ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສັ້ນທາງລົດໄຟລາວ-ຈີນ ເປັນທ່າແຮງອໍານວຍຄວາມສະດວກແກ່ນັກທ່ອງທ່ຽວ

Jun 27, 2025

ເສັ້ນທາງລົດໄຟລາວ-ຈີນ ເປັນໂຄງການໜຶ່ງທີ່ມີການເຊື່ອມໂຍງເຊື່ອມຈອດ ໃນພາກພື້ນ ແລະ ສາກົນ ເຊິ່ງໄລຍະຜ່ານມາ, ພາຍຫລັງທີ່ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດບໍລິການນັບແຕ່ເດືອນ ທັນວາ 2021 ເປັນຕົ້ນມາ ເສັ້ນທາງລົດໄຟລາວ-ຈີນ ມີບົດບາດສໍາຄັນໃນການຄົມມະນາຄົມຂົນສົ່ງ, ໂດຍສະເພາະຕິດພັນກັບອຸດສາຫະກໍາການທ່ອງທ່ຽວ ເປັນທ່າແຮງໜຶ່ງທີ່ສໍາຄັນ ໃນ ສປປ ລາວ ກໍຄື ຢູ່ແຂວງຫລວງພະບາງ ເຊິ່ງນັກທ່ອງທ່ຽວເຂົ້າມານະຄອນຫລວງວຽງຈັນແລ້ວ ຂີ່ລົດໄຟໄປທ່ຽວຢູ່ຫລວງພະບາງ ເຊິ່ງເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ.
ທ່ານ ອານົງເດດ ເພັດໄກສອນ ຮອງອໍານວຍການທາງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ເສັ້ນທາງລົດໄຟລາວ-ຈີນ ໄດ້ປະກອບສວນອັນສໍາຄັນ ໃນການເດີນທາງຈາກນະຄອນຫລວງວຽງຈັນ ຫາ ແຂວງຫລວງພະບາງ ໃຊ້ເວລາປະມານ 2 ຊົ່ວໂມງ ເຊິ່ງເຮັດໃຫ້ການເດີນທາງໄປຫລວງພະບາງຂອງນັກທ່ອງທ່ຽວສັ້ນລົງ, ປະຢັດເວລາ ແລະ ສະດວກສະບາຍຂຶ້ນ, ເຮັດຜູ້ຊົມໃຊ້ທາງລົດໄຟລາວ-ຈີນ ກໍຄື ປະຊາຊົນ ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນ. ສໍາລັບສະຖານີຫລວງພະບາງ ຖືວ່າເປັນສະຖານີໃຫຍ່ອັນດັບ 2 ຖັດຈາກສະຖານີນະຄອນຫລວງວຽງຈັນ, ເປັນການອອກແບບທີ່ເປັນເອກະລັກສະເພາະ ແລະ ມີສິ່ງອໍານວຍຄວາມສະດວກທີ່ເປັນພື້ນຖານແກ່ຜູ້ຊົມໃຊ້ເຊັ່ນ: ບ່ອນພັກເຊົາ, ບ່ອນຂຶ້ນລົດໄຟ, ຮ້ານຄ້າ, ຫ້ອງນໍ້າ, ຫ້ອງຮັບຕ້ອນ, ຫ້ອງຮັບແຂກວີໄອພີ ເພື່ອອໍານວຍຄວາມສະດວກຜູ້ມາໃຊ້ບໍລິການ.
ທ່ານ ອານົງເດດ ເພັດໄກສອນ ຍັງໃຫ້ຮູ້ຕື່ມວ່າ: ການສ້າງວຽກເຮັດງານທໍາ ຕໍ່ກັບທ້ອງຖິ່ນຕະ ຫລອດເສັ້ນທາງລົດໄຟລາວ-ຈີນ ເປັນນະໂຍບາຍໜຶ່ງທີ່ເປັນບຸລິມະສິດ ເພື່ອໃຫ້ທ້ອງຖິ່ນໄດ້ຮັບຜົນປະໂຫຍດ ເປັນຕົ້ນ ສ້າງວຽກເຮັດງານທໍາ ຢູ່ພາຍໃນສະຖານີ ກໍຮັບເອົາຄົນທ້ອງຖິ່ນເຂົ້າມາເຮັດວຽກ ເຊິ່ງແຂວງຫລວງພະບາງ ເປັນແຂວງທີ່ນັກທ່ອງທ່ຽວມາທ່ຽວຫລາຍ. ສະນັ້ນ, ການບໍລິການ ຂອງຜູ້ປະກອບການຂະຫນາດນ້ອຍ ແລະ ກາງ ທີ່ໄດ້ມີການຊື້-ຂາຍສິນຄ້າກໍເພີ່ມຂຶ້ນ ກໍຖືວ່າໄດ້ຜົນປະໂຫຍດຫລາຍຕໍ່ເສດຖະກິດທ້ອງຖິ່ນ ແລະ ການເດີນທາງໄປມາຂອງປະຊາຊົນ ລະຫວ່າງແຂວງຕໍ່ແຂວງກໍມີຄວາມສະດວກສະບາຍ.
ຂ່າວ-ພາບ: ວີລະວັນ