ພິທີ ພົບປະ ແລະ ແລກປ່ຽນບົດຮຽນ ວຽກງານການຕ່າງປະເທດ 3 ແຂວງ ຂອງ ສປປ ລາວ ແລະ 2 ແຂວງ ຂອງ ສສ ຫວຽດນາມ ຮ່ວມກັບ ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ແຂວງຫຼວງພະບາງ ໄດ້ຈັດຂຶ້ນທີ່ແຂວງອຸດົມໄຊໃນວັນທີ 26 ມິຖຸນາຜ່ານມາ, ເປັນກຽດເຂົ້າຮ່ວມມີ ສະຫາຍ ຈໍາປາ ສີດາຄໍາ ຫົວໜ້າພະແນກການຕ່າງປະເທດ ແຂວງອຸດົມໄຊ, ສະຫາຍ ນາງ ກຽວ ທິ ຮັ້ງ ຟຸກ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ແຂວງຫຼວງພະບາງ, ມີຫົວໜ້າພະແນກການຕ່າງປະເທດ ແຂວງຜົ້ງສາລີ, ແຂວງຫຼວງພະບາງ ແຫ່ງ ສປປ ລາວ, ຫົວໜ້າພະແນກການຕ່າງປະເທດ ແຂວງດຽນບຽນ, ແຂວງລ່າຍເຈົ່າ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເຂົ້າຮ່ວມ.
ການພົບປະຄັ້ນີ້, ເພື່ອແລກປ່ຽນຖອດຖອນບົດຮຽນ ວຽກງານການຕ່າງປະເທດ ເພື່ອເປັນການທົບທວນຄືນການເປັນສານາທິການ, ກົນໄກການປະສານງານ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ໃນໄລຍະຜ່ານມາ.ການພົບປະ ແລະ ແລກປ່ຽນບົດຮຽນຄັ້ງນີ້, ຝ່າຍລາວ ແລະ ຝ່າຍຫວຽດນາມ ໄດ້ຜັດປ່ຽນກັນ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານພົວພັນການຕ່າງປະເທດຂອງຕົນໃຫ້ກັນ ແລະ ກັນ ໄດ້ຮັບຊາບ, ດ້ານຈຸດພິເສດ ທີ່ຕັ້ງ, ວຽກງານການຮ່ວມມື ເຊິ່ງກັນ ແລະ ກັນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ, ພ້ອມທັງເປີດກ້ວາງໃຫ້ຜູ້ແທນໄດ້ປະກອບຄວາມຄິດຄວາມເຫັນເຂົ້າໃນວຽກງານແຕ່ລະດ້ານຢ່າງກົງໄປກົງມາ.ພ້ອມທັງຮັບຟັງການມີຄຳເຫັນຂອງ ສະຫາຍ ນາງ ກຽວ ທິ ຮັ້ງ ຟຸກ ມີບາງຕອນສະຫາຍໄດ້ກ່າວວ່າ: ເພື່ອປະຕິບັດວຽກງານການຕ່າງປະເທດຢ່າງມີປະສິດທິຜົນ, ບົດບາດທີ່ເປັນໃຈກາງ ແລະ ສຳຄັນຢູ່ທ້ອງຖິ່ນ ພະແນກການຕ່າງປະເທດ ຕ້ອງເປັນຫົວໜ່ວຍປະສານງານ ໃນການປະສານສົມທົບກັບບັນດາພະແນກການ ແລະ ຂະແໜງການຕ່າງໆ ຂອງທ້ອງຖິ່ນ, ສະແດງໃຫ້ເຫັນບົດບາດນຳພາຢ່າງຈະແຈ້ງ, ຕ້ອງມີຂໍ້ລິເລີ່ມຫຼາຍຢ່າງ ເພື່ອຈັດຕັ້ງການເຄື່ອນໄຫວ ແລກປ່ຽນວັດທະນະທຳ,ຂໍ້ມູນຂ່າວສານ, ເປີດກວ້າງການພົວພັນສາກົນ, ໂຄສະນາພາບພົດຂອງທ້ອງຖິ່ນ, ຍົກສູງຄວາມຮັບຮູ້, ເສີມຂະຫຍາຍທ່າແຮງບົ່ມຊ້ອມ ຂອງທ້ອງຖິ່ນໃນເວທີສາກົນ, ເພີ່ມທະວີການດຶງດູດການລົງທືນ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວ ກັບຕ່າງປະເທດ.
ຂ່າວ: ແສງອາທິດ





