ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງປາກທາ ກຽມຮັບຮອງສິນຄ້າໂອດັອບ 4 ຜະລິດຕະພັນໃໝ່

Jun 27, 2025

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍ່ແກ້ວ ຮ່ວມກັບຄະນະກຳມະການຄັດເລືອກສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ຂັ້ນເມືອງ ຈັດກອງປະຊຸມປະເມີນຄືນ ແລະ ຮັບຮອງເອົາຜະລິດຕະພັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຂອງເມືອງປາກທາ ແຂວງບໍ່ແກ້ວ ໃນວັນທີ 26 ມິຖຸນາ 2025 ທີ່ຫ້ອງວ່າການເມືອງ ໂດຍມີທ່ານ ຄຳເຄື່ອງ ພົມວິສັກ ຮອງເຈົ້າເມືອງໆປາກທາ, ທ່ານ ພັນໄຊ ວິໄລສຸກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຄະນະກຳມະການຄັດເລືອກສິນຄ້າໂອດັອບຂັ້ນແຂວງ, ເມືອງ ແລະ ຕົວແທນກຸ່ມຜະລິດເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ຕາງໜ້າກອງເລຂາ ຄະນະກຳມະການຄັດເລືອກສິນຄ້າໂອດັອບຂັ້ນແຂວງ ໄດ້ແນະນໍາບາງນິຕິກໍາກ່ຽວກັບມາດຖານເງື່ອນໄຂ ຂອງການຢັ້ງຢືນເປັນຜະລິດຕະພັນໂອດັອບ ແລະ ຂັ້ນຕອນການປະເມີນ (ຕາມແບບຟອມທີ່ກຳນົດ). ຜ່ານຄົ້ນຄວ້າປຶກສາຫາລື ສາມາດເອກະພາບກັນ ເຫັນດີຮັບຮອງເອົາຜະລິດຕະພັນ ປາສົ້ມ, ປາບ້ວງ, ປາແດກ ແລະ ປາແດກເຄື່ອງ ເປັນສິນຄ້າໂອດັອບຂອງເມືອງປາກທາ, ເຊິ່ງການປະເມີນ ຄະນະກຳມະການປະເມີນ ຄັດເລືອກຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ພ້ອມກັນໃຫ້ຄະແນນ ແຕ່ລະຜະລິດຕະພັນ ໂດຍອີງໃສ່ມາດຖານເງື່ອນໄຂ, ລະບຽບການ ແລະ ຂັ້ນຕອນຕ່າງໆ ທີ່ໄດ້ກຳນົດໄວ້ ພ້ອມທັງປະກອບຄຳເຫັນ ແລະ ໃຫ້ເຫດຜົນ ເພື່ອເປັນບ່ອນອີງໃນການຮັບຮອງ ແລະ ການປັບປຸງ ຜະລິດຕະພັນທີ່ຍົກຂຶ້ນມາປະເມີນໃນຄັ້ງນີ້. ພາຍຫລັງສໍາເລັດການເມີນຢູ່ຂັ້ນເມືອງແລ້ວ, ຄະນະຮັບຜິດຊອບ ຈະໄດ້ນໍາສະເໜີຜົນການປະເມີນ ໄປຍັງກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອສືບຕໍ່ປະເມີນ ໃນຂັ້ນສູນກາງ ແລະ ອອກກາໝາຍ ເປັນສິນຄ້າໂອດັອບ ຕາມລຳດັບ. ທັງນີ້ກໍເພື່ອຊຸກຍູ້, ສົ່ງເສີມ ແລະ ພັດທະນາສິນຄ້າ ໂດຍສະເພາະ ບັນດາຜະລິດຕະພັນທີ່ເປັນສິນຄ້າໂອດັອບ, ຕ້ອງເຮັດໃຫ້ຜະລິດຕະພັນດັ່ງກ່າວມີຄຸນນະພາບ ແລະ ເປັນທີ່ຍອມຮັບຂອງຕະຫລາດພາຍໃນ ແລະ ສາກົນ ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ, ທັງເປັນການຊຸກຍູ້-ສົ່ງເສີມຂະບວນການຜະລິດຂອງປະຊາຊົນ ແລະ ຜູ້ປະກອບການ ໃຫ້ການເປັນສິນຄ້າ, ເຮັດໃຫ້ປະຊາຊົນ ມີວຽກເຮັດງານທຳ, ມີອາຊີບທີ່ໝັ້ນຄົງ ແລະ ມີລາຍຮັບທີ່ແນ່ນອນ ທັງເປັນການພັດທະນາ ແລະ ສົ່ງເສີມການນຳໃຊ້ສິນຄ້າພາຍໃນ ໃຫ້ນັບມື້ນັບຫລາຍຂຶ້ນ ແລະ ຫລຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ.
ພາບ-ຂ່າວ: ວັນນະເດດ