ສຽງລະຄັງວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ ໄດ້ດັງຂຶ້ນ, ສາຍຕາຊາວໂລກໄດ້ສຸມໃສ່ຢາເສບຕິດອີກເທື່ອໜຶ່ງເພາະເປັນບັນຫາຫຍຸ້ງຍາກໃນການແກ້ໄຂມາເປັນເວລາດົນນານ.
ຢາເສບຕິດປຽບຄືດັ່ງຊີ້ນປົ່ງທີ່ເຊື່ອມກັດສັງຄົມມະນຸດ, ບໍ່ພຽງແຕ່ທຳລາຍສຸຂະພາບທາງຮ່າຍກາຍເທົ່ານັ້ນ, ຍັງສ້າງຜົນກະທົບອັນມະຫາສານຕໍ່ຄວາມໝັ້ນຄົງທາງສັງຄົມ ແລະ ການພັດທະນາເສດຖະກິດອີກດ້ວຍ. ຈີນ-ລາວ ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງທີ່ມີພູຜາປ່າໄມ້ຕິດຈອດກັນ, ໄດ້ຮ່ວມມືກັນກ້າວເດີນໄປຂ້າງໜ້າບົນເສັ້ນທາງແຫ່ງການປາບປາມຢາເສບຕິດທີ່ເຕັມໄປດ້ວຍປ່າໜາມ, ໄດ້ສ້າງແນວປ້ອງກັນທີ່ແໜ້ນໜາແຫ່ງການປາບປາມຢາເສບຕິດໃຫ້ແກ່ປະຊາຊົນສອງປະເທດ ຕະຫລອດຮອດທົ່ວພາກພື້ນ.
ຈີນ-ລາວ ມີປະຫວັດສາດຍາວນານໃນດ້ານການຮ່ວມມືເພື່ອປາບປາມຢາເສບຕິດ ແລະ ໄດ້ຮັບຜົນສຳເລັດທີ່ອຸດົມສົມບູນ. ສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການປາບປາມຢາເສບຕິດ ເມື່ອປີ 1993 ເຊິ່ງໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການຮ່ວມມືປາບປາມຢາເສບຕິດຂອງສອງປະເທດ. ຊຸມປີມໍ່ໆມານີ້, ຄຽງຄູ່ກັບການຮ່ວມມືລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ສອງຝ່າຍໄດ້ດຳເນີນການຮ່ວມມືຢ່າງເລິກເຊິ່ງໃນຫລາຍຂົງເຂດ ແລະ ໄດ້ຮັບຜົນສຳເລັດທີ່ໂດດເດັ່ນ.
ການແລກປ່ຽນຂ່າວລັບແມ່ນພື້ນຖານສໍາຄັນຂອງການຮ່ວມມືປາບປາມຢາເສບຕິດ ລະຫວ່າງ ຈີນ-ລາວ. ພາຍໃຕ້ກົນໄກການຮ່ວມມືປາບປາມຢາເສບຕິດໃນອະນຸພາກພື້ນແມ່ນ້ຳຂອງ ແລະ ການຮ່ວມມືປາບປາມຢາເສບຕິດໃນອາຊຽນ ເປັນຕົ້ນ, ສອງຝ່າຍໄດ້ສ້າງກົນໄກຮ່ວມກັນຊົມໃຊ້ຂໍ້ມູນຂ່າວສານທີ່ມີປະສິດທິພາບສູງ ໂດຍນຳໃຊ້ວິທີການພົບປະກັນເປັນປະຈຳ ແລະ ການຮ່ວມກັນສຳຫລວດຄົ້ນຄວ້າເປັນຕົ້ນເພື່ອຕິດຕາມທ່າອ່ຽງໃໝ່ ແລະ ຈຸດພິເສດໃໝ່ຂອງອາດຊະຍາກຳຢາເສບຕິດຢ່າງໃກ້ຊິດ. ໃນການເຄື່ອນໄຫວປາບປາມຈຸດຜະລິດຢາເສບຕິດຂ້າມປະເທດນັ້ນ ໄດ້ອາໄສການຮ່ວມກັນຊົມໃຊ້ຂ່າວລັບ, ຕຳຫລວດຈີນ-ລາວ ໄດ້ດຳເນີນການເຄື່ອນໄຫວຢ່າງແມ໋ນຢຳ, ໄດ້ທຳລາຍໂຮງງານຜະລິດຢາເສບຕິດຫລາຍແຫ່ງຢ່າງສຳເລັດຜົນ ເຊິ່ງໄດ້ຕັດຕ່ອງໂສ້ການຜະລິດຢາເສບຕິດຈາກແຫລ່ງກຳເນີດ.
ສ່ວນການຮ່ວມກັນປະຕິບັດກົດໝາຍແມ່ນອາວຸດທີ່ແຂງແຮງ ແຫ່ງການຮ່ວມມືປາບປາມຢາເສບຕິດ ລະຫວ່າງ ສອງປະເທດ. ປີ 2013, ການເຄື່ອນໄຫວຮ່ວມກັນປາບປາມຢາເສບຕິດພາຍໃຕ້ລະຫັດ “ທາງເດີນເຮືອທີ່ປອດໄພ” ທີ່ຝ່າຍຈີນ ເປັນຜູ້ລິເລີ່ມ ແລະ ເປັນເຈົ້າພາບດຳເນີນການເປັນຄັ້ງທຳອິດ, ປັດຈຸບັນໄດ້ຮັບການພັດທະນາເປັນເວທີສຳຄັນແຫ່ງການຮ່ວມມືປາບປາມຢາເສບຕິດຂອງ 6 ປະເທດ ຄື: ຈີນ, ລາວ, ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ ແລະໄດ້ທຳລາຍເຄືອຂ່າຍຄ້າຢາເສບຕິດຂ້າມຊາດຫລາຍເທື່ອ, ໄດ້ສ້າງອິດທິພົນຫລາຍສົມຄວນໃນສາກົນ. ນັບມາຮອດປັດຈຸບັນ, 6 ປະເທດໄດ້ດຳເນີນການເຄື່ອນໄຫວຮ່ວມກັນປາບປາມຢາເສບຕິດ 8 ຄັ້ງ ຢ່າງສຳເລັດຜົນ ແລະ ໄດ້ຮັບຜົນສຳເລັດທີ່ໂດດເດັ່ນໃນດ້ານການຮ່ວມກັນຊົມໃຊ້ຂ່າວລັບ, ການຮ່ວມມືດ້ານຄະດີ, ການຮ່ວມກັນປະຕິບັດກົດໝາຍ ແລະອື່ນໆ. ນອກນີ້, ຈີນ ຍັງໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງແກ່ປະເທດລາວ ໃນດ້ານການກໍ່ສ້າງບຸກຄະລາກອນ ແລະ ອຸປະກອນເຕັກໂນໂລຊີທັນສະໄໝ ເຊິ່ງໄດ້ຍົກຂີດຄວາມສາມາດດ້ານວິຊາສະເພາະຂອງເຈົ້າໜ້າທີ່ ປະຕິບັດກົດໝາຍປາບປາມຢາເສບຕິດຂອງລາວ ໃຫ້ສູງຂຶ້ນຢ່າງມີປະສິດທິຜົນ.
ໂຄງການທົດແທນການປູກຝິ່ນແມ່ນອີກມາດຕະການສໍາຄັນແຫ່ງການຮ່ວມມືປາບປາມຢາເສບຕິດ ລະຫວ່າງ ຈີນ-ລາວ. ຈີນ ໄດ້ນຳໃຊ້ເຕັກໂນໂລຊີດ້ານກະສິກຳທີ່ທັນສະໄໝ ແລະ ບົດຮຽນທີ່ອຸດົມສົມບູນ, ໄດ້ຂະຫຍາຍການປູກພືດທົດແທນການປູກຝິ່ນຢ່າງຕັ້ງໜ້າຢູ່ເຂດພາກເຫນືອຂອງປະເທດລາວ. ມາຮອດປັດຈຸບັນ, ວິສາຫະກິດຈີນ ໄດ້ລົງທຶນປູກພືດເສດຖະກິດເຊັ່ນ: ຢາງພາລາ, ອ້ອຍ, ຊາ ແລະ ອື່ນໆຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເປັນຕົ້ນທີ່ຢູ່ພາກເຫນືອຂອງລາວ ຫລາຍກວ່າ 70.000 ເຮັກຕາ, ໄດ້ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ຊາວກະສິກອນຫລາຍໝື່ນຄອບຄົວຢູ່ເຂດດ່ັງກ່າວ. ໃນຂະນະດຽວກັນ, ວິສາຫະກິດຈີນ ຍັງໄດ້ຊ່ວຍເຫລືອສ້າງເສັ້ນທາງ, ໂຮງຮຽນ ແລະ ສຸກສາລາໃຫ້ແກ່ທ້ອງຖິ່ນ ລວມເຖິງດຳເນີນການເຝິກອົບຮົມດ້ານເຕັກໂນໂລຊີກະສິກຳ. ມາດຕະການດັ່ງກ່າວບໍ່ພຽງແຕ່ໄດ້ຫລຸດຜ່ອນການປູກຝິ່ນ ແລະ ຕັດການສະໜອງວັດຖຸດິບຂອງຂະບວນການຢາເສບຕິດເທົ່ານັ້ນ, ຍັງໄດ້ສ້າງຊ່ອງທາງເພີ່ມລາຍຮັບອັນໃໝ່ໃຫ້ແກ່ຊາວກະສິກອນໃນທ້ອງຖິ່ນ ແລະ ຊຸກຍູ້ການພັດທະນາແບບຍືນຍົງຂອງເສດຖະກິດໃນພາກພື້ນ.
ຈີນ-ລາວ ຮ່ວມມືປາບປາມຢາເສບຕິດບໍ່ພຽງແຕ່ມີຄວາມໝາຍສຳຄັນຕໍ່ສອງປະເທດ, ຍັງມີບົດບາດອັນຕັ້ງໜ້າຕໍ່ວຽກງານປາບປາມຢາເສບຕິດຢູ່ເຂດລ້ອງແມ່ນ້ຳຂອງ ຕະຫລອດຮອດທົ່ວໂລກ. ເຂດລ້ອງແມ່ນ້ຳຂອງ ແມ່ນເຂດທີ່ມີອາດຊະຍາກຳຢາເສບຕິດສູງ, ການຮ່ວມມື ລະຫວ່າງ ຈີນ-ລາວ ໄດ້ສະກັດກັ້ນການຂະຫຍາຍອາດຊະະຍາກຳຢາເສບຕິດຢ່າງແຂງແຮງ, ປົກປັກຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ. ຂະນະດຽວກັນ, ການຮ່ວມມືລະຫວ່າງ ຈີນ-ລາວ ກໍໄດ້ສະໜອງບົດຮຽນທີ່ມີປະໂຫຍດໃຫ້ແກ່ການຮ່ວມມືປາບປາມຢາເສບຕິດ ລະຫວ່າງປະເທດອື່ນໆ ແລະ ໄດ້ຊຸກຍູ້ການພັດທະນາວຽກງານປາບປາມຢາເສບຕິດທົ່ວໂລກ.
ຢ່າງໃດກໍຕາມ, ເສັ້ນທາງແຫ່ງການປາບປາມຢາເສບຕິດຍັງຍາວໄກ ແລະ ບໍ່ໄດ້ໂຮຍດ້ວຍກີບກຸຫລາບ, ອາດຊະຍາກຳຢາເສບຕິດໃນປັດຈຸບັນຍິ່ງປິດບັງ, ຢາເສບຕິດຊະນິດໃໝ່ຍິ່ງເກີດຂຶ້ນເລື້ອຍໆ, ໄດ້ນຳເອົາສິ່ງທ້າທາຍໃໝ່ມາໃຫ້ວຽກງານປາບປາມຢາເສບຕິດ. ໂດຍປະເຊີນໜ້າກັບສິ່ງທ້າທາຍເຫລົ່ານີ້, ຈີນ-ລາວ ຈະລົງເລິກການຮ່ວມມືຕື່ມອີກ, ສືບຕໍ່ປັບປຸງກົນໄກການຮ່ວມມືໃຫ້ສົມບູນຂຶ້ນ, ເພີ່ມງົບປະມານເຂົ້າໃນການສ້າງຖັນແຖວຜູ້ປະຕິບັດກົດໝາຍຢ່າງບໍ່ຢຸດຢັ້ງ, ເພີ່ມງົບປະມານເຂົ້າໃນດ້ານພາຫະນະເຕັກໂນໂລຊີ ແລະ ການພັດທະນາແບບຍືນຍົງ, ຍົກສູງຄວາມສາມາດຮັບມືກັບອາດຊະຍາກຳຢາເສບຕິດແບບໃໝ່ ເພື່ອສ້າງອະນາຄົດທີ່ປອດຢາເສບຕິດໃຫ້ແກ່ປະຊາຊົນສອງຊາດ ແລະ ພາກພື້ນໃຫ້ນັບມື້ນັບດີຂຶ້ນກວ່າເກົ່າ.





