໂດຍ​ສາ​ມາດຮັກ​ສາດິນ​ປູກ​ຝັງ 120 ລ້ານ​ເຮັກ​ຕາໃຫ້​ໄດ້​ຢ່າງ​ໜັກ​ແໜ້ນ ແລະ ໄດ້​ຮັດ​ແໜ້ນ​ພື້ນ​ຖານ​ຂອງ​ “​ອູ່​ເຂົ້າ” ​ຊາດ​ໃຫຍ່.
ການ​ອະ​ນຸ​ລັກ​ດິນ​ປູກ​ຝັງ ບໍ່​ພຽງ​ແຕ່​ຕ້ອງ​ຮັບ​ປະ​ກັນດ້ານ​ປະ​ລິ​ມານ​ເທົ່າ​ນັ້ນ ຍັງ​ຕ້ອງ​ຍົກ​ສູງ​ດ້ານ​ຄຸນ​ນະ​ພາບ​ອີກ​ດ້ວຍ. ຈີນ​ໄດ້​ຖື​ເອົາ​ການ​ປັບ​ປຸງ​ດິນ​ປູກ​ຝັງ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ​ເປັນນະ​ໂຍ​ບາຍ​ແກ້​ໄຂ​ບັນ​ຫາ​​ຢ່າງເຖິງ​ກົກ​ເຖິງ​ຮາກ​ໃນ​ການ​ເປີດກວ້າງ​ຊ່ອງ​ທາງ​ການ​ຜະ​ລິດ​ກະ​ສິ​ກຳ ແລະ ຍົກ​ສູງ​ຄວາມ​ສ​າ​ມາດ​ສັງ​ລວມ​ດ້ານ​ການ​ຜະ​ລິດ​ກະ​ສິ​ກຳ ເພື່ອ​ເລັ່ງ​ຊຸກ​ຍູ້​ການ​ສ້າງ​ດິນນາ​​ທີ່​ມີສະ​ມັດ​ຕະ​ພາບ​ສູງ.
ອີງ​ຕາມ​ຜົນ​ການ​ສຳ​ຫຼວດສະ​ພາບ​ການ​ປ່ຽນ​ແປງ​ດ້ານ​ທີ່​ດິນ​ແຫ່ງ​ລັດ​ທົ່ວ​ປະ​ເທດ​ຈີນ​ປະ​ຈຳ​ປີ2023ສະ​ແດງ​ໃຫ້​ເຫັນ​ວ່າ: ທົ່ວ​ປະ​ເທດ​ຈີນ​ມີ​ເນື້ອ​ທີ່​ດິນ​ປູກ​ຝັງ128 ລ້ານ 6 ແສນກວ່າເຮັກ​ຕາ, ຍອດ​ປະ​ລິ​ມານ​ດິນ​ປູກ​ຝັງ​ໃນ​ທົ່ວ​ປະ​ເທດ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ການ​ເພີ່ມ​ຂຶ້ນ​ເປັນ​ເວ​ລາ 3 ປີ​ຕິດ​ຕໍ່​ກັນ​.
ຕ​າມ​ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ທ້າຍ​ປີ 2024, ທົ່ວ​ປະ​ເທດ​ຈີນ​ໄດ້​ສ້າງ​​ດິນ​ນາທີ່​ມີ​ສະ​ມັດ​ຕະ​ພາບ​ສູງ​ລວມ​ທັງ​ໝົດຫຼາຍກວ່າ 67 ລ້ານເຮັກ​ຕາ. ເດືອນ​ມີ​ນາ​ປີ2025, ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່​ “ແຜນ​ປະ​ຕິ​ບັດ​ການສ້າງ​ດິນ​ນາ​ພື້ນ​ຖານ​ຖາ​ວອນ​ໃຫ້​ເປັນ​​ດິນ​ນາທີ່​ມີ​ສະ​ມັດ​ຕະ​ພາບ​ສູງ​ເທື່ອ​ລະ​ກ້າວ” ໂດຍ​ໄດ້​ຕັ້ງ​ເປົ້າ​ໝາຍ​ວ່າ: ເມື່ອ​ຮອດ​ປີ2035, ພະ​ຍາ​ຍາມ​ສູ້​ຊົນ​ສ້າງ​ດິນ​ນາ​ພື້ນ​ຖານ​ຖາ​ວອນ​ທີ່​ໄດ້​​ບັນ​ລຸເງື່ອນ​ໄຂ​ນັ້ນ​ໃຫ້​ເປັນ​​ດິນ​ນາທີ່​ມີ​ສະ​ມັດ​ຕະ​ພາບ​ສູງທັງ​ໝົດ.
ຊັບ​ພະ​ຍາ​ກອນ​ດິນ​ປູກ​ຝັງ​ສຳຮອງ​ເປັນ​ແຫຼ່ງ​ທີ່​ມາ​ອັນ​ສຳ​ຄັນ​ຂອງ​ດິນ​ປູກ​ຝັງ​ເພີ່ມ​ເຕີມ, ເປັນ​ຂໍກຸນແຈ​ສຳ​ຄັນ​ໃນ​ການ​ຮັກ​ສາ​ຄວາມ​ດຸນ​ດ່ຽງ​ໂດຍ​ລວມ​ໃນ​ດ້ານຍອດ​ປະ​ລິ​ມານ​ດິນ​ປູກ​ຝັງ​ຂອງ​ເຂດ​ແຄວ້ນ​ຕ່າງໆ​, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ກໍ​ຄື ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ. ເດືອນພຶດ​ສະ​ພາປີ​2023, ທ່ານ​ສີ​ຈິ້ນ​ຜິງໄດ້​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່​ທ່າມ​ກາງ​ທົ່ງ​ນາ​ຂອງ​ນະ​ຄອນ​ຊ່າງ​ໂຈ່ວແຂວງ​ເຫີ​ເປີຍ ​ເພື່ອ​ສຳ​ຫຼວດ​ຊອກ​ຮູ້​ສະ​ພາບ​ການ​ກ່ຽວ​ກັບ​ການ​ເຜີຍ​ແຜ່​ການ​ປູກ​ເຂົ້າເບ​ຣຢູ່ດິນ​ເຄັມ​ແຫ້ງ ກໍ​ຄື​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ຂອງ​ການ​ປູກ​ເຂົ້າ​ເບ​ຣ​​ດັ່ງ​ກ່າວ. ເພິ່ນ​ມີ​ວິ​ໄສ​ທັດ​ອັນ​ຍາວ​ໄກ: “ການ​ດຳ​ເນີນ​ການ​ນຳ​ໃຊ້​ດິນ​ເຄັມ​ແບບ​ສັງ​ລວມເປັນ​ບັນ​ຫາ​ຍຸດ​ທະ​ສາດ​ອັນ​ໜຶ່ງ, ຈຳ​ເປັນ​ຕ້ອງວາງ​ໄວ້​ຢູ່​ໃນ​ຖາ​ນະ​ອັນ​ສຳ​ຄັນ.”
ຊຸມ​ປີ​ຜ່ານ​ມາ​ນີ້, ຈີນ​ໄດ້​ປະ​ຕິ​ບັດ​ການ​ຄຸ້ມ​ຄອງ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ ​ແລະ ​ປັບ​ປຸງ​ໂດຍ​ແບ່ງ​ປະ​ເພດ, ນຳ​ໃຊ້​ດິນ​ເຄັມ, ດິນ​​ຫາດ​ຊາຍ​ຮົກ​ເຮື້ອ ແລະ​ອື່ນໆ​ໃຫ້​ສົມ​ເຫດ​ສົມ​ຜົນ ໂດຍ​ສາ​ມາດ​ເຮັດ​ໃຫ້​ຊັບ​ພະ​ຍາ​ກອນ​ດິນ​ປູກ​ຝັງ​ທີ່ “ຫຼັບ​ໄຫຼ” ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ຕື່ນ​ຂຶ້ນ, ສ້າງ “ອູ່​ເຂົ້າ​ໃໝ່” ​ໃຫ້​ສຳ​ເລັດ​ຜົນຢ່າງ​ຕໍ່​ເນື່ອງ.