ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມແລກປ່ຽນດ້ານເສດຖະກິດ-ການຄ້າ ລະຫວ່າງລາວ(ວຽງຈັນ) – ຈີນ(ກຸ້ຍຢາງ)

Jun 29, 2025

ກອງປະຊຸມແລກປ່ຽນດ້ານເສດຖະກິດ-ການຄ້າລະຫວ່າງລາວ(ວຽງຈັນ)-ຈີນ(ກຸ້ຍຢາງ) ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນຫວ່າງບໍ່ດົນມານີ້, ຜູ້ຕາງໜ້າອົງການປົກຄອງ ແລະ ວິສາຫະກິດຂອງສອງຝ່າຍໄດ້ເຂົ້າຮ່ວມກອງປະຊຸມ ເພື່ອຮ່ວມກັນສະແຫວງຫາວິໄສທັດໃໝ່ແຫ່ງການຮ່ວມມືດ້ານເສດຖະກິດ-ການຄ້າ.
ໂອກາດດັ່ງກ່າວ, ທ່ານ ຫວາງຫົງ ຮອງເລຂາຄະນະພັກທັງເປັນເຈົ້າຄອງນະຄອນກຸ້ຍຢາງໄດ້ກ່າວຄໍາປາໄສວ່າ: ນະຄອນກຸ້ຍຢາງ ມີຄວາມປາດຖະໜາໃນການເປີດກວ້າງການໄປມາຫາສູ່ກັນດ້ານເສດຖະກິດ-ການຄ້າ ກັບບັນດາປະເທດອາຊີຕາເວັນອອກສຽງໃຕ້, ພ້ອມທັງຄອງຄອຍເພື່ອນມິດສອງຝ່າຍຈະຮ່ວມມືກັນເພື່ອບັນລຸການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ກວ້າງຂວາງກວ່າເກົ່າ.
ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ກ່າວວ່າ: ຫວັງວ່າ ນະຄອນຫຼວງວຽງຈັນ ແລະ ນະຄອນກຸ້ຍຢາງ ຂອງຈີນ ຈະເພີ່ມທະວີການຮ່ວມມືຕື່ມອີກ, ຮ່ວມກັນຄົ້ນຫາໂອກາດການຄ້າ ເພື່ອຊຸກຍູ້ເສດຖະກິດ-ສັງຄົມ ລະຫວ່າງສອງນະຄອນໃຫ້ໄດ້ຮັບການພັດທະນາຢ່າງຮອບດ້ານ. ໂອກາດດັ່ງກ່າວ, ວິສາຫະກິດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງສອງຝ່າຍ ໄດ້ລົງນາມໃນໂຄງການຈັດຊື້ໃນຂົງເຂດຕ່າງໆ ເຊັ່ນ: ການຄ້າ ແລະ ການທ່ອງທ່ຽວເປັນຕົ້ນ ຈໍານວນ 7 ໂຄງການ, ພ້ອມທັງລົງນາມໃນສັນຍາຮ່ວມມືຍຸດທະສາດ 2 ສະບັບ, ລວມມູນຄ່າທັງໝົດເຖິງ 164 ລ້ານຢວນ.