ວັນທີ 27 ມິຖຸນານີ້, ກະຊວງປ້ອງກັນປະເທດຮ່ວມກັບກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກ ຊຸດທີ II ຢ່າງເປັນທາງການ ຢູ່ວິທະຍາໄລຄູຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ແຂວງຫຼວງພະບາງ, ມີບັນດາສະຫາຍຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອຳນວຍການວິທະຍາໄລຄູຫຼວງພະບາງ, ຄະນະພັກ-ຄະນະບັນຊາກອງບັນຊາທະຫານ 6 ແຂວງພາກເໜືອ, ພະນັກງານວິຊາການຈາກກະຊວງປ້ອງກັນປະເທດ, ກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ ແລະ ນັກສຳມະນາກອນເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດ ເປິດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ພະນັກງານ-ນັກຮົບ ໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກຊຸດ II.
ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານແຜນການອົບຮົມວ່າ: ສໍາລັບເນື້ອໃນເອກະສານ ແລະ ບົດສອນທີ່ນໍາມາອົບຮົມໃນຄັ້ງນີ້ ປະກອບມີ: ການສອນຊັ້ນປະຖົມສຶກສາ ແລະ ພາບລວມຂອງຫຼັກສູດ, ການສອນພາສາລາວສຳລັບຄູປະຖົມສຶກສາ, ການສອນຄະນິດສາດ, ການສອນວິທະຍາສາດ, ການແຕ່ງບົດສອນ, ສອນທົດລອງ ແລະ ປະເມີນ, ການເຝິກອົບຮົມໃນຄັ້ງນີ້ ມີນັກສຳມະນາກອນເຂົ້າຮ່ວມ ທັງໝົດ 93 ສະຫາຍ, ແບ່ງອອກເປັນ 3 ຫ້ອງ, ຫ້ອງລະ 31 ສະຫາຍ. ເຊິ່ງຈະໃຊ້ເວລາ 63 ຊົ່ວໂມງ, ໂດຍເລີ່ມແຕ່ວັນທີ 27 ມິຖຸນາ-5 ກໍລະກົດ 2025 ຈຶ່ງສໍາເລັດຕາມແຜນການ.
ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ໄດ້ມີຄໍາເຫັນໃນພິທີວ່າ: ການຈັດເຝິກອົບຮົມໃນຄັ້ງນີ້ແມ່ນເພື່ອແກ້ໄຂການຂາດແຄນຄູສອນ, ການປະລະການຮຽນຂອງນັກຮຽນ ແລະ ແນໃສ່ປັບປຸງຜົນການຮຽນຂອງນັກຮຽນໃຫ້ດີຂຶ້ນໃນເຂດຫ່າງໄກສອກຫຼີກ, ເພື່ອສ້າງຂີດຄວາມສາມາດໃຫ້ແກ່ບັນດານາຍ ແລະ ພົນທະຫານ ໃຫ້ມີຄວາມພ້ອມໄປປະຕິບັດໜ້າທີ່ສອນຊ່ວຍຢູ່ໂຮງຮຽນເຂດຊາຍແດນ ໄດ້ມີຄວາມຮັບຮູ້, ເຂົ້າໃຈໃນວິຊາຊີບຄູ, ຫຼັກສູດຊັ້ນປະຖົມສຶກສາ ໂດຍສະເພາະແມ່ນການນໍາໃຊ້ຄູ່ມືຄູ, ປຶ້ມແບບຮຽນ ແລະ ວິທີການຈັດກິດຈະກໍາການຮຽນການສອນ ຊັ້ນປະຖົມສຶກສາ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ເພື່ອເຮັດໃຫ້ນັກຮຽນໃນເຂດຫ່າງໄກສອກຫຼີກ ໄດ້ຮຽນຮູ້ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ.
ສໍາລັບພະນັກງານ-ນັກຮົບ ຜູ້ທີ່ຖືກສັບຊ້ອນໄປເຮັດໜ້າທີ່ສອນຢູ່ເຂດຫາງໄກສອກຫຼີກ ແມ່ນຈະໄດ້ຮັບເງິນນະໂຍບາຍຕື່ມຈຳນວນ 70% ຂອງເງິນເດືອນພຶ້ນຖານ.







