ພິທີປະກາດການຈັດຕັ້ງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຈັດຂຶ້ນໃນວັນທີ 27 ມິຖຸນາ 2025 ທີ່ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ບຶງທາດຫຼວງ) ເປັນກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ການພົວ ພັນຮ່ວມມືກັບຕ່າງປະເທດ ມີ ທ່ານ ປອ ບົວຄົງ ນາມມະວົງ ລັດ ຖະມົນຕີ ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງ ຈັນ ແລະ ພາກສ່ວນກ່ຽວຂ້ອງ.
ໃນພິທີ ທ່ານ ສຸລິຍາ ພົມມີສິດ ວ່າການແທນ ຫົວຫໜ້າກົມຄຸ້ມ ຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດ ເລກ ທີ 322/ນຍ ລົງວັນທີ 17/6/2025 ວ່າດ້ວຍການສ້າງຕັ້ງຄະ ນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜ່ານມະຕິຕົກ ລົງເລກທີ 323/ນຍ ລົງວັນທີ 17/6/2025 ວ່າດ້ວຍການ ແຕ່ງຕັ້ງຮອງລັດຖະມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທັງເປັນຜູ້ປະຈໍາການ ໂດຍແຕ່ງຕັ້ງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາ ຫະກໍາ ແລະ ການຄ້າ ມາເປັນ ຮອງລັດຖະມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທັງເປັນຜູ້ປະຈໍາການ.
ໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ-ຍົກຍ້າຍ ແລະ ພະນັກງານນໍາພາຫຼັກແຫຼ່ງພາຍໃນວ່າ ການປັບປຸງແຕ່ງຕັ້ງ-ຍົກຍ້າຍ ຖືເປັນວຽກງານປົກກະຕິ ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍການເມືອງຂອງພັກ-ລັດ ກໍຄືການຍົກລະດັບວຽກງານສົ່ງເສີມການລົງທຶນ ໃຫ້ມີບາດກ້າວໃໝ່ ຂະຫຍາຍຕົວກ່ອນເກົ່າ ພ້ອມນັ້ນ ຍັງໄດ້ເນັ້ນບາງບັນຫາສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ໃນຕໍ່ໜ້າເຊັ່ນ ໃຫ້ພະນັກງານຂອງກົງຈັກໃໝ່ ເອົາໃຈໃສ່ລົງເລິກດ້ານການ ເມືອງແນວຄິດ ໃຫ້ອ້າຍນ້ອງພະນັກງານທີ່ຢູ່ໃນເປົ້າໝາຍປັບປຸງຊັບຊ້ອນໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ຄຽງຄູ່ກັບການຄົ້ນຄວ້າປັບປຸງພາລະບົດບາດ ກໍານົດຕໍາແໜ່ງງານ ສັບຊ້ອນຈັດ ວາງບຸກຄະລາກອນ ຕາມທິດ ກະທັດຮັດມີຄຸນນະພາບ ທາງດ້ານວິຊາສະເພາະກໍຕ້ອງໄດ້ປັບປຸງຂັ້ນຕອນພິຈາລະນາ ອານຸມັດການລົງທຶນໃຫ້ມີຄວາມໂລ່ງລ່ຽນຈະແຈ້ງ ປັບປຸງການບໍລິການປະຕູດຽວ ໃຫ້ວ່ອງໄວ ມີຄວາມກົມກຽວດ້ານຂໍ້ມູນເຊື່ອມຈອດກັບຂະແໜງການ ການຄຸ້ມຄອງ ຕິດຕາມ ແລະ ກວດກາ ບັນດາໂຄງການທີ່ໄດ້ອະນຸມັດໄປໃຫ້ມີປະສິດທິພາບກວ່າເກົ່າ ປັບປຸງຄືນແບບແຜນວິທີເຮັດວຽກໃຫ້ກົມກຽວປະຕິບັດຫຼັກການລວມສູນປະຊາທິປະໄຕໃນໝູ່ຄະນະ ຮັກສາໄດ້ຄວາມສາມັກຄີພາຍໃຫ້ກົງ ຈັກໃໝ່ໃຫ້ເປັນປຶກແຜ່ນ ເດັດດ່ຽວເຮັດໃຫ້ສຳເລັດໜ້າທີ່ການ ເມືອງຕາມການມອບໝາຍ ແນໃສ່ເຮັດໃຫ້ວຽກງານການສົ່ງເສີມການລົງທຶນນັບມື້ນັບເຕີບໃຫຍ່ເຂັ້ມແຂງ ສາມາດແຂ່ງຂັນກັບບັນດາປະເທດອ້ອມຂ້າງໄດ້.
ທີ່ມາ: ວຽງຈັນໃໝ່





