ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ອັດລົງດ້ວຍຜົນສຳເລັດ

Jun 26, 2025

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ (ສພ ຊ) ຊຸດທີ IX ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມວັນທີ 26 ມິຖຸນາ 2025 ທີ່ສະພາແຫ່ງຊາດ ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເປັນເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານການນໍາຂັ້ນສູງ ອະດິດການນໍາຂັ້ນສູງຂອງພັກ- ລັດ ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ຮັບຮອງເອົາເນື້ອໃນສໍາຄັນຈຳນວນໜຶ່ງຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານ ທີ່ໄດ້ນໍາໃຊ້ທຸກທ່າແຮງ ແລະປຸກລະດົມປະຊາຊົນລາວບັນດາເຜົ່າ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຊຶ່ງສາມາດເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 4,5% ການເກັບລາຍຮັບໄດ້ຕາມແຜນ ແລະ ຄາດຄະເນຈະລື່ນແຜນໃນທ້າຍປີ 2025 ອັດຕາເງິນເຟີ້ມີທ່າອ່ຽງຫຼຸດລົງ ການແກ້ໄຂຄວາມທຸກຍາກໄດ້ຮັບການເອົາໃຈໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
ກອງປະຊຸມ ສະເໜີໃຫ້ລັດຖະບານເອົາໃຈໃສ່ກຳນົດເພດານແຜນລາຍຮັບງົບປະມານໃຫ້ສອດຄ່ອງ ກັບທ່າແຮງຕົວຈິງ ສືບຕໍ່ເກັບລາຍຮັບງົບປະມານຈາກການຂຸດຄົ້ນ ແລະ ສົ່ງອອກແຮ່ທາດໃຫ້ຄົບຖ້ວນຕາມກົດໝາຍ ຫຼຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນພາສີ-ອາກອນ ທີ່ຈະເຮັດໃຫ້ລັດເສຍລາຍຮັບງົບປະມານ ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການເຂົ້າຫາແຫຼ່ງທຶນ ຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ເຂົ້າເຖິງສິນເຊື່ອຂອງທະນາຄານທຸລະກິດໃຫ້ຫຼາຍຂຶ້ນ ມີນະໂຍບາຍສົ່ງເສີມທີ່ຊັດເຈນ ກຳນົດລາຍການສິນຄ້າ ທີ່ຜະລິດໄດ້ຢູ່ພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ມີມາດຕະການຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ ສືບຕໍ່ດໍາເນີນການປະຕິຮູບລັດວິສາຫະກິດ ໃຫ້ມີຄວາມແຂງແຮງ ມີຄຸນນະພາບ ແລະ ມີປະສິດທິຜົນ ເອົາໃຈໃສ່ການຫັນເປັນທັນສະໄໝໃນການເກັບລາຍຮັບໃຫ້ເປັນລະບົບຄົບຊຸດ ລວມສູນ ສາມາດເຊື່ອມຕໍ່ກັບທຸກຂະແໜງການ ສະເໜີໃຫ້ລັດຖະບານເອົາໃຈໃສ່ການຈັດສັນເຂດການຜະລິດ ກຳນົດເຂດປູກຝັງເຂດ ລ້ຽງທີ່ເປັນມູນເຊື້ອ ແລະ ທ່າແຮງຂອງປະຊາຊົນ ສົ່ງເສີມການຜະລິດເປັນກຸ່ມ ການສ້າງສະຫະກອນແບບໃໝ່ ເພື່ອສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດ ສົ່ງເສີມພາກເອກະຊົນໃນການຜະລິດຝຸ່ນ ປຸຍ ແລະ ອາຫານສັດ ແລະ ມີມາດຕະການຈຳກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມງວດ ປັບປຸງລະບົບຊົນລະປະທານ ເພື່ອສາມາດຮັບໃຊ້ການຜະລິດໃນລະດູແລ້ງ ເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ປົກປັກຮັກສາ ນໍາໃຊ້ປ່າໄມ້ ທີ່ດິນປ່າໄມ້ ມີມາດຕະການເດັດຂາດ ຕໍ່ການບຸກລຸກທໍາລາຍປ່າໄມ້ 3 ປະເພດປ່າ ແລະ ອຸທິຍານແຫ່ງຊາດ ຕິດຕາມກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ມີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ມີມາດຕະການ ຢ່າງເຂັ້ມງວດ ຕໍ່ຜູ້ກະທຳຜິດ ແລະ ລະເມີດກົດ ໝາຍ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ການສ້ອມແປງເສັ້ນທາງທີ່ເປ່ເພ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ-ຊົນນະບົດ ເສັ້ນທາງລຽບ ແລະ ອອກສູ່ບໍລິເວນຊາຍແດນ ທາງຫຼວງແຫ່ງຊາດ ໂຄງການຟື້ນຟູໄພພິບັດສຸກເສີນ ໂຄງການການກໍ່ສ້າງຕ້ານເຈື່ອນ ການຄຸ້ມຄອງນໍ້າໜັກລົດບັນທຸກສິນຄ້າ ຢ່າງເຂັ້ມງວດ ເດັດຂາດ ໂດຍສະເພາະຕໍ່ຜູ້ປະກອບການທີ່ບັນທຸກນໍ້າໜັກເກີນ; ເພີ່ມທະວີຄວາມເອົາໃຈໃສ່ຕິດຕາມ ກວດກາປະເມີນຜົນໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ແລະ ມີມາດຕະການເຂັ້ມງວດ ຕໍ່ບັນດາ ບໍລິສັດ ທີ່ບໍ່ປະຕິບັດຕາມສັນຍາ ແລະ ລະບຽບກົດໝາຍ ສະເໜີໃຫ້ລັດຖະບານພິຈາລະນາ ປັບປຸງໂຄງສ້າງລາຄາໄຟຟ້າຄືນໃໝ່ ເພາະມີຜົນກະທົບໂດຍກົງຕໍ່ສັງຄົມ ແລະ ຫົວໜ່ວຍທຸລະກິດຂະໜາດນ້ອຍ-ຂະໜາດກາງ ສະເໜີໃຫ້ຢຸດຕິການພິຈາລະນາໂຄງການແຮ່ທາດໃໝ່ທຸກປະເພດ ຮີບຮ້ອນປະເມີນໂຄງການທີ່ໄດ້ຮັບອະນຸຍາດ ໂຄງການມີຄວາມຄືບໜ້າຊ້າ ບໍ່ມີປະສິດທິຜົນ ຢຸດຕິໂຄງການປະເພດ C ແລະ C ບວກ ກວດກາຄືນກົນໄກການເກັບລາຍຮັບຈາກໂຄງການພັດທະນາດ້ານແຮ່ທາດ ເຂົ້າງົບປະມານແຫ່ງລັດ ສະເໜີໃຫ້ລັດຖະບານ ເພີ່ມທະວີການແກ້ໄຂບັນຫາສະພາບການປະລະການຮຽນ ປັບປຸງຄຸນນະພາບການສຶກສາ ຕິດຕາມ ຊຸກຍູ້ການຈັດສັນງົບປະມານ ໃຫ້ແກ່ຂົງເຂດການສຶກສາ ສາທາລະນະສຸກ ໃຫ້ສົມຄູ່ກັບຄວາມສໍາຄັນທີ່ພັກ-ລັດໃຫ້ຄວາມເອົາໃຈໃສ່ ເພີ່ມຄວາມເຂັ້ມງວດ ເດັດຂາດ ໃນການຄຸ້ມຄອງຮ້ານບັນເທິງ ສືບຕໍ່ພັດທະນາສີມືແຮງງານດ້ານຕ່າງໆ ໃຫ້ມີຄຸນນະພາບ ຕອບສະໜອງໄດ້ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຕອບແທນບຸນຄຸນຕໍ່ບຸກຄົນ ແລະ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ.
ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ລັດຖະບານທີ່ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດຕາມຄາດໝາຍ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ ກອງປະຊຸມໄດ້ປະກອບຄໍາເຫັນ ຢ່າງກົງໄປກົງມາ ຕໍ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເຊິ່ງກອງປະຊຸມ ເຫັນດີເປັນເອກະພາບໂດຍພື້ນຖານ ພ້ອມກັນນັ້ນ ບັນດາຜູ້ແທນ ໄດ້ສະເໜີບາງຄໍາເຫັນ ຕໍ່ການວາງແຜນການ ເປັນຕົ້ນ ໃຫ້ຄົ້ນຄວ້າຄືນວິໄສທັດ ແລະ ຍຸດທະສາດຂອງການພັດທະນາ ໃຫ້ເປັນເອກະສານ ສະເພາະ ແລະ ກວດກາຄືນຄວາມສອດຄ່ອງການກຳນົດເປົ້າໝາຍ ຄາດໝາຍ ແລະ ຕົວຊີ້ບອກຂອງແຜນການ ແຜນງານຈຸດສຸມ ໃຫ້ຈະແຈ້ງ ແລະ ຊັດເຈນ ສະເໜີໃຫ້ກຳນົດເອົາຂະແໜງກະສິກຳ ແລະ ປຸງແຕ່ງຜະລິດຕະພັນກະສິກຳ ເປັນບູລິມະສິດ ຜັນຂະຫຍາຍແນວທາງການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ດ້ວຍບາດກ້າວບຸກທະລຸ ໂດຍຕິດພັນກັບເສດຖະກິດດິຈິຕອນໃຫ້ຈະແຈ້ງ ຄົ້ນຄວ້າທ່າແຮງໃນການສ້າງລາຍຮັບ ຈາກໂຄງການລົງທຶນ ຂະໜາດໃຫຍ່ ການສ້າງຂະແໜງໄຟຟ້າ ແລະ ພະລັງງານທົດແທນ ເພື່ອສະໜອງຕອບໃຫ້ແກ່ການພັດທະນາ ແລະ ຄຸ້ມຄອງ ແລະ ປັບປຸງໂຄງສ້າງລາຄາໄຟຟ້າໃຫ້ເໝາະສົມ ສ້າງແຜນພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ການກໍ່ສ້າງ-ສ້ອມແປງເສັ້ນທາງຢູ່ແຂວງຕ່າງໆ ຢ່າງມີຈຸດສຸມ ຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນການຈັດສັນປ່າໄມ້ ແລະ ທີ່ດິນໃຫ້ເປັນລະບົບ ຕິດພັນກັບການຈັດສັນພູມລຳເນົາ ແລະ ອາຊີບ ເພື່ອສະດວກໃນການຄຸ້ມຄອງທີ່ດິນ ໃຫ້ສືບຕໍ່ຄົ້ນຄວ້າປັບປຸງບາງເນື້ອໃນ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ຈະແຈ້ງ ແລະ ເປັນລະບົບ ເພື່ອກະກຽມສະເໜີຮັບຮອງໃນກອງປະຊຸມ ຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົານະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່ ໂດຍສຸມໃສ່ເສັ້ນທາງສໍາຄັນຈໍານວນໜຶ່ງ ມີການກຳນົດໄລຍະເວລາຈັດຕັ້ງປະຕິບັດທີ່ຊັດເຈນ ມີການຕິດຕາມກວດກາຢ່າງເປັນປົກກະຕິ ຫຼັງຈາກນັ້ນ ຈຶ່ງມີການຖອດຖອນບົດຮຽນຜົນໄດ້ ແລະ ຜົນເສຍ ຕໍ່ການນໍາໃຊ້ນະໂຍບາຍດັ່ງກ່າວ ຄົ້ນຄວ້າ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດບັນດານະໂຍບາຍ ນິຕິກຳ ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ ສະເໜີໃຫ້ລັດຖະບານມີການກວດກາ ແລະ ປະເມີນຄືນ ການດໍາເນີນໂຄງການພະລັງງານໄຟຟ້າ ແລະ ມີມາດຕະການຢ່າງເຂັ້ມງວດ ຕໍ່ກັບໂຄງການທີ່ໄດ້ຮັບອະນຸຍາດ ແຕ່ບໍ່ມີການພັດທະນາ ມີແຜນການລະອຽດ ໃນການກຳນົດເຂດພັດທະນາພະລັງງານໄຟຟ້າ ເປັນຕົ້ນ ພະລັງງານໄຟຟ້ານໍ້າຕົກ ພະລັງງານລົມ ພະລັງງານແສງຕາເວັນ ແລະ ອື່ນໆ ໃຫ້ລັດຖະບານມີການພິຈາລະນາຄົ້ນຄວ້າຄືນກ່ຽວກັບໂຄງສ້າງລາຄາໄຟຟ້າ ເພື່ອແກ້ໄຂຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງພະນັງງານ-ລັດຖະກອນ ກໍຄືຜູ້ປະກອບການ ວາງແຜນການພັດທະນາພະລັງງານໄຟຟ້າ ໃຫ້ສອດຄ່ອງກັບການພັດທະນາ ຂອງຂະແໜງການທີ່ກ່ຽວຂ້ອງ ພິຈາລະນາການລົງທຶນ ແລະ ລະດົມທຶນ ເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງໃຫ້ເປັນລະບົບ ປະເມີນຄືນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໂດຍສະເພາະ ກົດໝາຍ ວ່າດ້ວຍໄຟຟ້າໃຫ້ສອດຄ່ອງ ກັບສະພາບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ພ້ອມກັນນັ້ນ ໃຫ້ສ້າງ ແລະ ຍົກລະດັບບຸກຄະ ລາກອນ ໃນຂະແໜງການໄຟຟ້າ ໃຫ້ເປັນມືອາຊີບ ເພື່ອຮອງຮັບຄວາມພ້ອມດ້ານຕ່າງໆໃນການຄຸ້ມຄອງ ແລະ ບໍລິຫານຈັດການບັນດາໂຄງການພັດທະນາພະລັງງານໄຟຟ້າ ທີ່ຈະຖືກສົ່ງຄືນມອບໃຫ້ລັດຖະບານ ພາຍຫຼັງສິ້ນສຸດອາຍຸສັນຍາສຳປະທານໂຄງການ
ນອກນີ້ ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳພາກສ່ວນໃນສັງຄົມ ເປັນເຈົ້າການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ເຊິ່ງສ້າງລາຍຮັບໃຫ້ຜູ້ປະກອບທຸລະກິດການທ່ອງທ່ຽວ ເຊິ່ງສາມາດສ້າງວຽກເຮັດງານທໍາ, ປະກອບສ່ວນໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ, ຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານການທ່ອງທ່ຽວ ໃຫ້ມີປະສິດທິພາບ-ປະສິດທິຜົນດີຂຶ້ນ ກໍານົດບັນດາຈຸດສຸມແຫຼ່ງທ່ອງທ່ຽວ ທີ່ເປັນບູລິມະສິດ ຕິດພັນກັບການທ່ອງທ່ຽວທຳມະຊາດ ປະຫວັດສາດ, ວັດທະນະທຳອັນດີງາມ ແລະ ວິຖີຊີວິດ ຂອງປະຊົນບັນດາເຜົ່າ ແລະ ອື່ນໆ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ທົ່ວປະເທດ ສະເໜີໃຫ້ລັດຖະບານເອົາໃຈໃສ່ຕື່ມໃນການຊີ້ນໍາບັນດາກະຊວງ ອົງການທີ່ເປັນເຈົ້າຂອງກົດໝາຍ ເພີ່ມທະວີການໂຄສະນາ ເຜີຍແຜ່ກົດໝາຍ ໃຫ້ເຂົ້າເຖິງເປົ້າໝາຍຕ່າງໆ ໂດຍສະເພາະ ປະຊາຊົນເຂດຫ່າງໄກສອກຫຼີກ ແລະ ອື່ນໆ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ກອງປະຊຸມສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບ ຕໍ່ການສະຫຼຸບຕີລາຄາການເຄື່ອນໄຫວວຽງກງານຂອງສະພາແຫ່ງຊາດ ໃນໄລຍະຜ່ານມາ ກອງປະຊຸມສະເໜີໃຫ້ເອົາໃຈໃສ່ການສ້າງ ແລະ ປັບປຸງກົດໝາຍໃຫ້ເປັນລະບົບ ມີຄວາມສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ສູ້ຊົນໃຫ້ການຕົກລົງ ບັນຫາສໍາຄັນພື້ນຖານຂອງຊາດ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ລັດຖະທຳມະນູນ ກົດໝາຍ ເອົາໃຈໃສ່ການຕິດຕາມກວດກາ ແລະ ຊຸກຍູ້ການແກ້ໄຂຜົນການຕິດຕາມກວດກາ ບັນຫາເຄັ່ງຮ້ອນຂອງສັງຄົມ ເປັນຕົ້ນ ບັນຫາຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ການເໜັງຕີງຂອງລາຄາສິນຄ້າ ຄ່າຄອງຊີບສູງ ບັນຫາຢາເສບຕິດ ແລະ ອື່ນໆ ເອົາໃຈໃສ່ການລົງພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຮັບຟັງຄວາມຄິດຄວາມເຫັນ ຄວາມຂັດຂ້ອງໃຈປະຊາຊົນ ຄວ້າປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ແລະ ກະກຽມຮອບດ້ານໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III.
ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ແລະ ພິຈາລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ ໃນນີ້ມີກົດໝາຍສ້າງໃໝ່ 5 ສະບັບ ແລະ ກົດໝາຍສະບັບປັບປຸງ 5 ສະບັບດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ ກອງປະຊຸມໄດ້ຮັບຟັງການຊີ້ແຈງ ຕໍ່ຄໍາຊັກຖາມຂອງທ່ານນາຍົກລັດຖະມົນຕິ ແລະ ບັນດານທ່ານໃນຄະນະລັດຖະບານ 6 ທ່ານ ທີ່ເປັນບັນຫາເຄັ່ງຮ້ອນຂອງສັງຄົມ ຮັບຟັງການລາຍງານຂອງທ່ານເລຂາທິການສະພາແຫ່ງຊາດ ກ່ຽວກັບຜົນການຕົກລົງຂອງກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນ ໃນການຍົກຍ້າຍ ແຕ່ງຕັ້ງຄືນໃໝ່ ແລະ ການພັກການ-ຮັບອຸດໜູນບຳນານຂອງສະມາຊິກລັດຖະບານ 13 ທ່ານ ຕາມການສະເໜີຂອງທ່ານ ນາຍົກລັດຖະມົນຕີ.
ການດໍາເນີນກອງປະຊຸມຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ເຂົ້າສູ່ວຽກງານຕົວຈິງ ແມ່ນໝາກຜົນລວມຍອດສະຕິປັນຍາ ການໃຊ້ສິດປະຊາທິປະໄຕ ກໍຄື ຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ການຕັດສິນໃຈສູງຂອງລັດຖະບານ ອົງການລັດທີ່ກ່ຽວຂ້ອງທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ການນໍາພາຂອງພັກ ແລະ ລັດເຮົາໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.